ກອງປະຊຸມລັດຖະມົນຕີແຮງງານ CLMTV ກ້າວໄປສູ່ການປົກປ້ອງຊາວຜູ້ອອກແຮງງານອົບພະຍົບ

15:12 | 18/09/2019

ຍສໝ - ກອງປະຊຸມນີ້ແມ່ນເວທີເພື່ອແລກປ່ຽນປະສົບການລະຫວ່າງບັນດາປະເທດ CLMTV ກ່ຽວກັບການປົກປ້ອງ ແລະ ສົ່ງເສີມສິດທິຂອງຊາວຜູ້ອອກແຮງງານອົບພະຍົບ, ໂດຍສະເພາະແມ່ນຄວາມຍືດຍຸ່ນຂອງບັນດາລາຍການປະກັນສັງຄົມ.

ກອງປະຊຸມລັດຖະມົນຕີແຮງງານ CLMTV ກ້າວໄປສູ່ການປົກປ້ອງຊາວຜູ້ອອກແຮງງານອົບພະຍົບ

ທ່ານມະຫາອັກຄະລັກເສນາບໍດີ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ແລະ ບັນດາທ່ານນາຍົກລັດຖະມົນຕີກະຊວງແຮງງານ ປະເທດ CLMTV. (ພາບ: ເຈີ່ນລອງ - ມິນຮຶງ / Vietnam+)

ວັນທີ 17 ກັນຍາ, ກອງປະຊຸມລັດຖະມົນຕີແຮງງານບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທແລະຫວຽດນາມ ຄັ້ງທີ 3 ໄດ້ໄຂຂຶ້ນຢ່າງເປັນທາງການ ຢູ່ ນະຄອນຊຽມຣຽບ, ລາຊະອານາຈັກ ກຳປູເຈຍ. ທ່ານນາງຮອງລັດຖະມົນຕີກະຊວງແຮງງານ, ເສຍອົງຄະ ແລະ ສັງຄົມ ຫງວຽນ ທິ ຮ່າ ນຳໜ້າ ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ.

ດ້ວຍຫົວຂໍ້ທີ່ວ່າ “ກ້າວໄປສູ່ການປົກປ້ອງແຮງງານອົບພະຍົບ ຢູ່ ບັນດາປະເທດ CLMTV: ການຮ່ວມມືດ້ານຄວາມປອດໄພທາງສັງຄົມ”, ກອງປະຊຸມລັດຖະມົນຕີແຮງງານຄັ້ງນີ້ ໄດ້ຈັດຂື້ນເພື່ອປຶກສາຫາລື ກ່ຽວກັບກົນໄກການປົກປ້ອງຍິ່ງຂຶ້ນຕໍ່ກັບຊາວຜູ້ອອກແຮງງານອົບພະຍົບ; ເພີ່ມທະວີການຮ່ວມມືດ້ານແຮງງານ; ແບ່ງປັນບົດຮຽນ ລະຫວ່າງບັນດາປະເທດ CLMTV ກ່ຽວຂ້ອງກັບການປົກປ້ອງ ແລະ ຊຸກຍູ້ສິດທິຂອງຊາວຜູ້ອອກແຮງງານອົບພະຍົບ, ພິເສດແມ່ນຄວາມຍຶດຢຸ່ນ ກໍ່ຄືໂຍະຍານຂອງບັນດາລາຍການສະຫວັດດີການສັງຄົມ.

ກ່າວຄຳເຫັນທີ່ພິທີເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Hun Sen ຕີລາຄາສູງຕໍ່ກັບຫົວຂໍ້ຂອງກອງປະຊຸມນີ້. ກອງປະຊຸມຄັ້ງນີ້ຈະຊ່ວຍຊອກຫາວິທີແກ້ໄຂບັນຫາກ່ຽວກັບແຮງງານກຳລັງດຳເນີນໄປຢ່າງສັບສົນ ແລະ ຮີບດ່ວນ ໃນຫລາຍປະເທດທົ່ວໂລກ, ໃນນັ້ນມີປະເທດ CLMTV.

