ລັດຖະບານ ຊີ້ນຳ 7 ວຽກງານຈຸດສຸມໃນເດືອນມີນາ

11:40 | 24/02/2020

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາ ເດືອນກຸມພາ 2020 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 19 ແລະ ປິດລົງໃນ ຕອນບ່າຍວັນທີ 20 ກຸມພາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດ ຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ພິຈາລະນາ ບັນຫາສໍາຄັນຕ່າງໆ ດັ່ງນີ້:

ລັດຖະບານ ຊີ້ນຳ 7 ວຽກງານຈຸດສຸມໃນເດືອນມີນາ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ

​​ກອງປະຊຸມໄດ້ຮັບຟັງການລາຍງານຫຍໍ້ ຈາກຂະແໜງການທີ່ກ່ຽວຂ້ອງກ່ຽວ ກັບສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືຕໍ່ການລະບາດ ແລະ ຜົນກະທົບ ຂອງການແຜ່ລະບາດພະຍາດອັກເສບປອດ ເຊື້ອຈຸລະໂລກສາຍພັນໃໝ່ (COVID-19). ຕໍ່ບັນຫາດັ່ງກ່າວ, ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ແລະ ມີຄວາມເປັນເອກະພາບສູງ ເພື່ອກໍານົດມາດຕະການແກ້ໄຂ ເປັນ ຕົ້ນ: ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາດ COVID-19 ສືບຕໍ່ເພີ່ມທະວີ ຄວາມເອົາໃຈໃສ່ສະກັດກັ້ນ ແລະ ມີມາດຕະການຮັບມືຕໍ່ການແຜ່ ລະບາດຂອງເຊື້ອພະຍາດດັ່ງ ກ່າວ, ສືບຕໍ່ປະຕິບັດບັນດາ ມາດຕະການ ທີ່ມີແລ້ວ, ພ້ອມທັງເຝົ້າລະວັງຕະຫລອດ 24 ຊົ່ວໂມງ ເພື່ອຮັບປະກັນບໍ່ໃຫ້ເກີດມີ ການແຜ່ລະບາດຢ່າງເດັດຂາດ; ມອບໃຫ້ທ່ານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຈັດສໍາມະນາຮ່ວມກັບບັນດາ ຂະແໜງການ ໃນຂົງເຂດເສດ ຖະກິດ-ສັງຄົມ ທີ່ກ່ຽວຂ້ອງ, ສະຖາບັນຄົ້ນຄວ້າ ແລະ ພາກທຸລະກິດ ເພື່ອປະເມີນ ແລະ ຕີລາຄາຜົນກະທົບການລະບາດຂອງ COVID-19 ຕໍ່ເສດຖະກິດຂອງ ສປປ ລາວຢ່າງຮອບດ້ານ, ພ້ອມທັງສະເໜີມາດຕະການຮັບມື ຕໍ່ຜົນກະທົບດັ່ງກ່າວ ໃຫ້ລະອຽດ, ແລ້ວລາຍງານລັດຖະບານ ພິຈາລະນາ.

