ໂລກລະບາດອັກເສບປອດ COVID-19 ສືບຕໍ່ຜັນແປຢ່າງສັບສົນ

16:43 | 25/02/2020

ຍສໝ - ບັນດານັກຊ່ຽວຊານດ້ານການແພດໃນໂລກພວມມີຄວາມວິຕົກກັງວົນກ່ຽວກັບບັນດາກໍລະນີທີ່ບໍ່ມີຕົ້ນກຳເນີດຢ່າງຈະແຈ້ງຄືຢູ່ ອີຕາລີ, ສ.ເກົາຫຼີ ແລະ ອີຣານ ຊື່ງອາດຈະພົບເຫັນຢູ່ບັນດາປະເທດອື່ນໆໃນໂລກເຊັ່ນດຽວກັນ.


ໂລກລະບາດອັກເສບປອດ COVID-19 ສືບຕໍ່ຜັນແປຢ່າງສັບສົນ

ພາບປະກອບ

ຕໍ່ໜ້າສະພາບໂລກລະບາດພວມຜັນແປຢ່າງສັບສົນນັ້ນ, ວັນທີ 24 ກຸມພາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຮຽກຮ້ອງບັນດາປະເທດປ້ອງກັນ, ຄວບຄຸມໂລກລະບາດ Covid-19. ທ່ານ Guterres ກໍ່ຮຽກຮ້ອງຕອບສະໜອງງົບປະມານ 675 ລ້ານ USD ຂອງ WHO ແນໃສ່ເບີກຈ່າຍໃຫ້ແກ່ການຮັບມືຕໍ່ Covid-19 ໃນຮອບເວລາ 3 ເດືອນ. ວັນທີ 23 ກຸມພາ, ກະຊວງສາທາລະນະສຸກ ອີຣານ ໄດ້ແຈ້ງໃຫ້ຊາບວ່າ ມີຜູ້ເສຍຊີວິດຕື່ມອີກ 8 ຄົນ ຍ້ອນໂລກລະບາດ Covid-19 ແລະ ຜູ້ຕິດເຊື້ອ SARS – CoV – 2 ຕື່ມອີກ 15 ຄົນ ເຮັດໃຫ້ມີຈຳນວນຜູ້ຕິດເຊື້ອພະຍາດເພີ່ມຂຶ້ນເປັນ 43 ຄົນ. ບັນດາຜູ້ຕິດເຊື້ອດັ່ງກ່າວແມ່ນດຳລົງຊີວິດຢູ່ບັນດານະຄອນ: Qom, Tehran, Gilan, Markazi ແລະ Tonekabon.

ວັນທີ 24 ກຸມພາ, ວົງການເຈົ້າໜ້າທີ່ສາທາລະນະສຸກເຂດບໍລິຫານພິເສດ ຮົ່ງກົງ (ຈີນ) ປະກາດວ່າ ໄດ້ກວດພົບ 2 ຄົນຕິດເຊື້ອ Covid-19 ຕື່ມອີກ. ອຳນາດການປົກຄອງເຂດບໍລິຫານພິເສດ ຮົ່ງກົງ ກໍ່ຫ້າມຊາວຕ່າງປະເທດທີ່ມາຈາກ ສ.ເກົາຫຼີ ຍ້ອນຄວາມວິຕົກກັງວົນກ່ຽວກັບໄວຣັດ SARS-CoV-2 ແຜ່ລະບາດ. ກໍ່ໃນວັນດຽວກັນ, ອີຕາລີ ໄດ້ຢັ້ງຢືນມີຜູ້ເສຍຊີວິດຄົນທີ 7 ຍ້ອນໄວຣັດ SARS-CoV-2 ຢູ່ພາກເໜືອປະເທດນີ້. ປັດຈຸບັນ, ອີຕາລີ ຖືກຖືວ່າ ແມ່ນປະເທດຕິດເຊື້ອ Covid-19 ລະບາດແຮງກ່ວາໝູ່ຢູ່ ເອີຣົບ.

ໂລກລະບາດອັກເສບປອດ COVID-19 ສືບຕໍ່ຜັນແປຢ່າງສັບສົນ

ຊາວອີີຣານໃສ່ຜ້າອັດປາກ - ດັງ ຢູ່ນະຄອນຫຼວງ ເຕເຮຣານ (ພາບ: AP)

ວັນທີ 24 ກຸມພາ, ຢູ່ ສ.ເກົາຫຼີ ມີ 2 ຄົນເສຍຊີວິດຕື່ມອີກ ຍ້ອນຕິດເຊື້ອໄວຣັດ SARS-CoV-2, ຍົກຈຳນວນຜູ້ເສຍຊີວິດຢູ່ປະເທດນີ້ຂຶ້ນເປັນ 8 ຄົນ. ຈຳນວນຜູ້ຕິດເຊື້ອ Covid-19 ກໍ່ເພີ່ມຂຶ້ນ 833 ຄົນ, ໃນນັ້ນ ສະເພາະແຕ່ນະຄອນ Daegu ແລະ ແຂວງ Gyeongbuk ມີ 681 ຄົນ. ຕາມກະຊວງການຕ່າງປະເທດ ສ.ເກົາຫຼີ ແລ້ວ, ປັດຈຸບັນມີ 15 ປະເທດໄດ້ຫ້າມ ຫຼື ຈຳກັດຄົນເຂົ້າເມືອງຈາກ ສ.ເກົາຫຼີ ແນໃສ່ຄວບຄຸມການແຜ່ລະບາດຂອງເຊື້ອ Covid-19.

ທ້າຍອາທິດຜ່ານມາ, ບັນດານັກຊ່ຽວຊານຈາກອົງການອະນາໄມໂລກ (WHO) ໄດ້ມາຢ້ຽມຢາມນະຄອນ ອູຫັ້ນ, ຈຸດໃຈກາງຂອງໂລກລະບາດ Covid-19 ຢູ່ແຂວງ ຫູເປີ່ຍ, ພາກກາງ ຈີນ. ນີ້ແມ່ນການລົງກວດກາຄັ້ງທຳອິດຂອງ WHO ຢູ່ ອູຫັ້ນ ນັບແຕ່ເມື່ອເກີດໂລກລະບາດໃນທ້າຍປີ 2019.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.