ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນ 1 ປີ ຜ່ານມາ

11:45 | 19/02/2020

ໃນ​ໄລ​ຍະ1 ປີ​ຜ່ານ​ມາ, ຂອບການ​ຮ່ວມ​ມື​ແມ່​ນ້ຳ ​ຂອງ-ແມ່​ນ້ຳ​ລ້າ​ນ​ຊ້າງ MLCແມ່ນ​ມີຄວາມ​ຄືບ​ໜ້າເປັນ​ຢ່າງ​ດີ ແລະ ໄດ້​ເພີ່ມ​ທະ​ວີໃນ​ແຕ່​ລະຂະ​ແໜງ ​ການ​ບູ​ລິ​ມະ​ສິດ ກໍ​ຄື ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ໄດ້​ຕັ້ງ​ໜ້າ​ປະ​ກອບ​ສ່ວນ​ເຂົ້າ ​ໃນ​ການ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ ​ແຜນ​ປະ​ຕິ​ບັດ​ງານໄລ​ຍະ5 ປີ(2018-2022),ຖະ​ແຫລງ​ການ​ພະ​ນົມ​ເປັນຂອງ ກອງ​ປະ​ຊຸມ​ຜູ້​ນຳຂອບ​ການ​ຮ່ວມ​ມື ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ2​ແລະ ຖະ​ແຫລງ​ຂ່າ​ວ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ4 ຊຶ່ງສະ​ແດງ​ອອກ ​ຄື:ກອງ​ປະ​ຊຸມ​ໜ່ວຍ​ງານ ວິ​ຊາ​ການ​ຂອງ5 ຂົງ​ເຂດ​ບູ​ລິ​ມະ​ສິດ ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ປົກ​ກະ​ຕິ ເພື່ອສືບ​​​ຕໍ່ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ຂອງMLC.

ການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນ 1 ປີ ຜ່ານມາ

ພາບປະກອບ

ສຳ​ລັບບັນ​ຫາ​ພົ້ນ​ເດັ່ນໃນ​ປີ2019 ແມ່ນການ​ຮ່ວມ​ມື​ດ້ານການຄຸ້ມຄອງແຫລ່ງຊັບພະຍາ ກອນນໍ້າ ໄດ້​ຖືກ​ຍົກ​ລະ​ດັບຈາກ​ ກອງ​ປະ​ຊຸມ​ໜ່ວຍ​ງານວິ​ຊາ​ການ (​ຂັ້ນ​ຫົວ​ໜ້າ​ກົມ)ມາ​ເປັນກອງ​ປະ​ຊຸມ​ລະ​ດັບ​ລັດຖະ​ມົນ​ຕີ,ຊຶ່ງກອງ​ປະ​ຊຸມລັດ​ຖະ​ມົນ​ຕີ ດ້ານການຄຸ້ມຄອງແຫລ່ງຊັບ ພະຍາກອນນໍ້າ ​​ຄັ້ງ​ທີ1ໄດ້ຖືກ​ຈັດ​ຂຶ້ນ​ໃນລະ​ຫວ່າງວັນ​ທີ15-19 ທັນ​ວາ2019, ທີ່ ສ​ປຈີນ. ກອງ​ປະ​ຊຸມໄດ້​ຮັບ​ຮອງ​ເອົາ​ ຮ່າງ​ຖະ​ແຫລງ​ການ ວ່າ​ດ້​ວຍ​ການ​ຮ່ວມ​ມື​ດ້ານ ການຄຸ້ມຄອງແຫລ່ງ ​ຊັບພະ​ຍາ​ກອນ​ນ້ຳແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ. ນອກ​ຈາກນັ້ນ, ສູນ​ປະ​ຕິ​ບັດ​ກົດ​ໝາຍ ແລະ ຮັກ​ສາ​ຄວາມ​ປອດ​ໄພ​ຕາ​ມ​ລຳ ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ໄດ້​ສ້າງ​ຕັ້ງ​ຂຶ້ນ​ທີ່ ແຂວງຢູນ​ໜານ, ສ​ປ. ຈີນ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ກໍ​ໄດ້​ສົ່ງ​ພະ​ນັກ​ງານ​ຈຳ​ນວນ​ໜຶ່ງ ໄປ​ປະ​ຈຳ​ຢູ່​ສູນ​ດັ່ງ​ກ່າວ. ປັດ​ຈຸ​ບັນ, ໄດ້​ສຳ​ເລັດ​ການ​ສ້າງ​ລະ​ບົບ​ອິນ​ເຕີ​ເນັດ ​ທີ່​ມີ​ຄວາມ​ປອດ​ໄພ​ສູງເພື່ອເກັບ​ກຳ​ແລະ ແລກ​ປ່ຽນ​ຂໍ້​ມູນ​ດ້ານ​ຄວາມ​ໝັ້ນຄົງ​ໃນ​ຂົງ​ເຂດ ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ, ​ໄດ້ສຳ​ເລັດ​ການ​ຈັດ​ກອງ​ປະ​ຊຸມ ​ພົບ​ປະ​ແລກ​ປ່ຽນ​ບັນ​ຫາ​ສະ​ພາບ​ທີ​ພົ້ນ​ເດັ່ນ ແລະ ວຽກ​ງານ​ລາດ​ຕະ​ເວນ​ລຳ​ແມ່​ນ້ຳ​ຂອງ4 ຝ່າຍ(ລາວ-ຈີນ-ມຽນ​ມາ-ໄທ) ແລະ ໄດ້ມີ​ຂໍ້​ລິ​ເລີ່ມ​ການ​ຮ່ວມ​ມື ​ໃນ​ການ​ຕໍ່​ຕ້ານ​ສານ​ເຄ​ມີຕັ້ງ​ຕົ້ນ ​ທີ່​ໃ​ຊ້​ຜະ​ລິດ​ຢາ​ເສບ​ຕິດ. ເພື່ອ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ ຖະ​ແຫລງ​ຂ່າ​ວ​ຮ່ວມ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ຄັ້ງ​ທີ4, ສ​ປ​ປ ລາວ ໄດ້ຮ່ວມ​ປືກ​ສາ​ຫາ​ລື ແລະ​ສຶກ​ສາ​ຄົ້ນ​ຄວ້າ ກ່ຽວ​ກັບ​ການ​ສ້າງ​ແລວ ​ເສດ​ຖະ​ກິດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ(Mekong-Lancang Economic Development Belt).ຈຸດ​ປະ​ສົງ ເພື່ອ​ສົ່ງ​ເສີ​ມ​ການ​ຄ້າ-ການ​ລົງ​ທຶນ ແລະ ຂະ​ແໜງ​ອຸດ​ສາ​ຫະ​ກໍາ ໃນ​ຂົງ​ເຂດ​ແມ່​ນ້ຳ​ຂອງ-ແມ່​ນ້ຳ​ລ້ານ​ຊ້າງ ໃຫ້​ທັນ​ກັບ​ຍຸກ​ປະ​ຕິ​ວັດ ອຸດ​ສາ​ຫະ​ກຳ 4.0.

ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແມ່ນມີຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ມີທ່າອ່ຽງ ຈະຂະຫຍາຍການຮ່ວມມື ໄປສູ່ລວງກວ້າງ ແລະ ລວງເລິກ ເປັນຕົ້ນແມ່ນ ການເພີ່ມທະວີການຮ່ວມມື ແບບລົງເລິກ ໃນຂະແໜງການຕ່າງໆ ລວມທັງ ການຂະຫຍາຍ ຂົງເຂດບູລິມະສິດ ຈາກ 5 ຂົງເຂດທີ່ມີຢູ່ໃນປັດຈຸບັນ ແລະ ໃນອານາຄົດມໍ່ໆນີ້ ຄາດວ່າຈະມີ ການຂະຫຍາຍ ຂົງເຂດການຮ່ວມມື ໃນຂະແໜງສາທາລະນະສຸກ, ສຶກສາ, ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອື່ນໆ. ສຳລັບທິດ​ທາງ​ໃນ​ຕໍ່​ໜ້ານອກຈາກການກະກຽມ ເປັນເຈົ້າພາບຈັດກອງປະຊຸມ ລັດຖະມົນຕີ ຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ຊຶ່ງຈະຈັດຂຶ້ນໃນວັນທີ 19-20 ກຸມ​ພາ 2020, ທີ່ນະຄອນ ຫລວງວຽງຈັນ, ສປປ ລາວແລ້ວ ຍັງກະກຽມຄວາມພ້ອມ ໃນການເປັນເຈົ້າພາບ ຮ່ວມກັບ ສປ ຈີນ ຈັດກອງປະຊຸມ ຜູ້ນຳແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 3, ໃນວັນທີ 25-27 ມີນາ 2020 ທີ່ ນະຄອນຫລວງວຽງຈັນ, ກອງປະຊຸມສຸດຍອດ ACMECS ຄັ້ງທີ 9, CLMV ຄັ້ງທີ 10 ແລະ CLV ຄັ້ງທີ 11 ຕື່ມອີກ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 (the 5th Mekong-Lancang Cooperation Foreign Ministers’ Meeting) ຈະຈັດຂຶ້ນໃນລະຫວ່າງ ວັນທີ 19-20 ກຸມພາ 2020 ຢູ່ທີ່ໂຮງແຮມ ດອນຈັນພາເລສ ນະຄອນຫລວງວຽງຈັນ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້, ແມ່ນເພື່ອທົບທວນຄືນ ການຈັດ ຕັ້ງຜັນຂະຫຍາຍ ຜົນກອງປະຊຸມຜູ້ນຳ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 2; ກອງປະຊຸມ ລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 4 ແລະ ແຜນປະຕິບັດງານ 5 ປີ ແມ່ນໍ້າຂອງແມ່ ນໍ້າລ້ານຊ້າງ (2018-2022) ແລະ ຈະຮ່ວມກັນ ປຶກສາຫາລື ໃນການວາງທິດທາງການຮ່ວມມືໃນຕໍ່ໜ້າ ໂດຍແນໃສ່ການຮ່ວມກັນພັດທະນາ ເສດຖະກິດ-ສັງຄົມ ໃນຂົງເຂດພາກພື້ນ ແມ່ນໍ້າຂອງບົນພື້ນ ຖານ 3 ເສົາຄໍ້າ ແລະ 5 ຂົງເຂດບຸລິມະສິດ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.