ໂລກລະບາດ Covid-19 ໄດ້ເກີດຂຶ້ນຢູ່ 34 ປະເທດ ແລະ ເຂດແຄ້ວນໃນໂລກ

06:17 | 25/02/2020

ຍສໝ - ໄລ່ຮອດຈຸດເວລານີ້, ໂລກລະບາດ Covid-19 ໄດ້ເກີດຂຶ້ນຢູ່ 34 ປະເທດ ແລະ ເຂດແຄ້ວນໃນໂລກ.

ໂລກລະບາດ Covid-19 ໄດ້ເກີດຂຶ້ນຢູ່ 34 ປະເທດ ແລະ ເຂດແຄ້ວນໃນໂລກ

ພາບປະກອບ

ວັນທີ 24 ກຸມພາ 2020, ສາດສະດາຈານ Arnaud Fontanet, ນັກຊ່ຽວຊານດ້ານລະບາດວິທະຍາຢູ່ສະຖາບັນ Pasteur ຝຣັ່ງ ໃຫ້ຮູ້ວ່າ: ນີ້ແມ່ນໄລຍະເວລາໂລກລະບາດຈະຫັນໄປສູ່ໄລຍະຕິດແປດຢູ່ວົງຄະນະຍາດ. ການຄວບຄຸມໂລກລະບາດພວມເປັນການຍາກກ່ວາ ແລະ ມີຄວາມສ່ຽງຈະແຜ່ລະບາດຢ່າງແຮງຢູ່ບັນດາປະເທດອື່ນນອກຈາກ ຈີນ.

ວັນທີ 23 ກຸມພາ 2020, ໃນບັນດາຖະແຫຼງການ ຢູ່ ກອງປະຊຸມລັດຖະມົນຕີ ການເງິນ ແລະ ຜູ້ວ່າການທະນາຄານກຸ່ມ 20 ພື້ນຖານເສດຖະກິດໃຫຍ່ (G20) ເຊິ່ງໄດ້ດຳເນີນຢູ່ນະຄອນຫຼວງ Riyadh ຂອງ ອາຣັບບິ ຊາອູດິ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ IMF ຖືວ່າ ເຖິງວ່າການເຕີບໂຕເສດຖະກິດທີ່ໄດ້ຄາດວ່າ ຈະບັນລຸໄດ້ລະດັບ ປານກາງແມ່ນ 3,3% ໃນປີນີ້ກໍ່ຕາມ, ແຕ່ວ່າການຟື້ນຟູນີ້ຍັງບໍ່ແນ່ນອນ. ຕາມນັ້ນແລ້ວ, ໂລກລະບາດ COVID – 19 ໄດ້ສົ່ງຜົນກະທົບເຖິງການເຄື່ອນໄຫວເສດຖະກິດ ຢູ່ ຈີນ ແລະ ອາດຈະນາບຂູ່ເຖິງທ່າຟື້ນຟູເສດຖະກິດໃນທົ່ວໂລກ.

ວັນທີ 22 ກຸມພາ 2020, ສະຫະສະມາຄົມ ຂົນສົ່ງການບິນສາກົນ (IATA) ໄດ້ແຈ້ງໃຫ້ຊາບວ່າ: ເປັນຄັ້ງທຳອິດ, ນັບແຕ່ປີ 2009 ມາຮອດປັດຈຸບັນຄວາມຕ້ອງການໄປທ່ອງທ່ຽວທາງອາກາດໃນທົ່ວໂລກ ຖືກຫຼຸດລົງຢ່າງແຮງ ຍ້ອນການແຜ່ລະບາດຂອງ ໂລກລະບາດ COVID -19. ຕາມສະຫະສະມາຄົມ ຂົນສົ່ງການບິນສາກົນ (IATA) ແລ້ວ, ຜົນກະທົບຂອງ COVID – 19 ທີ່ມີຕໍ່ຄວາມຕ້ອງການໄປມາດ້ວຍທາງອາກາດຈະເຮັດໃຫ້ບໍລິສັດການບິນຕ່າງໆໃນທົ່ວໂລກເສຍຫາຍ ກ່ວາ 29 ຕື້ USD. ໃນນັ້ນ ບັນດາບໍລິສັດການບິນຈີນຈະເສຍຫາຍ 12,8 ຕື້ USD ຍ້ອນໂລກລະບາດ.

ຕອນບ່າຍວັນທີ 24 ກຸມພາ 2020 ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ Covid-19. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ: “ບໍ່ປະໃຫ້ສະພາບໂລກລະບາດແຜ່ລະບາດເຂົ້າສູ່ ຫວຽດນາມ. ຈົ່ງສືບຕໍ່ຮັກສາສຸຂະພາບ, ຊີວິດອິນຊີຂອງປະຊາຊົນ, ນັ້ນແມ່ນຄວາມຮຽກຮ້ອງ ແລະ ແມ່ນສິ່ງທີ່ພວກເຮົາຕ້ອງເປັນເຈົ້າການປະຕິບັດໃຫ້ໄດ້. ນີ້ແມ່ນຈຸດສຸມໃນການຊີ້ນຳຂອງລັດຖະບານ ແລະ ຂອງລະບົບການເມືອງຂອງ ຫວຽດນາມ ໃນສະພາບປັດຈຸບັນ”.

ຕອນບ່າຍວັນທີ 24 ກຸມພາ 2020, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມໃຫ້ຮູ້ວ່າ ພວມເລັ່ງໃສ່ການຜັນຂະຫຍາຍ, ປະຕິບັດບັນດາມາດຕະການແກ້ໄຂ, ແນໃສ່ຮັບປະກັນສິດຜົນປະໂຫຍດຂອງຜູ້ອອກແຮງງານຢູ່ບັນດາຕະຫຼາດຕ່າງປະເທດ, ພິເສດແມ່ນຢູ່ ສ.ເກົາຫຼີ, ຍີປຸ່ນ, ໄຕ້ຫວັນ ປະເທດຈີນໃນກໍລະນີໂລກລະບາດ Covid- 19 ລະເບີດຂຶ້ນຢູ່ບັນດາປະເທດ ແລະ ເຂດແຄ້ວນນີ້. ກະຊວງສາທາລະນະສຸກຫວຽດນາມ ໄດ້ ຜັນຂະຫຍາຍການປະຕິບັດ ນຳໃຊ້ໃບແຈ້ງອາການສຸຂະພາບແບບບັງຄັບສຳລັບບັນດາຜູ້ໂດຍສານທີ່ເຂົ້າເມືອງຫວຽດນາມຈາກ ສ.ເກົາຫຼີ ນັບແຕ່ເວລາ 15 ໂມງຂອງວັນທີ 23 ກຸ່ມພາຢູ່ດ່ານຕ່າງໆ. ບັນດາຜູ້ ເຂົ້າເມືອງຫວຽດນາມຈາກ ສ.ເກົາຫຼີ ຖ້າຫາກປະກົດມີອາການເປັນໄຂ້, ໄອ, ຫາຍໃຈຝືດ ຈະຖືກແຍກຕົວຢູ່ຕ່າງຫາກຢູ່ຕາມໂຮງໝໍໃນເວລາ 14 ວັນ.

(ໄຊພອນ)

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.