ກຸ້ງມັງກອນດິນມີລວງຍາວເກືອບ 1 ແມັດ ອາຍຸຍືນເຖິງ 60 ປີ

10:27 | 05/06/2019

ຍສໝ - ກຸ້ງມັງກອນດິນຍັກ Tasmania ໄດ້ຖືກຈັດເຂົ້າລາຍການ ຂອງປື້ມແດງ IUCN, ເຊິ່ງກຳລັງປະເຊີນໜ້າກັບຄວາມສ່ຽງສູນພັນ.

ກຸ້ງມັງກອນດິນມີລວງຍາວເກືອບ 1 ແມັດ ອາຍຸຍືນເຖິງ 60 ປີ

ພາບຢູ່ໃກ້ຂອງກຸ້ງມັງກອນດິນປະເພດມະຫຶມາ Tasmania. (ພາບ: dantri.com.vn)

ກຸ້ງມັງກອນດິນຍັກ Tasmania ແມ່ນສິ່ງມີຊີວິດນ້ຳຈືດ ທີ່ບໍ່ມີກະດູກສັນຫຼັງ ທີ່ໃຫຍ່ທີ່ສຸດໃນໂລກ. ສັດປະເພດນີ້ຈະສາມາດພົບເຫັນໄດ້ແຕ່ ຢູ່ ແຄມແມ່ນ້ໍາ ແລະ ຫ້ວຍ ພາກເຫນືອຂອງ Tasmania, ປະເທດ ອົດສະຕາລີ. ເຊິ່ງມີລາຍຊື່ບັນຈຸຢູ່ໃນປຶ້ມແດງ ຂອງ IUCN, ກຸ້ງມັງກອນດິນຍັກ Tasmania ເປັນປະເພດສັດທີ່ມີຄວາມສ່ຽງສູນພັນ ຍ້ອນການປະມົງຢ່າງເກີນລະດັບ ແລະ ສິ່ງແວດລ້ອມທີ່ຖຶກທຳລາຍ.

ກຸ້ງມັງກອນດິນມີລວງຍາວເກືອບ 1 ແມັດ ອາຍຸຍືນເຖິງ 60 ປີ

ກ້າມຂອງກຸ້ງມັງກອນດິນປະເພດມະຫຶມາ Tasmania.

ການອາຫານຂອງສັດປະເພດນີ້ຈະແຕກຕ່າງກັນໄປຕາມອາຍຸ, ແຕ່ສ່ວນໃຫຍ່ແມ່ນດ້ວຍ ໄມ້ເນົ່າ, ປາຂະຫນາດນ້ອຍ, ແມງໄມ້, ຊີ້ນສັດເນົ່າເປື່ອຍ. ກຸ້ງມັງກອນດິນຍັກປະເພດນີ້ສາມາດມີຄວາມຍາວເກືອບ 1 ແມັດ, ນ້ໍາຫນັກ 6 ກິໂລ ແລະ ມີອາຍຸຍືນຫຼາຍກວ່າ 60 ປີ.

ກຸ້ງມັງກອນດິນຍັກ Tasmania ຈະປະສົມພັນ 2ປີ ຕໍ່ຄັ້ງ. ພວກມັນ ລ່າເຍື່ອແບບດຽວກັນກັບແຂ້. ຍ້ອນພວກມັນມີກ້າມແຂງສີນ້ຳຕານດຳ ສາມາດປ່ຽນແປງຄືນກັນກັບກ້ອນຫີນ ແລະ ຂີ້ຕົມ ເຮັດໃຫ້ຫຼົບລີກການແນມເຫັນຂອງ ເຍື່ອ ແລະ ສັດຕູໄດ້.

ພວກມັນກ້າມທັງໃຫຍ່ທັງແຮງ ແບບວ່າສາມາດໜີບກະດູກແຂງໆຫັກໄດ້, ກັດມືຄົນຂາດໄດ້. ຄຸນລັກສະນະພິເສດອື່ນຂອງສັດປະເພດນີ້ແມ່ນ ຖ້າກ້າມຫັກ, ມັນສາມາດປົ່ງກ້າມໃໝ່ໄດ້.

ອີງຕາມການຄົ້ນຄວ້າເມື່ອບໍ່ດົນມານີ້, ມີກຸ້ງມັງກອນດິນຍັກ Tasmania ປະມານ 100.000 ໂຕ ຢູ່ Tasmania. ແຕ່ວ່າ, ນັ້ນເປັນພຽງການປະມານ ຍ້ອນວ່າມັນບໍ່ສາມາດຈະເກັບກຳຈໍານວນທີ່ຊັດເຈນໄດ້ ເພາະວ່າ ພວກມັນຍັງຢູ່ໃນນ້ຳ ແລະ ເຂດຫ່າງໄກຊອກຫຼີກ.

ກຸ້ງມັງກອນດິນມີລວງຍາວເກືອບ 1 ແມັດ ອາຍຸຍືນເຖິງ 60 ປີ


ປະຈຸບັນ, ອຳນາດການປົກຄອງ Tasmania ແລະ ລັດຖະບານ ອົດສະຕາລີ ໄດ້ວາງແຜນທີ່ຈະຟື້ນຟູສະພາບແວດລ້ອມ ໃຫ້ແກ່ສັດປະເພດນີ້, ຫຼຸດຜ່ອນການປະມົງທີ່ຜິດກົດຫມາຍ, ແລະສ້າງຄວາມຮັບຮູ້ໃນຊຸມຊົນກ່ຽວກັບການອະນຸລັກ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.