​ທ່ານ​ປະທານ​ປະ​ເທດ​ ລາວ ບຸນ​ຍັງ ວໍລະ​ຈິດ ມາຢ້ຽມຢາມຫວຽດນາມໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານອາສາສະໝັກ ແລະ ນັກຊ່ຽວຊານຢູ່ລາວ

17:00 | 29/10/2019

ຍສໝ - ຕອນບ່າຍວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງຂອງພັກ ແລະ ລັດ ລາວ ເນື່ອງໃນໂອກາດຄະນະມາຫວຽດນາມເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ປະຈໍາ ລາວ ຄົບຮອບ 70 ປີ .

ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານອາສາສະໝັກ ແລະ ນັກຊ່ຽວຊານຢູ່ລາວ, ວັນທີ 28 ຕຸລາ, ຢູ່ຮ່າໂນ້ຍທ່ານ​ປະທານ​ປະ​ເທດ​ ລາວ ບຸນ​ຍັງ ວໍລະ​ຈິດ ມາຢ້ຽມຢາມຫວຽດນາມ ແລະ ເຮັດວຽກກັບທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ເນັ້ນໜັ້ກວ່າ ສອງປະເທດ ຫວຽດນາມ ແລະ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ມີຄວາມສະໜິດຕິດພັນ, ສັດຊື່ບໍລິສຸດ ເຄີຍໄດ້ຮ່ວມຂຸມຄອງດຽວກັນເພື່ອຕໍ່ຕ້ານສັດຕູ ແລະ ປົດປ່ອຍປະເທດຊາດ ແລະ ປັດຈຸບັນ ພວມສ້າງສາປະເທດເພື່ອພ້ອມກັນພັດທະນາ.

ການນໍາ ຫວຽດນາມ ກໍເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍານໍາພາຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວບັນດາເຜົ່າ ຈະສືບຕໍ່ບັນລຸຜົນງານໃໝ່ທີ່ຍິ່ງໃຫຍ່ຫຼາຍຢ່າງ ໃນພາລະກິດແຫ່ງການປ່ຽນແປງໃໝ່, ປະຕິບັດບັນດາເປົ້າໝາຍໂດຍ ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ໄດ້ວາງອອກຢ່າງມີໄຊ, ກະກຽມ ແລະ ຈັດຕັ້ງສໍາເລັດກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ແລະ ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 11 ຂອງພັກ.

​ທ່ານ​ປະທານ​ປະ​ເທດ​ ລາວ ບຸນ​ຍັງ ວໍລະ​ຈິດ ມາຢ້ຽມຢາມຫວຽດນາມໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນທະຫານອາສາສະໝັກ ແລະ ນັກຊ່ຽວຊານຢູ່ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝຸຈ້ອງ ຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ. (ພາບ: TTXVN)

ສ່ວນ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢັ້ງຢືນວ່າ ທາງຝ່າຍລາວ ຈະສົມທົບກັບ ຝ່າຍຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອປະຕິບັດບົດບັນທຶກຊ່ວຍຈໍາສະບັບຕ່າງໆ ເຊິ່ງການນໍາພັກ, ລັດ ສອງປະເທດ ໄດ້ລົງນາມໃຫ້ມີປະສິດທິຜົນ; ພ້ອມກັບຫວຽດນາມ ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນໄມຕີຈິດມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່່າງ ຫວຽດນາມ - ລາວ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່ ແລະ ສືບທອດໃຫ້ແກ່ຄົນລຸ້ນຫຼັງກ່ຽວກັບສາຍພົວພັນສາມັກຄີແບບພິເສດນີ້.

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ກໍຕີລາຄາສູງຕໍ່ທີ່ຕັ້ງບົດບາດຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ປະຈໍາ ລາວ ທີ່ໄດ້ອຸທິດສ່ວນຢ່າງຫຼວງຫຼາຍເຂົ້າໃນພາລະກິດແຫ່ງການປະຕິວັດຂອງລາວ; ພັກ, ລັດ ແລະ ປະຊາຊົນລາວ ຈະຈົດຈໍາບຸນຄຸນອັນລົ້ນເຫຼືອຂອງບັນດາຄອບຄົວທະຫານເສຍສະຫຼະຊີວິດເພື່ອຊາດ, ບັນດາທະຫານເຈັບປ່ວຍ ແລະ ບັນດາອະດີດນັກຊ່ຽວຊານ, ທະຫານອາສາສະໝັກ ຫວຽດນາມ ປະຈໍາ ລາວ ຕະຫຼອດການ.

(ຄຳຮຸ່ງ)

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ
ເຫດການ