ສໍາລັບການອອກວີຊາ ໃຫ້ນັກທ່ອງທ່ຽວ ໃຫ້ສືບຕໍ່ປະຕິບັດຕາມ ທີ່ໄດ້ແຈ້ງອອກຜ່ານມາໄປກ່ອນໄລຍະໜຶ່ງກ່ອນ, ເມື່ອໃດມີຄວາມພ້ອມ ທາງດ້ານຕ່າງໆ ແລ້ວຈຶ່ງສະເໜີລັດຖະບານພິຈາລະນາຕື່ມ. ສ່ວນວີຊາປະເພດອື່ນໆ ແມ່ນໃຫ້ສືບຕໍ່ປະຕິບັດຄືເກົ່າ ໂດຍໃຫ້ບັນດາແຂວງ ສົມທົບກັບ ຂະແໜງສາທາລະນະສຸກກວດກາສຸຂະພາບ ຂອງບັນດານັກທ່ອງທ່ຽວ ທີ່ໄດ້ເດີນທາງເຂົ້າມາລາວ ໃຫ້ດີ ແລະ ມີຄວາມຮັບປະກັນ ບໍ່ໄດ້ຜູ້ທີ່ຕິດເຊື້ອພະຍາດດັ່ງກ່າວ ເຂົ້າມາພາຍໃນປະເທດ; ມອບໃຫ້ກະຊວງສຶກສາທິການ ແລະກິລາສົມທົບກັບ ກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງສືບຕໍ່ ປຸກລະດົມສຶກສາ ໃຫ້ນັກສຶກສາລາວແລະ ຄົນລາວທີ່ເຮັດວຽກຢູ່ສປຈີນ ໃຫ້ມີຄວາມອຸ່ນອ່ຽນ, ສືບຕໍ່ຢູ່ ສປ ຈີນ ໄປກ່ອນເພາະວ່າ ສປ ຈີນ ກໍໄດ້ມີຄວາມເອົາໃຈໃສ່ເບິ່ງແຍງດູແລດີຢູ່ແລ້ວ. ພ້ອມກັນນັ້ນ, ກໍ່ໃຫ້ເອົາໃຈໃສ່ຕິດຕາມໃຫ້ກໍາລັງໃຈ ແລະ ໃຫ້ການຊ່ວຍເຫຼືອໃນການກິນຢູ່ ປະຈໍາວັນຕາມຄວາມເໝາະສົມ; ໃຫ້ສືບຕໍ່ລະດົມການຊ່ວຍເຫຼືອ ສປ ຈີນ ໃນດ້ານຕ່າງໆ ທີ່ ສປປ ລາວ ເຮົາສາມາດຊ່ວຍເຫລືອໄດ້ ໂດຍຮ່ວມກັບມູນລະນິທິຂອງສປຈີນ ປະຈໍາ ສປປ ລາວ; ການຈັດງານມະຫະກໍາກິລາແຫ່ງຊາດ ທີ່ແຂວງຊຽງຂວາງ, ດ້ານຫລັກການແມ່ນເຫັນດີ ໃຫ້ນໍາສະເໜີຂໍຄໍາເຫັນນໍາ ກອງປະຊຸມກົມການເມືອງສູນກາງພັກຕື່ມ, ສໍາລັບການສະເຫລີມສະຫລອງທົ່ງໄຫຫີນ ເປັນມໍລະດົກໂລກ ແລະ ງານບຸນແຮ່ພະເຈົ້າອົງຫລວງ ແມ່ນໃຫ້ເລື່ອນໄປກ່ອນ; ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າສືບຕໍ່ໍຊຸກຍູ້ ການນໍາເຂົ້າ-ສົ່ງອອກສິນຄ້າ ໂດຍສະເພາະກັບສປ ຈີນ, ຖ້າມີບັນຫາໃດຂ້ອງຄາໃຫ້ຮີບຮ້ອນ ປຶກສາຫາລືແກ້ໄຂ ເພື່ອບໍ່ໃຫ້ການນໍາສົ່ງສິນຄ້າ ເຂົ້າ-ອອກ ຢຸດສະງັກ.​​

ກອງປະຊຸມໄດ້ຮັບຟັງ ການລາຍງານກ່ຽວກັບ ການກະກຽມກອງປະຊຸມ ຜູ້ນໍາແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (MCL) ຄັ້ງທີ III, ກອງປະຊຸມສຸດຍອດແອັກແມັກ ACMECS ຄັ້ງທີ 9, ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 10, ກອງປະຊຸມສຸດຍອດເຂດ ສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11 ແລະ ກະກຽມຕ້ອນຮັບ ການເດີນທາງມາຢ້ຽມຢາມ ທາງການ ສປປ ລາວ ຂອງບັນດາຜູ້ນໍາປະເທດຕ່າງໆ​​. ຜ່ານການຮັບຟັງ ແລະ ການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ, ກອງປະຊຸມໄດ້ມີທິດຊີ້ນຳ ໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ ເປັນຕົ້ນ: ມອບໃຫ້ຄະນະກໍາມະການລະດັບຊາດ ເພື່ອກະກຽມໃຫ້ແກ່ ສປປ ລາວ ໃນການເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ ວາງແຜນການ, ແຜນງານ, ສ້າງແຜນງົບປະມານ, ດໍາເນີນວຽກຕ່າງໆ ເພື່ອລາຍງານ ຕໍ່ກອງປະຊຸມ ກົມການເມືອງສູນກາງພັກ ໃນທ້າຍເດືອນກຸມພາ 2020; ມອບໃຫ້ກະຊວງການຕ່າງປະເທດ ເປັນເຈົ້າການສົມທົບ ກັບພາກສ່ວນກ່ຽວຂ້ອງ ເພື່ອກະກຽມດ້ານເນື້ອໃນ ແລະ ພິທີການ ຢ່າງລະອຽດ ແລະ ຮັດກຸມ; ມອບໃຫ້ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງເອົາໃຈໃສ່ ສືບຕໍ່ຮັກສາຄວາມສະຫງົບ ໃນໄລຍະກອງປະຊຸມດັ່ງກ່າວ ໃຫ້ລະອຽດ ແລະ ຮອບດ້ານ, ຮັບປະກັນບໍ່ໃຫ້ມີສະພາບບໍ່ດີເກີດຂຶ້ນ, ເພີ່ມທະວີຕິດຕາມບໍ່ ໃຫ້ພວກຄົນບໍ່ດີສ່ວຍໃຊ້ໄລຍະດັ່ງກ່າວ ໃນການສ້າງ ສະຖານະການ ໂດຍອີງໃສ່ບົດຮຽນຜ່ານມາ; ມອບໃຫ້ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີເປັນເຈົ້າການ ປະສານສົມທົບກັບກະຊວງ ການຕ່າງປະເທດ ແລະພາກສ່ວນກ່ຽວຂ້ອງ ໃນການກະກຽມຮອບດ້ານ ທາງດ້ານພາລາທິການ ເປັນຕົ້ນງົບປະມານ, ອາຫານ, ສະຖານທີພັກ, ພາຫະນະຮັບໃຊ້ ແລະ ອື່ນໆ, ໃຫ້ແບ່ງວຽກ, ແບ່ງຄວາມຮັບຜິດຊອບຢ່າງລະອຽດ ແລະ ກະກຽມພະນັກງານຊ່ວຍວຽກ ແລະ ຮັບໃຊ້ ໃນໄລຍະດໍາເນີນກອງປະຊຸມດັ່ງກ່າວ ແລະ ການເດີນທາງມາຢ້ຽມຢາມທາງການ ສປປ ລາວ ຂອງບັນດາຜູ້ນໍາປະເທດຕ່າງໆ; ມອບໃຫ້ກະຊວງສາທາລະນະສຸກ ເປັນໃຈກາງ ປະສານສົມທົບກັບ ພາກສ່ວນກ່ຽວຂ້ອງ ຕິດຕາມສຸຂະພາບຂອງຜູ້ເຂົ້າຮ່ວມປະຊຸມ, ເອົາໃຈໃສ່ຕິດຕາມສະພາບ ການແຜ່ລະບາດຂອງພະຍາດ COVID-19 ຢ່າງຮອບດ້ານ ແລະ ທັນການ ໂດຍໃຫ້ຈັດສັນອຸປະກອນການແພດ, ຢາປິ່ນປົວພະຍາດ, ພະນັກງານສາທາລະນະສຸກ, ແພດ, ເພື່ອຕິດຕາມໃນຈຸດສໍາຄັນຕ່າງໆ, ພ້ອມທັງມີມາດຕະການແກ້ໄຂສະເພາະ ໃນກໍລະນີກວດພົບ ຜູ້ຕິດເຊື້ອພະຍາດດັ່ງກ່າວ ໃນໄລຍະກອງປະຊຸມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ແລະ ການປະກອບຄໍາເຫັນຕໍ່ຮ່າງ ແຜນພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025). ຜ່ານການຄົ້ນຄວ້າ, ກອງປະຊຸມເຫັນດີໂດຍພື້ນ ຖານຕໍ່ການລາຍງານ ແລະ ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ສົມທົບກັບພາກສ່ວນກ່ຽວ ຂ້ອງ ປັບປຸງຕາມການປະກອບ ຄໍາເຫັນຂອງກອງປະຊຸມ ເປັນຕົ້ນ: ໃຫ້ສະຫລຸບຕີລາຄາ ການຈັດຕັ້ງປະຕິ ບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຜ່ານມາໃຫ້ຈະແຈ້ງຕື່ມວ່າ ອັນໃດເຮັດສໍາເລັດ, ອັນໃດບໍ່ທັນສໍາເລັດ, ສາຍເຫດຍ້ອນຫຍັງ ໂດຍໃຫ້ສະຫຼຸບເອົາຜົນສໍາເລັດ ທີ່ພົ້ນເດັນແຕ່ລະຂົງເຂດ, ສ່ວນຕົວເລກສະຖິຕິລະອຽດ ໃຫ້ເຮັດເປັນເອກະສານ ຊ້ອນທ້າຍ; ໃຫ້ວິໄຈຕົວເລກເສດຖະກິດ ມະຫາພາກ ທີ່ຄາດຄະເນໃນ 05 ປີ (2021-2025) ໃຫ້ຊັດເຈນ ແລະ ໃກ້ກັບຄວາມເປັນຈິງຕື່ມ ໂດຍໃຫ້ມີຂໍ້ມູນອ້າງອີງຊັດເຈນ, ພ້ອມທັງອະທິບາຍໂດຍທຽບໃສ່ ຄາດໝາຍທີ່ໄດ້ກໍານົດ ແລະ ເຫດຜົນທີ່ບໍ່ສາມາດ ບັນລຸໄດ້ຕາມຄາດໝາຍເຊັ່ນ: ຜົນກະທົບຈາກພາຍນອກ, ຜົນກະທົບຈາກໄພທໍາມະຊາດ, ຂໍ້ຄົງຄ້າງຈາກພາຍໃນຂອງເຮົາເອງ, ໂຄງການຈຸດສຸມໃນ 05 ປີ ຕໍ່ໜ້າຄວນສຸມໃສ່ໂຄງການຫຍັງແດ່, ໃຫ້ສ້າງເປັນໂຄງການລະອຽດ ຂອງແຕ່ລະເປົ້າໝາຍ ແລະ ຂອງແຕ່ລະຂະແໜງການ, ໃຫ້ຄົ້ນຄວ້ານະໂຍບາຍ, ກົດຫມາຍ ແລະ ລະບຽບການຕ່າງໆ ຕິດພັນກັບການກວດກາ ໄປເປັນແຕ່ລະໄລຍະ, ຖ້າພົບເຫັນບັນຫາກໍ່ໃຫ້ສະເໜີຕໍ່ລັດ ຖະບານປັບປຸງແກ້ໄຂເພື່ອສ້າງເງື່ອນໄຂ ໃຫ້ລັດຖະບານສາມາດ ບັນລຸຕາມຄາດໝາຍ ຂອງແຜນການ ທີ່ວາງໄວ້. ພ້ອມນີ້ກໍໃຫ້ຄົ້ນຄວ້າທ່າເເຮງ ແລະ ໂອກາດໃນການນໍາໃຊ້ການລົງທຶນຂອງຕ່າງປະເທດ ເພື່ອລະດົມການລົງທຶນ ເຂົ້າໃນການພັດ ທະນາ; ການສ້າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ທຸກພາກສ່ວນຕ້ອງເພີ່ມທະວີ ມາດຕະການ ຕິດຕາມ, ກວດກາການປະຕິບັດແຜນ ໃຫ້ເຂັ້ມງວດກວ່າ​ເກົ່າ; ໃຫ້ຄົ້ນຄວ້າກຳນົດມາດຕະການ ຈັດຕັ້ງປະຕິບັດໃຫ້ລະອຽດ ໂດຍມີການຈັດ ບູລິມະສິດ ໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດໃຫ້ຈະແຈ້ງຕື່ມ; ສືບຕໍ່ປັບປຸງກົນໄກດຶງດູດການລົງທຶນ ຈາກທັງພາຍໃນ ແລະ ຕ່າງປະເທດ, ພ້ອມທັງສຸມໃສ່ການປັບປຸງບັນຍາກາດການລົງທຶນ ໃຫ້ດີຂຶ້ນກວ່າເກົ່າ. ສືບຕໍ່ຄົ້ນຄວ້າປັບປຸງ ບັນດາລັດວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ, ສາມາດກຸ້ມຕົນເອງ, ພ້ອມທັງສ້າງລາຍຮັບໃຫ້ແກ່ລັດຖະບານ; ມອບໃຫ້ກະຊວງແຜນການ ແລະ ການລົງທຶນ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມ ໄປປັບປຸງຄືນ ເພື່ອໃຫ້ສອດ​ຄ່ອງ​ກັບ ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຕົວ​ຈິງ​ ຂອງປະເທດເຮົາ ແລະ ກະກຽມລາຍງານເບື້ອງຕົ້ນ ຕໍ່ກອງປະຊຸມກົມການເມືອງສູນກາງພັກ;

ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫຼັກການ ຮັບຮອງເອົາການສະເໜີປັບປຸງ ແລະ ສ້າງໃໝ່ ຮ່າງກົດໝາຍ ຈໍານວນ 5 ສະບັບ ເປັນຕົ້ນ: ຮ່າງກົດໝາຍ ວ່າດ້ວຍນໍ້າ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍການສ້າງນິຕິກໍາ (ສະບັບປັບປຸງ); ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່); ຮ່າງກົດໝາຍ ວ່າດ້ວຍການຈັດຕັ້ງປະຕິບັດ ຄໍາຕັດສິນຂອງສານ (ສະບັບປັບປຸງ) ແລະ ຮ່າງກົດໝາຍ ວ່າດ້ວຍພາສີ (ສະບັບປັບປຸງ). ຕໍ່ກັບເນື້ອໃນຂອງຮ່າງກົດໝາຍເຫຼົ່ານີ້, ກອງປະຊຸມ ໄດ້ປະກອບ ຄໍາຄິດຄໍາເຫັນຢ່າງເລິກເຊິ່ງ ແລະ ຊີ້ນໍາໃຫ້ກະຊວງທີ່ກ່ຽວຂ້ອງ ນໍາໄປປັບປຸງຕື່ມ ຕາມຄໍາເຫັນຂອງສະມາຊິກລັດຖະບານ, ໂດຍມີການປະສານສົມທົບກັບ ກະຊວງຍຸຕິທໍາ ແລະ ລັັດຖະມົນຕີປະຈໍາສໍານັກງານ ນາຍົກລັດຖະມົນຕີທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ເນື້ອໃນຂໍ້ກຳນົດຕ່າງໆ ເລິກເຊິ່ງ, ຄົບຖ້ວນ, ຊັດເຈນ, ຈະແຈ້ງ, ຮັດກຸມ ແລະ ສອດຄ່ອງກັບສະພາບການຕົວຈິງ ໂດຍສະເພາະ ຮ່າງກົດໝາຍທີ່ສ້າງໃໝ່ ຕ້ອງເອົາໃຈໃສ່ປັບປຸງຄໍາສັບ, ສໍານວນຕ່າງໆ ໃຫ້ຖືກຕ້ອງກັບພາສາລາວ ເພື່ອເຂົ້າໃຈງ່າຍກ່ອນຈະນໍາສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງໃນກອງປະຊຸມ ສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIIIທີ່ຈະມາເຖິງນີ້.

​​ໃນຕອນທ້າຍຂອງກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນໍາໃຫ້ຄະນະລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດ ວຽກງານຈຸດສຸມ ໃນເດືອນມີນາ 2020 ດັ່ງນີ້: ໃຫ້ສືບຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ ໃຫ້ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ສະກັດກັ້ນບັນຫາ ປະກົດ ການຫຍໍ້ທໍ້ໃນສັງຄົມ, ພ້ອມທັງ ມີມາດຕະການລະອຽດ ແລະ ເຂັ້ມງວດ ເພື່ອເຮັດໃຫ້ບັນດາປະກົດການຫຍໍ້ທໍ້ຫຼຸດລົງ ເທື່ອລະກ້າວ. ພ້ອມກັນນັ້ນ, ກໍ່ໃຫ້ສືບຕໍ່ເອົາໃຈໃສ່ ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວ ໂຄສະນາໂຈມຕີ ບິດເບືອນແນວທາງຂອງ ພັກ-ລັດ; ໃຫ້ຂະແໜງການກ່ຽວຂ້ອງ ເປັນເຈົ້າການໃນການສະກັດກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ (COVID-19)ແລະ ພະຍາດອື່ນໆ ທີ່ອາດຈະເກີດຂື້ນ ໃນຕໍ່ໜ້າ, ພ້ອມທັງຕິດຕາມ, ກວດກາ ແລະ ປະເມີນສະພາບຢ່າງໃກ້ຊິດເປັນປະຈໍາ. ພ້ອມກັນນັ້ນ, ກໍ່ໃຫ້ຄົ້ນຄວ້າປະເມີນຜົນກະທົບຕໍ່ ການຂະຫຍາຍຕົວຂອງເສດຖະກິດ ແລະ ວາງນະໂຍບາຍ ຫຼື ມາດຕາການທີ່ຈໍາເປັນ ເພື່ອຫຼຸດຜ່ອນຜົນກະທົບ ແລະ ສືບຕໍ່ຊຸກຍູ້ໃຫ້ເສດຖະກິດ ໃຫ້ຂະຫຍາຍຕົວ;

