ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມອອນໄລ ລະຫວ່າງບັນດາປະເທດ E10 ແລະ ເລຂາທິການໃຫຍ່ສະຫະປະຊາຊາດ

10:32 | 23/05/2020

ຍສໝ - ບັນດາປະເທດສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງ (E10) ແລະ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບຫລາຍໆບັນຫາໃນລາຍການປຶກສາຫາລື ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນມີ ໂລກລະບາດ Covid-19.

ຫວຽດນາມ ເປ ນເຈ າພາບຈ ດກອງປະຊ ມອອນໄລ ລະຫວ າງບ ນດາປະເທດ e10 ແລະ ເລຂາທ ການໃຫຍ ສະຫະປະຊາຊາດ ຫວຽດນາມຮຽກຮ້ອງໃຫ້ບັນດາຝ່າຍຢູ່ ໂຊມາລີ ຈັດ​ຕັ້ງ​ການ​ເຈ​ລະ​ຈາ
ຫວຽດນາມ ເປ ນເຈ າພາບຈ ດກອງປະຊ ມອອນໄລ ລະຫວ າງບ ນດາປະເທດ e10 ແລະ ເລຂາທ ການໃຫຍ ສະຫະປະຊາຊາດ ຫວຽດນາມ ຈະສືບຕໍ່ຮ່ວມມືກັບ ອີຕາລີ ໃນການປ້ອງກັນ ແລະ ຕ້ານກັບພະຍາດ COVID-19

ວັນທີ 21 ພຶດສະພາ, ໃນຖານະເປັນຜູ້ປະສານງານຂອງກຸ່ມ 10 ປະເທດສະມາຊິກທີ່ບໍ່ຖາວອນ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ (E10) ໃນເດືອນພຶດສະພາປີ 2020, ທ່ານ ດັ້ງດິງກ໋ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເປັນເຈົ້າພາບປະທານກອງປະຊຸມອອນໄລ ທີ່ບໍ່ເປັນທາງການຄັ້ງທຳອິດລະຫວ່າງ ທ່ານເອກອັກຄະລັດຖະທູດ ຂອງປະເທດ E10 ແລະ ທ່ານ Antonio Guterres - ເລຂາທິການໃຫຍ່ສະຫະປະຊາຊາດ.

ຫວຽດນາມ ເປ ນເຈ າພາບຈ ດກອງປະຊ ມອອນໄລ ລະຫວ າງບ ນດາປະເທດ e10 ແລະ ເລຂາທ ການໃຫຍ ສະຫະປະຊາຊາດ
ທ່ານ ດັ້ງດິງກ໋ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ. (ພາບ: TTXVN)

ທ່ານ Antonio Guterres - ເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຢືນຢັນວ່າ ການລະບາດຂອງພະຍາດ Covid-19 ກຳລັງສືບຕໍ່ສົ່ງຜົນກະທົບຢ່າງເລິກເຊິ່ງຕໍ່ເກືອບທຸກໆປະເທດ, ໃນນັ້ນມີຫຼາຍເຂດທີ່ມີການປະທະກັນ. ທ່ານ Antonio Guterres ໃຫ້ຮູ້ວ່າ ເມື່ອບໍ່ດົນມານີ້, ລະບົບສຳນັກງານຂອງອົງການສະຫະປະຊາຊາດ ໃນບັນດາປະເທດ ໄດ້ມີການດັດປັບຫຼາຍດ້ານໃນການຈັດຕັ້ງປະຕິບັດວຽກງານ, ຫັນປ່ຽນການບຸລິມະສິດ ເພື່ອສະໜັບສະໜູນປະເທດຕ່າງໆ ໄດ້ຮັບມືກັບໂລກລະບາດ. ສະຫະປະຊາຊາດ ກໍ່ໄດ້ຈັດຕັ້ງປະຕິບັດຫຼາຍກິດຈະກຳສະເພາະ ເພື່ອຊ່ວຍເຫຼືອຊຸມຊົນຜູ້ອາໄສຢູ່ທ້ອງຖິ່ນ ຢ່າງໂດຍກົງ.

ນອກຈາກນັ້ນ, ທ່ານ Guterres ກ່າວວ່າ, ມີຫລາຍໆປະເທດ ແລະ ຫລາຍຝ່າຍ ໄດ້ຕອບສະໜອງການຮຽກຮ້ອງຂອງສະຫະປະຊາຊາດ ເຊິ່ງແມ່ນປະຕິບັດການຢຸດຍິງແບບບໍ່ມີເງື່ອນໄຂໃນທົ່ວໂລກ. ທ່ານ Guterres ເນັ້ນໜັກວ່າ ໃນສະພາບການສາກົນປະຈຸບັນ, ບັນດາປະເທດ E10 ມີບົດບາດສຳຄັນ ແລະ ສາມາດຊຸກຍູ້ບັນດາມາດຕະການສະເພາະ ເພື່ອປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ. ໃນເວລາທີ່ບັນດາປະເທດ E10 ໃນຖານະເປັນປະທານສະພາຄວາມໝັ້ນຄົງ ປ່ຽນຜຽນກັນໃນແຕ່ລະເດືອນ ເຊິ່ງໄດ້ສົ່ງເສີມບັນດາຫົວຄິດປະດິດສ້າງ ທີ່ມີປະສິດຕິພາບ ແລະ ແທດກັບຕົວຈິງ.

