ນັກສຶກສາລາວ ຢູ່ແຂວງບີ່ງດີ້ງ ຕ້ອນຮັບບຸນປີໃໝ່ປະຈໍາຊາດຫວຽດນາມ 2020

11:42 | 14/01/2020

ຍສໝ - ເມື່ອບໍ່ດົນມານີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງບີ່ງດີ້ງ ໄດ້ຈັດຕັ້ງການພົບປະສັງສັນນັກສຶກສາລາວ ທີ່ພວມສຶກສາຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນແຂວງ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ຫວຽດນາມ 2020.

ນັກສຶກສາລາວ ຢູ່ແຂວງບີ່ງດີ້ງ ຕ້ອນຮັບບຸນປີໃໝ່ປະຈໍາຊາດຫວຽດນາມ 2020

ນັກສຶກສາລາວ ຢູ່ແຂວງບີ່ງດີ້ງ ຕ້ອນຮັບບຸນປີໃໝ່ປະຈໍາຊາດຫວຽດນາມ 2020

ການພົບປະສັງສັນໄດ້ດຶງດູດນັກສຶກສາລາວ 126 ຄົນທີ່ ກຳລັງຮຽນຢູ່ມະຫາວິທະຍາໄລແລະວິທະຍາໄລຕ່າງໆພາຍໃນແຂວງ. ເຂົ້າຮ່ວມພິທີມີ: ທ່ານຮີ່ງແທງຊວນ, ກຳມະການຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງບິ່ງດິ້ງ; ທ່ານ ມາຍແທັງທັ໊ງ, ອະດີດຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງບິ່ງດິ້ງ.

ກ່າວຄໍາເຫັນທີ່ການພົບປະສັງສັນ, ທ່ານ ມາຍແທັງທັ໊ງ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງບີ່ງດີ້ງ ຢັ້ງຢືນວ່າ,ແຂວງບີ່ງດີ້ງ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ແກ່ນັກສຶກສາລາວ ທີ່ມາສຶກສາຮໍ່າຮຽນ, ຄົ້ນຄວ້າຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນນະຄອນກຸຍເຍີນ, ໃນນັ້ນຫຼາຍທີ່ສຸດແມ່ນຢູ່ມະຫາວິທະຍາໄລກຸຍເຍີນ. ການພົບປະສັງສັນດັ່ງກ່າວແມ່ນການເຄື່ອນໄຫວເປີດສາກໃຫ້ແກ່ລາຍການ “ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ” ປີ 2020 ໂດຍສະຫະພັນສົມທົບກັບສະມາຄົມມິດຕະພາບຫວຽດນາມ - ລາວ ແລະບັນດາອົງການທີ່ກ່ຽວຂ້ອງ ຈັດຕັ້ງ.

ກິດຈະກຳນີ້ຊ່ວຍໃຫ້ນັກສຶກສາລາວເຂົ້າໃຈກ່ຽວກັບວັດທະນະທຳ ແລະຮີດຄອງປະເພນີອັນດີງາມຂອງຊາດຫວຽດນາມ. ຫວັງວ່າໃນອະນາຄົດ, ຫວຽດນາມ - ລາວຈະສືບຕໍ່ຮັກສາ, ຊຸກຍູ້ການພົວພັນຖານບ້ານໃກ້ເຮືອນຄຽງ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ ຮ່ວມກັນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.