ຫວຽດນາມ ປະກາດໄຊຊະນະຂອງການປ້ອງກັນ ແລະ ຕ້ານລະບາດ Covid-19 ຄັ້ງເບື້ອງຕົ້ນ

06:11 | 27/02/2020

ຕອນເຊົ້າວັນທີ 25 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ປະກາດວ່າ ຫວຽດນາມໄດ້ຮັບໄຊຊະນະໃນການປ້ອງກັນ ແລະ ຕ້ານລະບາດຂອງ Covid-19, ແລະ ໄດ້ກ່າວຄຳສັ່ງເຕືອນໄພໄລຍະໃໝ່ ຂອງການປ້ອງກັນ ແລະ ຕ້ານລະບາດ Covid-19 ພົບກັບຄວາມສັບສົນ.

ຫວຽດນາມ ປະກາດໄຊຊະນະຂອງການປ້ອງກັນ ແລະ ຕ້ານລະບາດ Covid-19 ຄັ້ງເບື້ອງຕົ້ນ

ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ທີ່ກອງປະຊຸມອອນໄລ ກ່ຽວກັບການຕ້ານໂລກລະບາດ Covid-19. (ພາບ: thanhtra.com.vn)

ກ່າວຄຳເຫັນທີ່ກອງປະຊຸມອອນໄລ ກ່ຽວກັບການຕ້ານໂລກລະບາດ Covid-19, ທ່ານຮອງນາຍົກລັດຖະມົນຕີ ວູດຶກດາມ ໄດ້ເນັ້ນໜັກວ່າ: ສາມາດຕີລາຄາໄດ້ວ່າ ຫວຽດນາມ ສາມາດຄວບຄຸມການລະບາດ Covid-19 ໄດ້ດີ.

ຕອນເຊົ້າວັນທີ 25 ກຸມພາ, ຢູ່ໂຮງໝໍຫຼາຍຂະແໜງເຂດ ກວາງຮ່າ, ເມືອງ ບິ່ງຊວຽນ, ແຂວງວິ້ງຟູ໊ກ, ກໍລະນີຕິດ Covid-16 ຜູ້ທີ 16 ໄດ້ອອກໂຮງໝໍແລ້ວ. ນີ້ແມ່ນຄົນເຈັບຜູ້ສຸດທ້າຍຂອງແຂວງວິ້ງຟູ໊ກ ແລະ ຢູ່ຫວຽດນາມ ໄລ່ຮອດຈຸດເວລານີ້. ສະນັ້ນ, ຜູ້ຕິດ Covid – 19 ຢູ່ຫວຽດນາມ ລວມທັງໝົດ 16 ຄົນໄດ້ຮັບການປິ່ນປົວຫາຍດີແລ້ວ. ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນແທັງລອງ, ຖືວ່າ.

ໃນໄລຍະຜ່ານມາ, ພວກເຮົາໄດ້ບັນລຸຜົນສຳເລັດ ແຕ່ກໍກ້າວເຂົ້າສູ່ໄລຍະໃໝ່ມີສິ່ງທ້າທ້າຍ ແລະ ຫຍຸ້ງຍາກກວ່າ. ເມື່ອໂລກພະຍາດແຜ່ລະບາດຢູ່ຈີນ, ຫວຽດນາມ ໄດ້ສະກັດກັ້ນຢ່າງມີປະສິດທິຜົນ. ແຕ່ໃນປະຈຸບັນ, ໂລກລະບາດພວມຜັນແປສັບສົນຢູ່ສ.ເກົາຫຼີ, ຮຽກຮ້ອງໃຫ້ຕ້ອງສະກັດກັ້ນການໄປມາ, ແຍກຕົວບັນດາຜູ້ຈາກເຂດເກີດໂລກລະບາດຢູ່ ສ.ເກົາຫຼີ ມາຫວຽດນາມ ເປັນເວລາ 14 ວັນ”.

ວັນທີ 25 ກຸມພາ, ຢູ່ແຂວງບັ໊ກກ້ານ, ມີພົນລະເມືອງ 145 ຄົນຢູ່ເຂດແຍກຕົວເພື່ອຕິດຕາມອາການຕິດ Covid-19 ກໍໄດ້ກັບເມືອຫາຄອບຄົວພາຍຫຼັງຖືກແຍກຕົວເປັນເວລາ 14 ວັນ. ອາການສຸຂະພາບຂອງບັນດາພົນລະເມືອງດັ່ງກ່າວລ້ວນແຕ່ໄດ້ຮັບການຮັບປະກັນ.

ຫວຽດນາມ ປະກາດໄຊຊະນະຂອງການປ້ອງກັນ ແລະ ຕ້ານລະບາດ Covid-19 ຄັ້ງເບື້ອງຕົ້ນ

ກໍລະນີຕິດ Covid-19 ລວມທັງໝົດ 16 ຄົນຢູ່ຫວຽດນາມໄດ້ອອກໂຮງໝໍແລ້ວ ໃນວັນທີ 26 ກຸມພາ. (ພາບ: TTXVN)

ກໍ່ໃນວັນດຽວກັນ, ຢູ່ເຂດແຈ້ງເຂົ້າເມືອງຢູ່ສະໜາມບິນສາກົນ ກາມແຣງ, ແຂວງ ແຄ໊ງຮ່ວາ, ກຳລັງເຈົ້າໜ້າທີ່ສາທາລະນະສຸກໄດ້ດຳເນີນການແຍກຕົວ 5 ຄົນເຊິ່ງແມ່ນນັກສຶກສາຫວຽດນາມ ທີ່ກັບມາຈາກນະຄອນ Daegu, ປະເທດສ.ເກົາຫຼີ; ແລະ ຂະແໜງສາທາລະນະສຸກແຂວງ ກວ໋າງບິ່ງ ກໍ່ໄດ້ປະຕິບັດການຕິດຕາມ ແລະ ແຍກຕົວນັກສຶກສາຍິ່ງຄົນໜຶ່ງທີ່ຫາກໍ່ກັບມາຈາກສ.ເກົາຫຼີ.

ຢູ່່ດ່ານັ້ງ, ຕອນຄ່ຳວັນທີ 25 ກຸມພາ, ເຮືອບິນໝາຍເລກ VJ 878 ໄດ້ຂົນສົ່ງຜູ້ໂດຍສານ 20 ຄົນທີ່ມາຈາກນະຄອນ Daegu, ສ.ເກົາຫຼີ ອອກຈາກສະໜາມບິນດ່ານັ້ງ ກັບຄືນເມືອປະເທດ. ນີ້ແມ່ນບັນດາຜູ້ໂດຍສານທີ່ມາຫວຽດນາມ ດ້ວຍສາຍການບິນໃນວັນທີ 24 ກຸມພາ, ມີຄວາມຕ້ອງການຢາກກັບເມືອສ.ເກົາຫຼີ, ພາຍຫຼັງທີ່ນະຄອນດ່ານັ້ງ ຮຽກຮ້ອງຕ້ອງແຍກຕົວອອກເພື່ອປ້ອງກັນ, ຕ້ານໂລກລະບາດ Covid-19.

ຕໍ່ໜ້າສະພາບການສັບສົນຂອງໂລກລະບາດ Covid-19 ຢູ່ຫຼາຍປະເທດ ແລະ ເຂດແຄ້ວນ, ສະຖານກົງສູນ, ກະຊວງການຕ່າງປະເທດ ໄດ້ແຈ້ງ ແລະ ກ່າວເຕືອນພົນລະເມືອງຫວຽດນາມ ຈຳກັດການໄປມາ, ບໍ່ຄວນໄປບັນດາເຂດພວມເກີດໂລກລະບາດ, ຈຳກັດກັ້ນການໄປມາຖ້າບໍ່ມີຄວາມຈຳເປັນ.

(ຄຳຮຸ່ງ)

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.