ຫວຽດນາມ ໄດ້ຮັດແໜ້ນການຄຸ້ມຄອງກັບຜູ້ໂດຍສານຈາກ ເອີຣົບ ແລະ ອາເມລິກາ ເພື່ອຄວບຄຸມການລະບາດຂອງ Covid-19

12:06 | 16/03/2020

ຍສໝ - ເລີ່ມແຕ່ວັນທີ 15 ມີນາ, ຫວຽດນາມ ປະຕິບັດການວິໄຈເລືອດຕໍ່ຜູ້ໂດຍສານທີ່ມາຈາກເອີລົບ ແລະ ອາເມລິກາ, ຢູ່ບັນດາດ່ານຊາຍແດນສາກົນ.

ນີ້ແມ່ນຂໍ້ມູນເຊິ່ງໄດ້ທ່ານ ຫງວຽນແທງລອງ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມຍົກອອກທີ່ກອງປະຊຸມທາງອອນລາຍເຝິກອົບຮົມການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ຮັບໃຊ້ການສະກັດກັ້ນໂລກລະບາດ Covid – 19 ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 15 ມີນາ ຢູ່ຮ່າໂນ້ຍ.

ຕາມນັ້ນແລ້ວ, ຕຳຫຼວດນະຄອນດານັງ ຮ່ວມມືກັບພະແນກສາທາລະນະສຸກນະຄອນໂຮ່ຈີມິນ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ, ແລະ ທ້ອງຖິ່ນ ໄດ້ຜັນຂະຫຍາຍບັນດາປ້ອມປັກຫຼັກຢູ່ 7 ປະຕູເຂົ້ານະຄອນ ເພື່ອດຳເນີນການກວດກາອຸນຫະພູມຮ່າງກາຍ, ກຳແໜ້ນຂໍ້ມູນຕາຕະລາງການຍົກຍ້າຍ ແລະ ຮຽກຮ້ອງໃຫ້ຜູ້ໂດຍສານໃສ່ຜ້າບັງປາກ, ປະກາດແຈ້ງການທາງການແພດ...

ຫວຽດນາມ ໄດ້ຮັດແໜ້ນການຄຸ້ມຄອງກັບຜູ້ໂດຍສານຈາກ ເອີຣົບ ແລະ ອາເມລິກາ ເພື່ອຄວບຄຸມການລະບາດຂອງ Covid-19

ຄະນະປະຕິບັດງານໄດ້ກວດກາອຸນຫະພູມຮ່າງກາຍນັກທ່ອງທ່ຽວ ໃນຕອນບ່າຍຂອງວັນທີ 15 ມີນານີ້. (ພາບ: cand.com.vn)

ປັດຈຸບັນ, ກະຊວງສາທາລະນະສຸກ ຫວຽດນາມ ພວມຕັ້ງໜ້າສົມທົບກັບບັນດາກຸ່ມບໍລິສັດໂທລະຄົມມະນາຄົມພາຍໃນປະເທດ ຍູ້ແຮງການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ເພື່ອສ້າງເງື່ອນໄຂໃຫ້ແກ່ການແຈ້ງອາການສຸຂະພາບຂອງປະຊາຊົນ

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.