ໂຄງການ “ຫົວໃຈໃຫ້ນ້ອງ” ໄດ້ຮັບເງິນສະໜັບສະໜູນຜ່ານການສົ່ງຂໍ້ຄວາມຫາປະຕູຖານຂໍ້ມູນມະນຸດສະທໍາແຫ່ງຊາດໝາຍເລກ 1407 ແມ່ນຫຼາຍກວ່າ 4,5 ຕື້ດົ່ງ

16:47 | 18/02/2020

ຍສໝ - ໂຄງການ “ຫົວໃຈໃຫ້ນ້ອງ” ໄດ້ດຳເນີນການຜ່າຕັດຫົວໃຈສໍາເລັດໃຫ້ແກ່ເດັກນ້ອຍເກືອບ 5.200 ຄົນໃນທົ່ວປະເທດ.

ໂຄງການ “ຫົວໃຈໃຫ້ນ້ອງ” ໄດ້ຮັບເງິນສະໜັບສະໜູນຜ່ານການສົ່ງຂໍ້ຄວາມຫາປະຕູຖານຂໍ້ມູນມະນຸດສະທໍາແຫ່ງຊາດໝາຍເລກ 1407 ແມ່ນຫຼາຍກວ່າ 4,5 ຕື້ດົ່ງ

ໂຄງການ “ຫົວໃຈໃຫ້ນ້ອງ” ໄດ້ຮັບເງິນສະໜັບສະໜູນຜ່ານການສົ່ງຂໍ້ຄວາມຫາປະຕູຖານຂໍ້ມູນມະນຸດສະທໍາແຫ່ງຊາດໝາຍເລກ 1407 ແມ່ນຫຼາຍກວ່າ 4,5 ຕື້ດົ່ງ. (ພາບ:vtv.vn)

ໂຄງການ “ຫົວໃຈໃຫ້ນ້ອງ” ແມ່ນໂຄງການກຸສົນໜູນຊ່ວຍການຜ່າຕັດໂດຍບໍ່ເສຍຄ່າໃຫ້ແກ່ເດັກນ້ອຍທຸກຍາກທີ່ມີອາຍຸຕໍ່າກວ່າ 16 ປີ ຢູ່ຫວຽດນາມ ແລະໜູນຊ່ວຍຍົກສູງກໍາລັງຄວາມສາມາດດ້ານສາທາລະນະສຸກຈັດຕັ້ງການກວດພະຍາດເປັນໂລກຫົວໃຈມາແຕ່ເກີດໃຫ້ແກ່ເດັກນ້ອຍ. ສະຫຼຸບບັ້ນປຸກລະດົມ, ໂຄງການໄດ້ຮັບຂໍ້ຄວາມບໍລິຈາກເງິນສະໜັບສະໜູນຫຼາຍກວ່າ 227.000 ຂໍ້ຄວາມດ້ວຍເງິນຫຼາຍກວ່າ 4,5 ຕື້ດົ່ງ. ເງິນຈໍານວນດັ່ງກ່າວຈະໄດ້ນໍາໃຊ້ເຂົ້າໃນການຜ່າຕັດຫົວໃຈໂດຍບໍ່ເສຍຄ່າໃຫ້ແກ່ເດັກນ້ອຍທຸກຍາກທີ່ມີອາຍຸຕໍ່າກວ່າ 16 ປີ. ສິ້ນສຸດບັ້ນປຸກລະດົມສົ່ງຂໍ້ຄວາມ, ລວມຍອດຂໍ້ຄວາມທີ່ມາຈາກລູກຄ້ານໍາໃຊ້ເຄືອຂ່າຍ Viettel ບັນລຸກວ່າ 132.000 ຂໍ້ຄວາມດ້ວຍມູນຄ່າ 2,6 ຕື້ດົ່ງ (ກວມເອົາກວ່າ 58%). ພາຍຫຼັງ 60 ວັນແຫ່ງການປຸກລະດົມ, ໂຄງການ “ຫົວໃຈໃຫ້ນ້ອງ” ໄດ້ຮັບເງິນສະໜັບສະໜູນຜ່ານການສົ່ງຂໍ້ຄວາມຫາປະຕູຖານຂໍ້ມູນມະນຸດສະທໍາແຫ່ງຊາດໝາຍເລກ 1407 ແມ່ນຫຼາຍກວ່າ 4,5 ຕື້ດົ່ງ.

(ໄຊພອນ)

ເຫດການ
302 Found

Found

The document has moved here.