ຍສໝ - ຢູ່ເມືອງເຊໂປນ, ເປັນເມືອງພູດອຍຫ່າງໄກສອກຫຼີກຂອງແຂວງສະຫວັນນະເຂດ, ທາງພາກກາງຂອງລາວ, ການປະກົດຕົວຂອງບັນດາວິສາຫະກິດຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງກຳລັງວັງຊາໃໝ່ໃຫ້ແກ່ພື້ນຖານເສດຖະກິດທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນຂະບວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວຽກເຮັດງານທຳ ແລະ ພັດທະນາກະສິກຳແບບຍືນຍົງ.
ຍສໝ - ທ່ານປະທານສະມາຄົມມິດຕະພາບ ອິດສະຣາແອນ - ຫວຽດນາມ ຢືນຢັນວ່າ ຫວຽດນາມ ແມ່ນແບບຢ່າງກ່ຽວກັບວິໄສທັດຍຸດທະສາດ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຢ່າງເລິກເຊິ່ງ, ພິເສດແມ່ນດ້ານເສດຖະກິດ, ເຕັກໂນໂລຢີ ແລະ ການແລກປ່ຽນປະຊາຊົນກັບ ອິດສະຣາແອນ.
ຍສໝ - ຫວຽດນາມ ພວມຢູ່ໃນສັບປະດາທະເລ ແລະ ໝູ່ເກາະ (01- 08 ມິຖຸນາ). ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມ ຢັ້ງຢືນແຫລ່ງກຳລັງໃຫຍ່ກ່ຽວກັບເສດຖະກິດທະເລ ແລະ ສະແດງໃຫ້ເຫັນຄວາມຕັດສິນໃຈພັດທະນາຮອບດ້ານຂະແຫນງອາຊີບທາງທະເລ, ປົກປັກຮັກສາສິ່ງແວດລ້ອມເຂດທະເລ, ໝູ່ເກາະແບບຍືນຍົງ. ສັບປະດາໄດ້ດຳເນີນໃນສະພາວະຫວຽດນາມ ພວມສູ້ຊົນສຳເລັດການໂຮມແຂວງກ່ອນວັນທີ 15 ສິງຫາຈະມາເຖິງ. ນີ້ບໍ່ພຽງແຕ່ແມ່ນ “ການສ້າງອົງປະກອບຄືນໃຫມ່”ເຂດແດນການປົກຄອງເທົ່ານັ້ນ ຫາກຍັງແມ່ນກາລະໂອກາດດີທີ່ສຸດເພື່ອກໍ່ສ້າງບັນດາພື້ນທີ່ພັດທະນາໃຫມ່, ຕາມທິດທະເລ.
ຍສໝ - ຕອນບ່າຍວັນທີ 4 ມິຖຸນານີ້, ຢູ່ຮ່າໂນ້ຍ, ຫ້ອງວ່າການລັດຖະບານໄດ້ຈັດກອງປະຊຸມຂ່າວປະຈຳເດືອນພຶດສະພາຂອງລັດຖະບານ, ຂໍ້ມູນຂ່າວສານກ່ຽວກັບສະພາບເສດຖະກິດສັງຄົມໃນເດືອນພຶດສະພາ ແລະ 5 ເດືອນຕົ້ນປີ. ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ສະພາບການເສດຖະກິດ-ສັງຄົມໃນ 5 ເດືອນຕົ້ນປີ 2025 ສືບຕໍ່ມີທ່າອ່ຽງໃນແງ່ດີ, ໃນແຕ່ລະເດືອນມີທ່າອ່ຽງດີຂຶ້ນກວ່າເດືອນກ່ອນ.
ຍສໝ - ວັນທີ 17 ເມສາ, ຢູ່ຮ່າໂນ້ຍ, ສະຖາບັນການສຶກສາອາຊີໃຕ້, ອາຊີຕາເວັນຕົກ ແລະ ອາຟຣິກາ (ສະຖາບັນວິທະຍາສາດສັງຄົມຫວຽດນາມ)ໄດ້ສົມທົບກັບມະຫາວິທະຍາໄລການຄ້າ ແລະ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ໄດ້ຈັດຕັ້ງການສຳມະນາວິທະຍາສາດສາກົນກ່ຽວກັບນະວັດຕະກໍາ, ການເຊື່ອມໂຍງ ແລະ ການພັດທະນາແບບຍືນຍົງ ດ້ວຍຫົວຂໍ້ປີ 2025: “ພັດທະນາເສດຖະກິດ ແລະ ການຄ້າ Halal ຫວຽດນາມ”.
