​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ແຜນ​ການ ແລະ ການ​ລົງ​ທຶນ ລາວ

07:34 | 25/12/2019

ຍສໝ - ຕອນບ່າຍວັນທີ 24 ທັນວາ 2019, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນລາວ.

​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ແຜນ​ການ ແລະ ການ​ລົງ​ທຶນ ລາວ

ທ່ານ ຫງວຽນຊວັນຟຸກ ຕ້ອນຮັບທ່ານ ສອນໄຊ ສີພັນດອນ. (ພາບ: VGP)

ທຸກໆປີ, ຫວຽດນາມລວນແຕ່ບຸລິມະສິດທຶນ ODA ໃຫ້ແກ່ລາວ, ໃນນ້ັນ ມີ 5 ໂຄງການໄດ້ຮັບການເປີດສະຫຼອງ, ມີໂຄງການຕ່າງໆຈຳນວນໜຶ່ງໄດ້ຮັບການແກ້ໄຂຂໍ້ຫຍຸ້ງຍາກ ແລະ ຍູ້ແຮງຄວາມຄືບໜ້າ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຕິດກັບປະເທດລາວ, ລ້ວນແຕ່ເພີ່ມທະວີການຮ່ວມມື.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຈະມານະພະຍາຍາມໜູນຊ່ວຍໃຫ້ດີກ່າວອີກ, ກໍ່ຄືຍົກສູງຄຸນນະພາບໃນການບຳລຸງສ້າງບັນດານັກສຶກສາລາວ, ພ້ອມແລ້ວທີ່ຈະສົ່ງນັກຊ່ຽວຊານທີ່ດີເດັ່ນໄປຊ່ວຍເຫຼືອລາວໃນບັນດາຂົງເຂດ, ເປັນຕົ້ນແມ່ນການໃຫ້ຄຳປຶກສາກ່ຽວກັບນະໂຍບາຍເສດຖະກິດມະຫາພາກ.

(ໄຊພອນ)

ເຫດການ
302 Found

Found

The document has moved here.