ສ້າງແຜນການເພື່ອຮັບມືກັບມົນລະພິດຢາງໃນແມ່ນໍ້າຂອງ

16:30 | 05/03/2020

ຍສໝ - ໃນເດືອນກຸມພາທີ່ຜ່ານມາ, ໃນກອງປະຊຸມສຳມະນາ ທີ່ນະຄອນຫຼວງວຽງຈັນ (ປະເທດລາວ), ຈັດໂດຍກອງເລຂາຄະນະກຳມາທິການແມ່ນໍ້າຂອງ (MRC) ແລະ ລາຍການສະຫະປະຊາຊາດ ເພື່ອສິ່ງແວດລ້ອມ (UNEP) ໃນພາກພື້ນອາຊີປາຊີຟິກ, ມີເຈົ້າໜ້າທີ່ລັດຖະບານປະມານ 50 ຄົນ ແລະ ນັກຄົ້ນຄວ້າຈາກ 4 ປະເທດແມ່ນໍ້າຂອງ: ກໍາປູເຈຍ, ລາວ, ໄທ ແລະ ຫວຽດນາມ ໄດ້ປຶກສາຫາລືກ່ຽວກັບວິທີການປະເມີນຜົນ ເພື່ອສຶກສາມົນລະພິດຢາງໃສ່ແມ່ນໍ້າຂອງ.

ນອກຈາກນີ້, ໃນກອງປະຊຸມດັ່ງກ່າວ, ທັງ 4 ປະເທດ ກໍາປູເຈຍ, ລາວ, ໄທ ແລະ ຫວຽດນາມ ໄດ້ເຫັນດີສືບຕໍ່ການຮ່ວມມື, ເພື່ອໃຫ້ຂໍ້ມູນລະອຽດ ແລະ ຫຼັກຖານວິທະຍາສາດກ່ຽວກັບສະພາບການມົນລະພິດຢາງໃນພາກພື້ນ ແລະ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ປະຊາຊົນຢູ່ທີ່ນີ້, ພ້ອມກັນໃຫ້ຄຳແນະນຳ ດ້ານນະໂຍບາຍເພື່ອແກ້ໄຂບັນຫານີ້.

ການປະເມີນດັ່ງກ່າວຈະປະກອບມີການຕິດຕາມກວດກາ ແລະ ເກັບມ້ຽນຂີ້ເຫຍື້ອຢາງ ແລະ ສິ່ງເສດເຫຼືອອື່ນໆຢູ່ໃນ 5 ຕົວເມືອງໃຫຍ່ລຽບຕາມແມ່ນ້ຳຂອງຄື: ຊຽງຣາຍ (ກໍາປູເຈຍ), ວຽງຈັນ (ລາວ), ອຸບົນຣາຊະທານີ (ໄທ), ພະນົມເປັນ (ກໍາປູເຈຍ) ແລະ ເກີນເທີ (ຫວຽດນາມ).

ສ້າງແຜນການເພື່ອຮັບມືກັບມົນລະພິດຢາງໃນແມ່ນໍ້າຂອງ

ມົນລະພິດພາດສະຕິກໃສ່ແມ່ນໍ້າຂອງ. (ພາບ: Khmer Times)

ກອງປະຊຸມດັ່ງກ່າວ ແມ່ນສ່ວນໜຶ່ງຂອງໂຄງການຂອງ UNEP ເພື່ອສົ່ງເສີມມາດຕະການປະເຊີນໜ້າຂີ້ເຫຍື່ອພາດສະຕິກ ໃນທະເລອາຊີຕາເວັນອອກສ່ຽງໃຕ້ ແລະ ອິນເດຍ ເຊິ່ງໄດ້ຮັບການອຸປະຖຳຈາກລັດຖະບານຍີ່ປຸ່ນ.

ທ່ານ Pich Hatda, ຜູ້ອຳນວຍການຂອງ ກອງເລຂາຄະນະກຳມາທິການແມ່ນໍ້າຂອງ ກ່າວວ່າ ການຮ່ວມມືກັບ UNEP ແມ່ນມີຄວາມທັນເວລາ, ເພາະວ່າບັນດາປະເທດສະມາຊິກຈະດຳເນີນການປະເມີນສະຖານະພາບ ແລະ ທ່າອ່ຽງຂອງຂີ້ເຫຍື້ອພາດສະຕິກ, ລວມທັງກອບກົດໝາຍ ແລະ ສະຖາບັນການຄຸ້ມຄອງມົນລະພິດພາດສະຕິກ ແມ່ນສ່ວນໜຶ່ງຂອງແຜນການເຮັດວຽກປະຈຳປີຂອງ ກອງເລຂາຄະນະກຳມາທິການແມ່ນໍ້າຂອງ ສຳລັບປີ 2020.

(ຄຳຮຸ່ງ)