ແບ່ງປັນຄວາມຄິດເຫັນຂອງບັນດາປະເທດ E10, ທ່ານ ດັ້ງດິງກ໋ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມຍິນດີ ຕໍ່ຄວາມມານະພະຍາຍາມຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ໃນຫຼາຍເດືອນທີ່ຜ່ານມາ ເພື່ອຕອບສະໜອງຕໍ່ການລະບາດຂອງພະຍາດ Covid-19.

ທ່ານ ດັ້ງດິງກ໋ວຍ ກ່າວວ່າຄວາມພະຍາຍາມເຫຼົ່ານີ້ ແມ່ນມີຄວາມໝາຍທັງໃນການປ້ອງກັນການແຜ່ລະບາດຂອງພະຍາດ Covid-19, ກໍ່ແມ່ນການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ, ແລະ ຢືນຢັນຮູບພາບ ແລະ ບົດບາດທີ່ດີຂອງສະຫະປະຊາຊາດ ໃນຖານະເປັນອົງການສາກົນທີ່ໃຫຍ່ທີ່ສຸດຂອງໂລກ, ແລະ ໄດ້ປະກອບສ່ວນອັນໃຫຍ່ຫຼວງ ເຂົ້າໃນການພັດທະນາລວມຂອງປະຊາຄົມສາກົນ.

ພ້ອມກັນນັ້ນ, ທ່ານ ດັ້ງດິງກ໋ວຍ ໄດ້ຢືນຢັນວ່າ ຫວຽດນາມ ຈະເຂົ້າຮ່ວມກັບບັນດາປະເທດ E10 ແລະ ບັນດາສະມາຊິກສະພາຄວາມໝັ້ນຄົງອື່ນໆ ເພື່ອປະສານສົມທົບຢ່າງແໜ້ນແຟ້ນ ແລະ ສະໜັບ ສະໜູນຄວາມມານະພະຍາຍາມ ຂອງທ່ານເລຂາທິການໃຫຍ່, ເພື່ອຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ຮັບມືຕໍ່ພະຍາດ Covid-19, ສົ່ງເສີມການພັດທະນາແບບຍືນຍົງ.

ຫວຽດນາມ ເປ ນເຈ າພາບຈ ດກອງປະຊ ມອອນໄລ ລະຫວ າງບ ນດາປະເທດ e10 ແລະ ເລຂາທ ການໃຫຍ ສະຫະປະຊາຊາດ ຫວຽດນາມ ສະໜັບສະໜູນແຜນການຂອງສະຫະປະຊາຊາດ ກ່ຽວກັບຄວາມສັນຕິພາບສຳລັບ ປະເທດເຢແມນ

ຍສໝ - ວັນທີ 15 ພຶດສະພານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍ ເພື່ອປຶກສາຫາລືກ່ຽວກັບສະຖານະການຢູ່ ປະເທດເຢແມນ ໃນເດືອນທີ່ຜ່ານມາ.

ຫວຽດນາມ ເປ ນເຈ າພາບຈ ດກອງປະຊ ມອອນໄລ ລະຫວ າງບ ນດາປະເທດ e10 ແລະ ເລຂາທ ການໃຫຍ ສະຫະປະຊາຊາດ ຫວຽດນາມ ຕາງໜ້າໃຫ້ E10 ເພື່ອສະໜັບສະໜູນການປັບປຸງວິທີການເຮັດວຽກ ທີ່ສະຫະປະຊາຊາດ

ຍສໝ - ບັນດາສະມາຊິກຂອງສະພາຄວາມໝັ້ນຄົງ ໄດ້ເຫັນດີເປັນເອກະສັນກັນວ່າ ຈະຕ້ອງການສືບຕໍ່ຕັດສິນໃຈປັບປຸງລະບຽບການ ແລະ ວິທີການເຮັດວຽກ ເພື່ອຮັບປະກັນຈຸດປະສົງທີ່ດີທີ່ສຸດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ຫວຽດນາມ ເປ ນເຈ າພາບຈ ດກອງປະຊ ມອອນໄລ ລະຫວ າງບ ນດາປະເທດ e10 ແລະ ເລຂາທ ການໃຫຍ ສະຫະປະຊາຊາດ ທ່ານຟ້າມບິ່ງມິງ: ການປະຕິບັດຕາມກົດໝາຍສາກົນ ມີຄວາມສຳຄັນຕໍ່ການຮັກສາສະຖຽນລະພາບ ແລະ ສັນຕິພາບ

ຍສໝ - ໂດຍໄດ້ຮັບຕາມຄຳເຊີນຂອງທ່ານ Urmas Reinsalu - ລັດຖະມົນຕີການຕ່າງປະເທດ Estonian, ໃນວັນທີ 8 ພຶດສະພາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍລະດັບສູງ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຫົວຂໍ້ “75 ປີຫຼັງຈາກການສົງຄາມໂລກຄັ້ງທີ 2 ໃນເອີຣົບ - ບົດຮຽນທີ່ໄດ້ຮັບເພື່ອສະກັດກັ້ນພາບອັນເສົ້າສະຫຼົດໃຈໃນອະນາຄົດ, ຄວາມຮັບຜິດຊອບຂອງສະພາຄວາມໝັ້ນຄົງ”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.