ນຳສົ່ງພົນລະເມືອງ ຫວຽດນາມ ກັບເມືອປະເທດເກືອບ 300 ຄົນ

06:30 | 03/05/2020

ຍສໝ - ເມື່ອບໍ່ດົນມານີ້, ບັນດາອົງການເຈົ້າໜ້າທີ່ຂອງ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ການາດາ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ການາດາ ນຳສົ່ງພົນລະເມືອງ ຫວຽດນາມ ກັບເມືອປະເທດເກືອບ 300 ຄົນ.

ນຳສ ງພ ນລະເມ ອງ ຫວຽດນາມ ກ ບເມ ອປະເທດເກ ອບ 300 ຄ ນ ຫວຽດນາມ ແລະ ແອສໂຕນີ ຊຸກຍູ້ການຮ່ວມມືເພື່ອແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ
ນຳສ ງພ ນລະເມ ອງ ຫວຽດນາມ ກ ບເມ ອປະເທດເກ ອບ 300 ຄ ນ ໜູນຊ່ວຍ​​ແຮງ​ງານ​ຫວຽດນາມ ຢູ່ ຍີ່​ປຸ່ນ
ນຳສ ງພ ນລະເມ ອງ ຫວຽດນາມ ກ ບເມ ອປະເທດເກ ອບ 300 ຄ ນ
ນຳສົ່ງພົນລະເມືອງ ຫວຽດນາມ ກັບເມືອປະເທດເກືອບ 300 ຄົນ. (ພາບປະກອບ)

ພົນລະເມືອງເຫຼົ່ານີ້ລວມມີເດັກນ້ອຍຈຳນວນຫຼາຍທີ່ມີອາຍຸຕ່ຳກວ່າ 18 ປີ, ຜູ້ສູງອາຍຸ, ຄົນເຈັບປ່ວຍ, ນັກທ່ອງທ່ຽວຖືກຕິດຂ້າງ ຢູ່ ປະເທດປະຈໍາຖິ່ນ ແລະນັກຮຽນບາງຄົນທີ່ບໍ່ມີບ່ອນພັກເຊົາຍ້ອນຫໍພັກຖືກປິດ. ສະຖານທູດຫວຽດນາມປະຈຳ Ottawa ໄດ້ຈັດສົ່ງພະນັກງານໄປຍັງ Toronto ເພື່ອຊ່ວຍເຫຼືອພົນລະເມືອງໂດຍກົງຢູ່ສະໜາມບິນ.

ພາຍໃຕ້ການຊີ້ນຳ ຂອງທ່ານນາຍົກລັດຖະມົນຕີຫວຽດນາມ, ບັນດາອົງການເຈົ້າໜ້າທີ່ຂອງຫວຽດນາມ, ບັນດາອົງການ ຜູ້ຕາງໜ້າຂອງຫວຽດນາມ ຢູ່ຕ່າງປະເທດ ແລະ ບັນດາສາຍການບິນພາຍໃນປະເທດໄດ້ຈັດຕັ້ງການບິນເພື່ອນຳສົ່ງພົນລະເມືອງຫວຽດນາມໃນສະພາບການພິເສດຈາກອັງກິດ, ອີຕາລີ, ຍີ່ປຸ່ນ, ສິງກະໂປ, ອິນໂດເນເຊຍ ... ກັບເມືອປະເທດ.

ພາຍຫລັງລົງຈອດຢູ່ສະໜາມບິນສາກົນ ເວິນດົນຢ່າງປອດໄພ, ຜູ້ໂດຍສານ, ຈຸບິນທັງໝົດລ້ວນແຕ່ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວລວມໝູ່ຕາມຂໍ້ກຳນົດ. ກ່ອນໜ້ານັ້ນ, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ ໄດ້ສົມທົບກັບສະຖານທູດ ການາດາ ປະຈຳ ຫວຽດນາມ ກໍ່ຈັດສົ່ງພົນລະເມືອງ ການາດາ ກັບເມືອປະເທດ.

ນຳສ ງພ ນລະເມ ອງ ຫວຽດນາມ ກ ບເມ ອປະເທດເກ ອບ 300 ຄ ນ ກອງທຶນເພື່ອຄວາມຮັກ ອາວຢ່າຍ ພັນລະຍາ ໃນທົ່ວເອີຮົບ ມອບຂອງຂວັນ 70 ຢ່າງ ໃຫ້ຊາວຫວຽດນາມ ຢູ່ ເຊັກ

ຍສໝ - ເມື່ອບໍ່ດົນມານີ້, ຢູ່ ສູນການຄ້າ Sapa, ນະຄອນຫຼວງ Prague, ກອງທຶນເພື່ອຄວາມຮັກ ອາວຢ່າຍ ພັນລະຍາ ໃນທົ່ວເອີຮົບ ໄດ້ຈັດພິທີມອບຮັບຂອງຂວັນ 70 ຢ່າງ ປະກອບມີເຄື່ອງທີ່ຈໍາເປັນເພື່ອຮັບໃຊ້ໃນຊິວີດປະຈໍາວັນ ໃຫ້ແກ່ຊາວຫວຽດນາມ ຢູ່ ເຊັກ.

ນຳສ ງພ ນລະເມ ອງ ຫວຽດນາມ ກ ບເມ ອປະເທດເກ ອບ 300 ຄ ນ ບັນດານັກເດີນເຮືອ ເອີຣົບ ໄດ້ຮັບຮອງອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ແຕ່ສະຕະວັດທີ 16

ຍສໝ - ລວມທັງສອງ ໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ ໄດ້ແຕ້ມຕິດຕໍ່ກັນຄືປາຍມີດ ແລະ ໄດ້ຕັ້ງຊື່ລວມແມ່ນ Pracel.

ນຳສ ງພ ນລະເມ ອງ ຫວຽດນາມ ກ ບເມ ອປະເທດເກ ອບ 300 ຄ ນ ສະຫະພັນລັດເຊຍ ມີຄວາມພາກພູມໃຈທີ່ໄດ້ຢືນຄຽງບ່າຄຽງໄຫຼ່, ສະໜັບສະໜູນ ແລະ ຊ່ວຍເຫຼືອເພື່ອນມິດຫວຽດນາມໃນຊຸມປີທີ່ຫຍຸ້ງຍາກ

ຍສໝ - ນັ້ນແມ່ນເນື້ອໃນສານອວຍພອນຂອງ ທ່ານນາຍົກລັດຖະມົນຕີລັດເຊຍ Mikhail Mishustin ສົ່ງມາຍັງ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ຄົບຮອບ 45 ປີ ແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

ໄຊພອນ

ເຫດການ
302 Found

Found

The document has moved here.