ກອງປະຊຸມລັດຖະມົນຕີແຮງງານ CLMTV ກ້າວໄປສູ່ການປົກປ້ອງຊາວຜູ້ອອກແຮງງານອົບພະຍົບ

ທ່ານ Samdech Hun Sen ນາຍົກລັດຖະມົນຕີກຳປູເຈຍ ໄດ້ກ່າວເປີດກອງປະຊຸມ. (ພາບ: ເຈີ່ນລອງ - ມິນຮຶງ / Vietnam+)

ທ່ານນາຍົກລັດຖະມົນຕີຮຸນແຊນຢືນຢັນວ່າ: “ປະຈຸບັນບັນຫາກ່ຽວກັບຊາວຜູ້ອອກແຮງງານອອກໄປຕ່າງປະເທດເພື່ອຂາຍແຮງງານກຳລັງເປັນບັນຫາທົ່ວໂລກ ແລະ ສິ່ງດັ່ງກ່າວສົ່ງຜົນສະທ້ອນເຖິງບັນດາປະເທດທົ່ວໂລກ. ຂ້າພະເຈົ້າຕີລາຄາສູງຄວາມກ້າວໜ້າໃນການຮ່ວມມື ດ້ານແຮງງານລະຫວ່າງບັນດາປະເທດ CLMTV. ແຕ່ລະຝ່າຍໄດ້ເອົາໃຈໃສ່ໃນການສ້າງເງື່ອນໄຂທີ່ສອດຄ່ອງ, ເໝາະ ສົມ, ເພື່ອປົກປ້ອງ ແລະ ຍົກສູງສິດຂອງແຮງງານອົບພະຍົບ.”

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຮງງານ ແລະ ບຳລຸງສ້າງກຳປູເຈຍ Ith Samheng ໃຫ້ຮູ້ວ່າ, ເຖິງວ່າແຕ່ລະປະເທດມີກອບກົດໝາຍ, ກົດລະບຽບກົດໝາຍ ແລະ ເງື່ອນໄຂດ້ານເສດຖະກິດ - ສັງຄົມ ທີ່ແຕກຕ່າງກັນ, ແຕ່ບັນດາປະເທດ CLMTV ຍັງມີຫຼາຍລັກສະນະພິເສດສະເພາະທີ່ຄ້າຍຄືກັນ ສາມາດຮ່ວມມືກັນເພື່ອປົກປ້ອງສິດຂອງຊາວຜູ້ອອກແຮງງານອົບພະຍົບ, ຊ່ວຍໃຫ້ພວກເຂົາໄດ້ຮັບສິດຜົນປະໂຫຍດດ້ານສະຫວັດດີການ-ສັງຄົມໃນການຍົກຍ້າຍຈາກສະຖານທີ່ ໜຶ່ງ ໄປອີກບ່ອນໜຶ່ງ ຫຼື ຈາກປະເທດໜຶ່ງໄປອີກປະເທດໜຶ່ງ.

ກອງປະຊຸມນີ້ດຳເນີນໄປໃນໄລຍະເວລາ 2 ວັນແຕ່ວັນທີ 17-18 ກັນຍາ, ກອງປະຊຸມລັດຖະມົນຕີແຮງງານ CLMTV ຄັ້ງທີ 3 ຈະອອກຖະແຫຼງການຮ່ວມກ່ຽວກັບຜົນຂອງກອງປະຊຸມ ແລະ ຮັບຮອງເອົາຖະແຫຼງການ Siem Reap ກ່ຽວກັບຂະບວນການກ້າວໄປສູ່ແຜນການ-ການປະສານງານດ້ານສະຫວັດດີການ-ສັງຄົມ, ການໂຍະຍານຂອງບັນດາປະເທດ CLMTV.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.