ຍສໝ - ວັນທີ 27 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ອິນໂດເນເຊຍ ສົມທົບກັບສະຖານທູດ ອິນໂດເນເຊຍ ປະຈຳ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ຫວຽດນາມ - ອິນໂດເນເຊຍ ມຸ່ງໄປເຖິງປີ 2045: ເພີ່ມທະວີການພົວພັນຄູ່ຮ່ວມມື, ເປີດກວ້າງການພົວພັນຮ່ວມມື ແລະ ເຮັດໃຫ້ການພົວພັນມິດຕະພາບເລິກເຊິ່ງກ່ວາອີກ”. ເຫດການດັ່ງກ່າວໄດ້ອັບເດັດສະພາບການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ຕີລາຄາຄວາມສາມາດບົ່ມຊ້ອນ ແລະ ໂອກາດພັດທະນາ, ພ້ອມທັງສະເໜີບັນດາມາດຕະການ ເພື່ອພັດທະນາການຮ່ວມມືດ້ານເສດຖະກິດ ແລະ ການຄ້າ 2 ຝ່າຍ.
ຍສໝ - ຕອນຄ່ຳວັນທີ 28 ກຸມພາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈິມິນ ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 65 ປີແຫ່ງວັນເກີດຂອງກະສັດຍີ່ປຸ່ນ Naruhito. ໂດຍເຂົ້າຮ່ວມພິທີມີທ່ານຮອງປະທານສະພາປະຊາຊົນນະຄອນໂຮ່ຈິມິນ, ປະທານສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນ ນະຄອນໂຮ່ຈິມິນ ຮວິ່ງແທງເຍີນ ແລະ ກົງສູນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈີມິນ Ono Masuo.
ຍສໝ - ວັນທີ 22 ກຸມພາ, ໜັງສືພິມ La Nacion - ໜັງສືພິມລາຍວັນແຖວໜ້າຂອງ ອາກຊັງຕິນ ອອກຂ່າວວ່າ ຫວຽດນາມ ເປັນປະເທດນຳເຂົ້າສາລີ ແລະ ແປ້ງຖົ່ວເຫຼືອງອັນດັບ 1 ຂອງ ອາກຊັງຕິນ ໃນປີ 2024, ດ້ວຍສາລີປະມານ ກວ່າ 6 ລ້ານໂຕນ ແລະ ແປ້ງຖົ່ວເຫຼືອງ 3,4 ລ້ານໂຕນ.
ຍສໝ - ວັນທີ 14 ກຸມພາ, ກອງປະຊຸມສໍາມະນາກ່ຽວກັບເສດຖະກິດພິເສດໄດ້ຮັບການຈັດຕັ້ງຢູ່ນະຄອນຫຼວງວຽງຈັນ.
ຍສໝ - ທ່ານ ນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢືນຢັນວ່າ: ຂະບວນການສັບຊ້ອນກົງຈັກແຫ່ງລັດຄືນໃໝ່ບໍ່ໄດ້ກະທົບເຖິງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ
ໃນປີ 2024, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ເສດຖະກິດຫວຽດນາມ ຍັງຄົງຮັກສາລະດັບເຕີບໂຕ 7,09% ດ້ວຍບັນດາໝາກຜົນສຳຄັນທີ່ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ວິສາຫະກິດ. ເສດຖະກິດໃນປີ 2025 ຄາດວ່າຈະຟື້ນຕົວຢ່າງແຂງແຮງ, ມຸ່ງໄປເຖິງບັນລຸເປົ້າໝາຍເຕີບໂຕສູງກວ່າ 8%.
ພ້ອມກັບແງ່ຫວັງເປັນໜ້າປະເອີບໃຈຂອງເສດຖະກິດໂລກ, ເສດຖະກິດຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າ ສືບຕໍ່ເຕີບໂຕຢ່າງໝັ້ນຄົງໃນປີ 2025.
