ຄະນະຜູ້ແທນຊາວໜູ່ມ 3 ແຂວງ ຂອງປະເທດລາວ ໄດ້ວາງທູບ ຢູ່ບັນດາສະຖານທີ່ຮອງຮ່ອຍ ແຂວງເຫງະອານ

16:11 | 08/10/2019

ຍສໝ - ຄະນະຜູ້ແທນຊາວໜູ່ມ 3 ແຂວງ: ຊຽງຂວາງ, ຫົວພັນ, ບໍລິຄຳໄຊ ຂອງ ແຫ່ງ ສປປ.ລາວ ໄດ້ມາວາງດອກໄມ້, ວາງທູບ ຢູ່ສະຖານທີ່ຮອງຮ່ອຍແຫ່ງຊາດທີ່ພິເສດ ກີມລຽນ (ນາມດານ) ແລະ ສະຖານທີ່ຮອງຮ່ອຍປະຫວັດສາດແຫ່ງຊາດ ຈວງບົນ ຢູ່ບ້ານໝີ້ເຊີນ (ໂດເລືອງ).

ຄະນະຜູ້ແທນ ຂອງປະເທດລາວ ມີ ສະຫາຍ ທອງມະນີ ໂຄດພັນຍາ - ກຳມະການສູນກາງຄະນະຊາວໜູ່ມ, ເລຂາທິການຄະນະຊາວໜູ່ມແຂວງ ແຂວງບໍລິຄຳໄຊ ແລະ ຮອງເລຂາທິການຄະນະຊາວໜູ່ມແຂວງ ແຂວງຫົວພັນ, ຊຽງຂວາງ ກັບ ສະມາຊິກຊາວໜູ່ມ ຈຳນວນ 26 ຄົນ. ສ່ວນຝ່າຍຄະນະຊາວໜູ່ມ ແຂວງເຫງະອານ, ມີສະຫາຍ ຈູດຶກຖ໋າຍ - ຮອງເລຂາທິການຄະນະຊາວໜູ່ມແຂວງ, ປະທານສະຫະພັນຊາວໜູ່ມຫວຽດນາມ ແຂວງເຫງະອານ.

ຄະນະຜູ້ແທນຊາວໜູ່ມ 3 ແຂວງ ຂອງປະເທດລາວ ໄດ້ວາງທູບ ຢູ່ບັນດາສະຖານທີ່ຮອງຮ່ອຍ ແຂວງເຫງະອານ

ບັນດາຜູ້ແທນ ໄດ້ຈັດພິທີ ອາໄລຫາ ປະທານປະເທດ ໂຮ່ຈິ໋ມີນ. (ພາບ: baonghean.vn)

ຢູ່ສະຖານທີ່ຮ່ອງຮອຍ ກີມລຽນ, ຄະນະຜູ້ແທນຊາວໜູ່ມ ປະເທດລາວ ໄດ້ວາງທູບ, ວາງດອກໄມ້ ແລະ ອາໄລຫາ ປະທານປະເທດ ໂຮ່ຈິ໋ມີນ; ຄະນະໄດ້ສະແດງຄວາມນັບຖື, ຄວາມຮູ້ບຸນຄຸນ ໂດຍຄຸນງາມຄວາມດີທີ່ໃຫຍ່ຫຼວງ ຂອງທ່ານ.

