ຫວຽດນາມ ຄັດຄ້ານຢ່າງແຮງອັນທີ່ໄດ້ເອີ້ນວ່າ “ທາງ 9 ຕອນ” ຂອງຈີນ ຢູ່ທະເລຕາເວັນອອກ

17:13 | 22/03/2020

ວັນທີ 20 ມີນາ, ຕອບສໍາພາດຂອງນັກຂ່າວທີ່ສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມ ຕໍ່ເລື່ອງບາງສື່ສັງຄົມອອນໄລທີ່ລົງທະບຽນຊື່ອົງການຜູ້ຕາງໜ້າຈີນ ປະຈໍາ ຕ່າງປະເທດໄດ້ລົງຮູບແຜນທີ່ປະເທດຈີນ ທີ່ມີຮູບພາບ “ທາງ 9 ຕອນ”.

ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ແຈ້ງວ່າ: ຫຼັກໝັ້ນຂອງຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກແມ່ນຈະແຈ້ງ ແລະສະເໝີຕົ້ນສະເໝີປາຍ. ຫວຽດນາມ ມີຫຼັກຖານດ້ານນິຕິກໍາ ແລະຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບສອງໝູ່ເກາະຮວ່າງຊາ ແລະເຈື່ອງຊາ, ກໍ່ຄືອະທິປະໄຕ, ສິດອະທິປະໄຕ, ສິດພິພາກສາຕໍ່ກັບບັນດາເຂດທະເລທີ່ໄດ້ຮັບການກໍານົດສອດຄ່ອງກັບຂໍ້ກຳນົດຂອງສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ຫວຽດນາມ ຄັດຄ້ານຢ່າງແຮງອັນທີ່ໄດ້ເອີ້ນວ່າ “ທາງ 9 ຕອນ” ຂອງຈີນ ຢູ່ທະເລຕາເວັນອອກ

ທ່ານນາງ ເລທິທູຮັ່ງ. (ພາບ: baothegioi)

ຫວຽດນາມ ມີພື້ນຖານນິຕິກຳ ແລະ ພະຍານຫຼັກຖານປະຫວັດສາດຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບໝູ່ເກາະ ຮ່ວາງຊາ ແລະ ໝູ່ເກາະ ເຈື່ອງຊາ, ກໍ່ຄືອະທິປະໄຕ, ສິດອະທິປະໄຕ, ສິດພິພາກສາສຳລັບບັນດາເຂດທະເລ ທີ່ໄດ້ ກຳນົດຢ່າງ ເໝາະສົມກັບຂໍ້ກຳນົດຂອງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຕາມນັ້ນແລ້ວ, ຫວຽດນາມ ບໍ່ຮັບຮູ້ບໍ່ວ່າການຮຽກສິດທາງທະເລໃດໆຂອງ ຈີນ ທີ່ອີງໃສ່ “ເສັ້ນ 9 ຕອນ” ຂອງ ຈີນ ຢູ່ທະເລຕາເວັນອອກ. ຕາມນັ້ນແລ້ວ, ຫວຽດນາມ ປະຕິເສດທຸກຄວາມຮຽກສິດກ່ຽວກັບທະເລຂອງຈີນ ເຊິ່ງອີງໃສ່ອັນທີ່ໄດ້ເອີ້ນວ່າ “ທາງ 9 ຕອນ” ຂອງຈີນ ຢູ່ທະເລຕາເວັນອອກ.

(ແຫຼ່ງ​ຂໍ້​ມູນ​: qdnd.la)

ເຫດການ
302 Found

Found

The document has moved here.