ໂລກລະບາດ Covid-19 ສືບຕໍ່ແຜ່ລະບາດອອກສູ່ວົງກວາງໃນໂລກ

06:46 | 02/03/2020

ຍສໝ - ຕອນເຊົ້າວັນທີ 01 ມີນາ, ອົງການຄຸ້ມຄອງ ແລະ ປ້ອງກັນຕ້ານເຊື້ອພະຍາດສ.ເກົາຫຼີ ໃຫ້ຮູ້ວ່າ, ຈຳນວນຜູ້ຕິດເຊື້ອພະຍາດໄວຣັດ SARS-CoV-2 ຢູ່ປະເທດນີ້ໄດ້ເພີ່ມຂຶ້ນ 376 ກໍລະນີ, ລວມທັງໝົດແມ່ນ 3.526 ກໍລະນີ.

ໂລກລະບາດ Covid-19 ສືບຕໍ່ແຜ່ລະບາດອອກສູ່ວົງກວາງໃນໂລກ

ພາບປະກອບ

ໃນວັນທີ 29 ກຸມພາ, ຈີນ ໄດ້ຢັ້ງຢືນວ່າ, ມີ 79.824 ຄົບຕິດເຊື້ອໄວຮັດດັ່ງກ່າວ ແລະ 2.870 ຜູ້ເສຍຊີວິດຍ້ອນ Covid-19. ມີທັງໝົດ 41.625 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ. ສ່ວນຢູ່ອີຣານ, ໄລ່ຮອດວັນທີ 29 ກຸມພາ, ມີ 43 ຄົນເສຍຊີວິດ ແລະ 593 ກໍລະນີຕິດເຊື້ອໄວຣັດ, ປະຈຸບັນ ອີຣານ ແມ່ນປະເທດມີຜູ້ເສຍຊີວິດຫຼາຍທີ 2 ໃນໂລກຖັດຈາກຈີນ. ອີຕາລີ ແມ່ນປະເທດມີຈຳນວນຜູ້ເສຍຊີວິດຍ້ອນ Covid-19 ຫຼາຍທີ 3 ໃນໂລກ, ດ້ວຍຈຳນວນ 29 ຄົນເສຍຊີວິດ ແລະ 1.128 ຄົນຕິດ Covid-19.

ວັນທີ 28 ກຸມພາ ຕາມການສະເຫນີຈາກຝ່າຍ ສ.ເກົາຫລີ, ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ໄດ້ໂອ້ລົມທາງໂທລະສັບກັບທ່ານນາງ Kang Kyung Wha ລັດຖະມົນຕີການຕ່າງປະເທດ ສ.ເກົາຫລີ. ທ່ານ ຮອງນາຍົກລັດຖະມົນຕີ ຟ້າມບີງມີງ ໃຫ້ຮູ້ວ່າ: ລັດຖະບານ ຫວຽດນາມ ຕົກລົງຢຸດຕິຊົ່ວຄາວການຍົກເວັ້ນວີຊາ ສຳລັບພົນລະເມືອງ ສ.ເກົາຫລີ ເລີ່ມຕົ້ນນັບແຕ່ເວລາ 00 ໂມງ ວັນທີ 29 ກຸມພາ ຊື່ງໄດ້ແຈ້ງໃຫ້ຝ່າຍ ສ.ເກົາຫລີ ຮັບຊາບແລ້ວກ່ອນນັ້ນ ເພື່ອແນໃສ່ເພີ່ມທະວີກຳລັງຄວາມສາມາດຄວບຄຸມການແຜ່ລະບາດຂອງເຊື້ອໄວຣັດ Covid 19, ຕາມນັ້ນແລ້ວ ພົນລະເມືອງ ສ.ເກົາຫລີ ຖື ຫນັງສືຜ່ານແດນທຳມະດາເມື່ອມີວິຊາເໝາະສົມ ກໍ່ສາມາດເດີນທາງເຂົ້າປະເທດຫວຽດນາມໄດ້. ທ່ານ ຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ ຝ່າຍ ສ.ເກົາຫລີ ສົມທົບຢ່າງແຫນ້ນແຟ້ນກັບ ຫວຽດນາມໃນວຽກງານປ້ອງກັນ ຄວບຄຸມໂລກລະບາດ ເວົ້າລວມແລະຫນູນຊ່ວຍພົນລະເມືອງ,ວິສາຫະກິດ ພວມທຳມາຫາກິນ ກໍ່ຄືພວມເຮັດທຸລະກິດ ຢູ່ແຕ່ລະປະເທດເວົ້າສະເພາະແລະປາດຖະຫນາຢາກໃຫ້ການຮ່ວມມືດ້ານເສດຖະກິດ ການຄ້າ ລະຫວ່າງສອງຝ່າຍ ຍັງຄົງສືບຕໍ່ໄດ້ດຳເນີນໄປເປັນປົກກະຕິ.

ບັນດາທ້ອງຖິ່ນຢູ່ຫວຽດນາມເພີ່ມທະວີການປ້ອງກັນ ຄວບຄຸມເຊື້ອພະຍາດ Covid 19. ທ້ອງຖິ່ນຕ່າງໆຢູ່ ແຂວງກວ໋າງນີງ ພວມສືບຕໍ່ຜັນຂະຫຍາຍບັນດາວິທີການ ແລະມາດຕະການຮີບດ່ວນເພື່ອປ້ອງກັນ ຄວບຄຸມເຊື້ອພະຍາດ Covid 19 ຢູ່ໃນລະດັບສູງສຸດ. ພະແນກສາທາລະນະສຸກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ ນອກຈາກແຍກຕົວ ຊາວ ສເກົາຫລີ ແລະ ຜູ້ທີ່ເດີນທາງຜ່ານເຂດເກີດໂລກລະບາດຂອງ ສເກົາຫລີ ແລ້ວ, ນັບແຕ່ເວລາ 0 ໂມງຂອງ ວັນທີ 1 ມີນາ ນະຄອນ ຈະປະຕິບັດການແຍກຕົວຜູ້ທີ່ເດີນທາງມາຈາກ ອີຣານ ແລະອີຕາລີ. ຢູ່ ສະຫນາມບິນ ເຕີນເຊີນເຍີດ ແຕ່ວັນທີ 23- 27 ກຸມພາ ມີ 4.674 ຄົນ ເດີນທາງມາຈາກ ສເກົາຫລີ, ໃນນັ້ນ 50%ແມ່ນ ຊາວ ສເກົາຫລີ, ປະມານ 1.800 ຄົນ ແມ່ນຊາວຫວຽດນາມ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.