ສະຫາຍ ທອງມະນີ ໂຄດພັນຍາ ກ່າວວ່າ ປະທານໂຮ່ຈິ໋ມີນ, ປະທານ ໄກສອນ ພົມວີຫັນ ແລະ ສະເດັດເຈົ້າສຸພານຸວົງ ໄດ້ຕັ້ງພື້ນຖານໃຫ້ສາຍພົວພັນສາມັກຄີ, ການຕິດພັນກັນຢ່າງພິເສດ ລະຫວ່າງສອງປະເທດ, ສອງຊົນເຜົ່າ. ເຊື່ອມຊືມນໍ້າໃຈຢ່າງພິເສດນັ້ນ, ສອງພັກ, ສອງລັດ, ສອງຊົນເຜົ່າ ແລະ ໂດຍສະເພາະແມ່ນກຳລັງຊາວໜູ່ມສອງຝ່າຍ ຕ້ອງການຊຸກຍູ້ຄວາມສາມັກຄີ, ຕິດພັນກັນດ້ວຍນໍ້າໃຈບໍລິສຸດຕັ້ງຕໍ່ຢ່າງເລື້ອຍໆ.

ຄະນະຜູ້ແທນຊາວໜູ່ມ 3 ແຂວງ ຂອງປະເທດລາວ ໄດ້ວາງທູບ ຢູ່ບັນດາສະຖານທີ່ຮອງຮ່ອຍ ແຂວງເຫງະອານ

ຄະນະຜູ້ແທນໄດ້ວາງທູບ, ວາງດອກໄມ້ຢູ່ກຸ່ມຮ່ອງຮອຍປະຫວັດສາດແຫ່ງຊາດ ຈວງບົນ, ບ່ານໝີ້ເຊີນ, ເມືອງໂດເລືອງ. (ພາບ: baonghean.vn)

ຄະນະຜູ້ແທນໄດ້ສັນຍາ ຈະສືບຕໍ່ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງນໍ້າໃຈສາມັກຄີມິດຕະພາບ ຢ່າງພິເສດ ລະຫວ່າງ ຫວຽດນາມ ແລະ ລາວ ໄດ້ໝັ້ນຄົງຄະນົງແກ່ນໄປຊົ່ວກາລະນານ.

ຫຼັງຈາກນັ້ນ, ຄະນະໄດ້ມາວາງທູບຢູ່ກຸ່ມຮ່ອງຮອຍປະຫວັດສາດ ຈວງບົນ, ບ້ານໝີ້ເຊີນ, ເມືອງໂດເລືອງ ແລະ ຟັງການບັນລະຍາຍກ່ຽວກັນປະຫວັດສາດຕໍ່ສຸ, ເສຍສະລະຊີວິດ ຂອງບັນດາວິລະຊົນ ແລະ ນັກຮົບທີ່ສະລະຊີວິດເພື່ອຊາດຢູ່ຈວງບັນ ໃນການຕໍ່ສູ້ ຕ້ານອະເມຣີກາ ຊ່ວຍຊາດ.

ມີ້ແມ່ນເຄື່ອນໄຫວທີ່ມີຄວາມໝາຍໃນຂອບເຂດລາຍການ "ພົບປະມິດຕະພາບ ຂອງຊາວໜຸ່ມແຂວງເຫງະອານ ແລະ ຊາວໜຸ່ມ 3 ແຂວງ: ຊຽງຂວາງ, ຫົວພັນ, ບໍລິຄຳໄຊ ແຫ່ງ ສປປ.ລາວ ຄັ້ງທີເຈັດ ປີ 2019".

ກອນໜ້ານັ້ນ, ຕອນບ່າຍວັນທີ 5 ຕຸລາ, ຄະນະຊາວໜຸ່ມ ແຂວງເງ້ອານ ໄດ້ຈັດກອງປະຊຸມພົບປະແລກປ່ຽນມິດຕະພາບ ກັບຊາວໜຸ່ມ ແຂວງເງ້ອານ ແລະ ຊາວໜຸ່ມ ຢູ່ 3 ແຂວງ ຂອງ ສປປ.ລາວ ຄື: ແຂວງຊຽງຂວາງ, ບໍລິຄຳໄຊ ແລະ ຫົວພັນ. ໃນກອງປະຊຸມ, ສອງຝ່າຍໄດ້ລົງນາມໃນໂຄງການຮ່ວມມືຮອບດ້ານ ໃນປີ 2019

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.