ໃຫ້ຄະນະຮັບຜິດຊອບກະກຽມ ກອງປະຊຸມຜູ້ນໍາແມ່ ນໍ້າຂອງ-ແມ່ນໍ້າລ້ານຊ້າງ (MCL)ຄັ້ງທີ III,ກອງປະຊຸມສຸດຍອດແອັກແມັກ ຄັ້ງທີ 9, ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 10 ແລະ ກອງປະຊຸມສຸດຍອດ ເຂດສາມຫຼ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11ເປັນເຈົ້າການປະສານສົມທົບ ກັບພາກສ່ວນກ່ຽວຂ້ອງ ຊີ້ນໍາຮອບດ້ານ ແລະ ດໍາເນີນການກະກຽມ ດ້ານເນື້ອໃນ, ພິທີການ, ໂລຈິສຕິກ, ການປ້ອງກັນຄວາມສະຫງົບ, ການປ້ອງກັນສຸຂະພາບ ແລະ ດ້ານຕ່າງໆ ໃຫ້ຮັດກຸມ ແລະ ຮັບປະກັນ ໃຫ້ແກ່ກອງປະຊຸມຜູ້ນໍາ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3, ບັນດາກອງປະຊຸມທີ່ກ່ຽວຂ້ອງ ແລະ ການຢ້ຽມຢາມທາງການ ສປປ ລາວ ຂອງບັນດາຜູ້ນໍາຕ່າງປະເທດ,ພ້ອມນີ້ ກໍ່ໃຫ້ເອົາໃຈໃສ່ກະກຽມຄວາມພ້ອມ ໃຫ້ທ່ານນາຍົກລັດຖະມົນຕີ ໃນການເຂົ້າຮ່ວມກອງປະຊຸມ ອາຊຽນ-ອາເມລິກາ ສະໄໝພິເສດ ທີ່ສະຫະລັດອາເມລິກາ ໃນເດືອນມີນາ 2020 ແລະ ການເຄື່ອນໄຫວວຽກງານການຕ່າງ ປະເທດທີ່ສໍາຄັນອື່ນໆ ຂອງການນໍາຂັ້ນສູງ.

ໃຫ້ຂະແໜງການກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຕິດຕາມ ແລະ ແກ້ໄຂສະພາບພົ້ນເດັ່ນທາງດ້ານເສດຖະກິດ ເປັນຕົ້ນ: ຄຸ້ມຄອງສະພາບ ອັດຕາແລກປ່ຽນ, ຮັກສາສະຖຽນລະພາບການເງິນ ແລະ ໄພເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້; ຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການສວຍໂອກາດ ຂຶ້ນລາຄາສິນຄ້າອຸປະໂພກ ແລະ ບໍລິໂພກ, ພ້ອມທັງເອົາໃຈໃສ່ຕິດຕາມ ຊຸກຍູ້ການຜະລິດໃຫ້ທັນ ກັບລະດູການ; ໃຫ້ຂະແໜງການກ່ຽວຂ້ອງ ເອົາໃຈໃສ່ໃນການຕິດຕາມ ແລະ ຄຸ້ມຄອງການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຕ່າງໆຢ່າງໃກ້ຊິດ ໂດຍສະເພາະບັນຫາການຄຸ້ມຄອງ ຜົນກະທົບທາງ ດ້ານສິ່ງແວດລ້ອມ-ສັງຄົມ, ພ້ອມກັນນັ້ນ ກໍ່ໃຫ້ຄຸ້ມຄອງ ແລະ ຈໍາກັດບັນຫາການ ປ່ອຍມົນລະຜິດ, ການຈູດຂີ້ເຫຍື້ອ ແລະ ອື່ນໆ ເພື່ອຫຼຸດຜ່ອນມົນລະຜິດ ທາງອາກາດ PM 2,5; ໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງປະສານ ສົມທົບກັບຂະແໜງ ແລະ ທ້ອງຖິ່ນ ສຸມໃສ່ສະຫຼຸບ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ຄຽງຄູ່ກັບການສືບຕໍ່ສ້າງ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2021 ເພື່ອກະກຽມໃຫ້ແກ່ກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 10 ສະໄໝທີ X ທີ່ຈະມາເຖິງ; ໃຫ້ພາກສ່ວນກ່ຽວຂ້ອງ ຮີບຮ້ອນປະສານສົມທົບກັນ ເພື່ອປັບປຸງຮ່າງກົດໝາຍ ທີ່ຈະນໍາໄປສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ຈະມາເຖິງນີ້;

ເນື່ອງຈາກວ່າປີ 2020 ເປັນປີໜຶ່ງ ທີ່ມີເຫດການປະຫວັດສາດ ສໍາຄັນຂອງຊາດ ເປັນຕົ້ນ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນສ້າງຕັ້ງພັກຄົບຮອບ 65 ປີ, ວັນຄາຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ວັນສໍາຄັນອື່ນໆ, ສະນັ້ນ ຈຶ່ງມອບໃຫ້ຄະນະພັກ, ຄະນະນໍາ ຂອງບັນດາກະຊວງ, ອົງການ, ສູນກາງ ແລະ ທ້ອງຖິ່ນ ຈົ່ງໄດ້ເພີ່ມທະວີການສ້າງຂະບວນການຮອບດ້ານ ເພື່ອລະນຶກໃຫ້ແກ່ວັນສໍາຄັນປະຫວັດສາດຂອງຊາດ ດັ່ງກ່າວ ຕິດພັນກັບການສືບຕໍ່ສ້າງຂະບວນການ ຫັນປ່ຽນໃໝ່ໃນວຽກງານຕົວຈິງ ເພື່ອກະກຽມເຂົ້າສູ່ກອງປະຊຸມໃຫຍ່ ຂອງບັນດາອົງຄະນະພັກກະຊວງ, ແຂວງ ແລະ ການສະຫຼຸບການສ້າງ ຂະບວນການແຂງຂັນຮັກຊາດ ແລະ ພັດທະນາໃນໃນທ້າຍປີ 2020 ນີ້ ແລະ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໃນຕົ້ນປີ 2021, ລະອຽດໃຫ້ຈັດຕັ້ງປະຕິບັດຕາມຄໍາສັ່ງ 095/ກມສພ, ລົງວັນທີ 22 ມັງກອນ 2020, ການກະກຽມ ແລະ ສະເຫຼີມສະຫຼອງບັນດາວັນສໍາຄັນລະດັບຊາດປີ 2020.

​ເພື່ອຈັດຕັ້ງປະຕິບັດທິດຊີ້ນຳ ຂອງກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນ ກຸມພາ2020 ໃຫ້ມີປະສິດທິຜົນ, ກອງປະຊຸມ ມອບໃຫ້ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ຜັນຂະຫຍາຍຜົນກອງປະຊຸມ ລັດຖະບານໃນຄັ້ງນີ້ເປັນມະຕິ ແລະ ແຈ້ງການເປັນ ອັນລະອຽດຕື່ມ ເພື່ອມອບຄວາມຮັບຜິດ ຊອບໃຫ້ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ທ້ອງຖິ່ນຕ່າງໆ ນໍາໄປຈັດຕັ້ງປະຕິບັດ, ພ້ອມທັງມອບໃຫ້ສະມາຊິກ ລັດຖະບານເອົາໃຈໃສ່ຊີ້ນໍາ ການຈັດຕັ້ງປະຕິບັດ ວຽກງານຈຸດສຸມປະຈໍາເດືອນມີນາ ທີ່ກ່ຽວຂ້ອງກັບຄວາມຮັບຜິດ ຊອບຂອງຕົນ ໃຫ້ມີປະສິດທິຜົນ, ແລະສະຫຼຸບລາຍງານຜົນການຈັດຕັ້ງປະຕິບັດ ໃຫ້ຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.