ຍສໝ - ນີ້ແມ່ນໜຶ່ງໃນບັນດາທິດທາງ, ໜ້າທີ່ປີ 2025 ຂອງສະມາຄົມມິດຕະພາບ ຫວຽດນາມ - ການາດາ (ສະມາຄົມ) ໄດ້ເປັນເອກະພາບນຳບັນດາສະມາຊິກສະມາຄົມໃນກອງປະຊຸມສະຫລຸບວຽກງານປີ 2024 ແລະ ທິດທາງວຽກງານປີ 2025 ໃນວັນທີ 16 ມັງກອນ ຢູ່ຮ່າໂນ້ຍ.
ຍສໝ - ຕາມການຄາດຄະເນຂອງອົງການຮ່ວມມື ແລະພັດທະນາເສດຖະກິດ (OECD) ພ້ອມກັບກອງທຶນເງິນຕາສາກົນ (IMF) ແລ້ວ, ການເຕີບໂຕຂອງເສດຖະກິດໂລກບັນລຸ 3,2% ໃນປີ 2024 ແລະກ້າວໄປສູ່ລະດັບ 3,3% ໃນປີ 2025.
ຍສໝ - ປີ 2025, ເຖິງວ່າຍັງປະສົບຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ແຕ່ກໍ່ມີໂອກາດຫຼາຍຢ່າງທີ່ພວມເປີດອອກ. ຖ້າຫາກ ຫວຽດນາມ ນຳໃຊ້ບັນດາໂອກາດນັ້ນໃຫ້ເປັນຢ່າງດີ, ເປົ້າໝາຍການເຕີບໂຕປະມານ 8% ແມ່ນສາມາດບັນລຸໄດ້.
ຍສໝ - ຕອນບ່າຍວັນທີ 10 ທັນວາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕ້ອນຮັບທ່ານ David Petraeus ໜຶ່ງໃນບັນດາຮ່ວມກໍາມະສິດກອງທຶນ Kohlberg Kravis Roberts (KKR - ອາເມລິກາ), ທັງແມ່ນປະທານສະຖາບັນທົ່ວໂລກຂອງ KKR ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 9 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຮັດວຽກກັບຄະນະເສດຖະກິດສູນກາງພັກ ກ່ຽວກັບຜົນການປະຕິບັດໜ້າທີ່ວຽກງານ ນັບແຕ່ຕົ້ນອາຍຸການ ຊຸດທີ XIII ມາຮອດປະຈຸບັນ ແລະທິດທາງໜ້າທີ່ ຈົນເຖິງໝົດອາຍຸການ.
ຍສໝ - ປະຈຸບັນສະພາບການສາກົນ ແລະພາກພື້ນພວມມີການປ່ຽນແປງຢ່າງວ່ອງໄວ, ສັບສົນ ແລະຄາດເດົາໄດ້ຍາກ; ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດເຮັດໃຫ້ໄພພິບັດທໍາມະຊາດ ແລະໂລກພະຍາດນັບມື້ນັບຮ້າຍແຮງກວ່າ.
ຍສໝ - ວັນທີ 9 ພຶດສະພາ 2024, ແຂວງ ລາວກາຍ, ແຂວງ ເຊີນລາ ພ້ອມກັນກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໄດ້ເລີ່ມປະຕິບັດໄລຍະທີ 2 ຂອງໂຄງການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ ໂດຍຜ່ານການຍົກສູງປະສິດທິຜົນດ້ານເສດຖະກິດໃນກະສິກຳ ແລະ ການທ່ອງທ່ຽວ (GREAT).
ຍສໝ - ຄຽງຂ້າງການຊຸກຍູ້ຮ່ວມມືດ້ານການລົງທຶນ, ການຄ້າ, ການສຶກສາ..., ທັດສະນະຍຸດທະສາດຂອງ ຫວຽດນາມ ແມ່ນຊ່ວຍໃຫ້ ລາວ “ມີທະເລ, ທ່າເຮືອສະເພາະຂອງຕົນ”, ຖັດມາແມ່ນມີທາງລົດໄຟ, ທາງບົກ ເພື່ອເປີດປະຕູເຊື່ອມໂຍງເຂົ້າກັບສາກົນ, ພັດທະນາເສດຖະກິດຢ່າງເອກະລາດ.