ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ

08:21 | 18/06/2018

​ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສະ​ເຫຼີມ​ສະ​ຫຼອງ​ປີ​ທ່ອງ​ທ່ຽວ​ລາວ ປີ 2018 ແຂວງ ຈຳ​ປາ​ສັກ ໄດ້​ເປີດງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຢູ່​ເມືອງ ບາງ​ຈຽງ ແຕ່ວັນທີ 15 - 17 ກຸມພາ 2018.

ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ

ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງໆຈຳປາສັກ ​ຕີ​ຄ້ອງ​ເປີດ​ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ .

ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ ໂດຍງານຈັດຂຶ້ນໃນວັນທີ 15 - 17 ກຸມພາ 2018 ຢູ່ທີ່ຕະຫຼາດບ້ານຫ້ວຍແຮ່ ຫຼັກ 21 ໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງໆຈຳປາສັກ,ທ່ານ ໂສມ ບຸດຕະກູນ ເຈົ້າເມືອງໆບາຈຽງຈະເລີນສຸກ,ບັນດາທ່ານການນຳເມືອງ,ພະແນກການກົມກອງ,ພາຍໃນແຂວງ ແລະຈາກແຂວງສາລະວັນ,ເຊກອງ,ແລະມວນຊົນ ພາຍໃນເມືອງເຂົ້າຮ່ວມ.


ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ


ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ


ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ


ທ່ານ ໂສມ ບຸດຕະກູນ ເຈົ້າເມືອງໆບາຈຽງຈະເລີນສຸກ ໄດ້ກາວໄຂ ງານເທດສະການເຊິ່ງໃຫ້ຮູ້ວ່າ: ເມືອງບາຈຽງຈະເລີນສຸກດົມສົມບູນ ໄປດ້ວຍຊັບພະຍາກອນທຳມະຊາດ ມີເຄິ່ງພູພຽງ ແລະທົ່ງພຽງ ມີແມ່ນໍ້າລຳເຊ ຫຼາຍສາຍເໝາະແກ່ການຜະລິດເປັນສິນຄ້າ ແລະ ການທ່ອງທ່ຽວ. ດັ່ງນັ້ນ, ຜ່ານມາຄະນະພັກ - ອົງການປົກຄອງເມືອງໄດ້ສຸມໃສ່ນຳພາປະຊາຊົນນຳ ໃຊ້ທ່າແຮງດັ່ງກ່າວເຂົ້າໃນການດຳລົງຊີວິດ ແລະພັດທະນາໃຫ້ດີຂຶ້ນເລື້ອຍໆ ເຊັ່ນ: ປີ 2017 ລາຍຮັບສະເລ່ຍຂອງປະຊາຊົນບັນລຸ 1.227 ໂດລາ ຫຼື ເທົ່າກັບ 10 ລ້ານກວ່າກີບຕໍ່ຄົນຕໍ່ປີ,ສ້າງລາຍຮັບເຂົ້າງົບປະມານໄດ້ 9 ຕື້3 00 ລ້ານກີບ ລື່ນແຜນ 600 ລ້ານກີບ,ສຳລັບ ປີ 2018 ຈະສູ້ຊົນໃຫ້ໄດ້ 11 ຕື້ 538 ລ້ານກີບ. ປະຕິບັດຕົວຈິງ6 ເດືອນບັນລຸໄດ້ແລ້ວ 66% ,ບັນດາລາຍຮັບທັງຫຼາຍກໍລ້ວນແລ້ວແຕ່ໄດ້ຈາກການຜະລິດກະສິກຳ ,ອຸດສະຫະກຳ - ຫັດຖະກຳ ການນຳໃຊ້ທ່າແຮງຄວາມອຸດົມສົມບູນພາຍໃນເມືອງ ໃຫ້ເກີດປະໂຫຍດສູງສຸດຍົກສູງຕໍ່ການພັດທະນາຊີວິດການເປັນຢູ່ຂອງປະ ຊົນ.


ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ


ງານເທດສະການຜະລິດຕະພັນກະສີກຳ - ຫັດຖະກຳຄັ້ງທີ 14 ຂອງເມືອງບາຈຽງ ສຳລັບປີນີ້ ແມ່ນໜຶ່ງໃນ 8 ກິດຈະກຳສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງແຂວງຈຳປາສັກ ເຊິ່ງຈັດຂຶ້ນ ນອກຈາກແນໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າດ້ານກະສິກຳ,ຫັດຖະກຳພາຍໃນເມືອງໃຫ້ມີການຂະຫຍາຍຕົວແລ້ວ,ຍັງແນໃສ່ດຶງດູດນັກທ່ອງທ່ຽວມາສຳຜັດບັນຍາກາດຄວາມອຸດົມສົບູນທາງທຳມະຊາດຂອງເມືອງບາຈຽງ ແລະ ເລືອກຊື້ໝາກໄມ້ສົດ,ຜັກສົດປອດສານພິດຈາກສວນປະຊາຊົນແລະ ເລືອກຊື້ເຄື່ອງຫັດຖະກຳທີ່ເກີດຈາກພູມປັນຍາຂອງຊາວບ້ານ ທີ່ລວມຕົວກັນນຳມາວາງສະແດງຈຳໜ່າຍອີກດ້ວຍ. ໃນພິທີເປີດງານຜູ້ເຂົ້າຮ່ວມ ຍັງໄດ້ຊົມ ການສະແດງຜົນຜະລິດຂອງຊາວກະສິກອນ,ກິດຈະກຳຊິມ ຫມາກໄມ້ຊະນິດຕ່າງໆ, ຊົມການສາທິດການຜະລິດປູກຝັງລ້ຽງສັດ, ແລະຊົມການສະແດງຂອງົນເຜົ່າລະເວນຂະບວນແຫ່ທ້າວບາຈຽງ ທີ່ຕິດພັນກັບຕໍານານຂອງເມືອງຈາກອະດີດຈົນເຖີງປະຈຸບັນອີກດ້ວຍ.

ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ


ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ


ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ


ງານເທດສະການຜະລິດຕະພັນສິນຄ້າກະສິກຳ ສືບທອດຍົກລະດັບຈັດຂຶ້ນມາຈາກງານເທດສະການໝາກໄມ້ສົດ ເຊີ່ງເຄີຍຈັດຂຶ້ນໃນລະຫວ່າງຕົ້ນຫາກາງເດືອນມິຖຸນາໃນແຕ່ລະປີ ເນື່ອງຈາກໄລຍະນີ້ທົ່ວເມືອງມີຜົນຜະລິດໝາກໄມ້ ຢ່າງຫຼວງຫຼາຍ ເຊັ່ນໝາກນັດ,ຖົ່ວລຽນ,ກ້ວຍງ້າວ(ກ້ວຍຫອມ)ໝາກຂຽບ,ໝາກເງາະ ແລະລວມທັງຜະລິດຕະພັນສິນຄ້າໂອດັອບຂອງເມືອງເຊັນ: ກວັນໝາກນັດ,ຜະລິຕະພັນພ້າ ເຄຶອງຫັດຖະກຳເຫຼັກ,ຟອຍແຂມແລະອື່ນໆ ເຊິ່ງນອກຈາກຮ້ານວາງສະແດງຂອງຊາວສວນ,ກຸ່ມການຜະລິດແລ້ວ,ຍັງມີຮ້ານວາງສະແດງຈໍາໜ່າຍຂອງຫ້ອງການ,ບໍລິສັດຫ້າງຮ້ານຂອງພາກລັດ ແລະເອກຊົນຈໍານວນ 30 ກ່ວາຮ້ານ. ເຊິ່ງນັບແຕ່ກ່ອນເປີດງານ 1 ອາທິດເຖິງປະຈຸບັນກໍມີຜູ້ຄົນສົນໃຈມາທ່ຽວຊື້ສິນຄ້າ ຢ່າງຫຼວງຫຼາຍ.

ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ


ງານຕະຫຼາດນັດວາງສະແດງຜະລິດຕະພັນກະສິກຳ - ຫັດຖະກຳ ຕິດພັນກັບການສະເຫຼີມສະຫຼອງປີທ່ອງທ່ຽວລາວ 2018 ຂອງເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກ


(ແຫຼ່ງ​ຂໍ້​ມູນ​: tonamchanews.com)

ເຫດການ
302 Found

Found

The document has moved here.