ສາຍພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ລາວ ໄດ້ພວມພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ

12:11 | 15/10/2019

ຍສໝ - ໃນຂອບການເຄື່ອນໄຫວທີ່ກອງປະຊຸມໃຫຍ່ສຳພັນລັດຖະສະພາໂລກ ທີ່ Belgrade, ປະເທດເຊີເບຍ, ໃນວັນທີ 14 ຕຸລາ, ທ່ານນາງ ຮອງປະທານປະຈຳສະພາແຫ່ງຊາດຫວຽດນາມ ຕ່ອງຖິຝ໋ອງ ໄດ້ພົບປະກັບ ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ລາວ.

ສາຍພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ລາວ ໄດ້ພວມພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ

ທ່ານນາງ ຮອງປະທານສະພາແຫ່ງຊາດ ຕ່ອງຖິຝ໋ອງ ແລະ ຫົວໜ້າຄະນະຜູ້ແທນບັນດາປະເທດເຂົ້າຮ່ວມ IPU 141. (ພາບ: vov.vn)

ທີ່ການພົບປະ, ທ່ານນາງ ຮອງປະທານສະພາແຫ່ງຊາດ ຕ່ອງຖິຝ໋ອງ ໄດ້ສະແດງຄວາມຍິນດີ ທີ່ໄດ້ເຫັນວ່າສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດ ໄດ້ພວມພັດທະນາເປັນຢ່າງດີ, ເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນ; ບັນດາການເຄື່ອນໄຫວຮ່ວມມື, ສຳມະນາ, ການຝືກອົບຮົມດ້ານກົດໝາຍ ສຳລັບບັນດາສະມາຊິກສະພາແຫ່ງຊາດ ແລະ ພະນັກງານ ໄດ້ຮັບການປະຕິບັດ ຢ່າງແທດຈິງ ແລະ ຕອບສະໜອງການຮຽກຮ້ອງສ້າງກົດໝາຍ ແລະ ລະບົບລັດຖະບານຂອງສອງປະເທດໃນຂະບວນວິວັດແຫ່ງການເຊື່ອມໂຍງສາກົນ, ສ້າງສາ ແລະ ພັດທະນາປະເທດຊາດ.

ສາຍພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ - ລາວ ໄດ້ພວມພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ມີປະສິດທິຜົນ

ທ່ານນາງ ຮອງປະທານສະພາແຫ່ງຊາດ ຕ່ອງຖິຝ໋ອງ ມອບຂອງຂວັນທີ່ລະລຶກ ໃຫ້ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ລາວ. (ພາບ: vov.vn)

ສະພາແຫ່ງຊາດຂອງສອງປະເທດ ຍັງໄດ້ແລກປ່ຽນປະສົບການໃນການຈັດຕັ້ງ ລະບົບສະພາປະຊາຊົນ. ທ່ານນາງ ຮອງປະທານສະພາແຫ່ງຊາດ ຕ່ອງຖິຝ໋ອງ ນຳສະເໜີໃຫ້ ສປປລາວ ປະສານງານໃນການນຳ ໃຊ້ຊັບພະຍາກອນແຫຼ່ງແມ່ນ້ຳຂອງ ຢ່າງມີປະສິດທິຜົນ ແລະ ພ້ອມກັນແກ້ໄຂບັນດາສິ່ງທ້າທາຍທີ່ເກີດຈາກການປ່ຽນແປງດິນຟ້າອາກາດ. ທ່ານນາງ ຮອງປະທານສະພາແຫ່ງຊາດ ຕ່ອງຖິຝ໋ອງ ສະແດງຄວາມປາດຖະໜາ ຢາກໃຫ້ລັດຖະບານ ແລະ ສະພາແຫ່ງຊາດລາວ ສືບຕໍ່ສະໜັບສະໜູນຫວຽດນາມ ປະຕິບັດບົດບາດສຳຄັນໃນປະຊາຄົມສາກົນ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນ ການຮັກສາສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ເນັ້ນໜັກວ່າ ສະພາແຫ່ງຊາດລາວ ເອົາໃຈໃສ່ ແລະ ຕີລາຄາສູງ ຕໍ່ການພົວພັນທີ່ດີກັບຫວຽດນາມ; ເຫັນດີຕໍ່ການປະເມີນຜົນ ແລະ ຂໍ້ສະເໜີຂອງທ່ານນາງ ຮອງປະທານສະພາແຫ່ງຊາດ ຕ່ອງຖິຝ໋ອງ, ຮອງປະທານສະພາແຫ່ງຊາດລາວ ທ່ານ ບຸນປອນ ບຸດຕະນະວົງ ໄດ້ປະກາດວ່າໂຄງການກໍ່ສ້າງສຳນັກງານສະພາແຫ່ງຊາດລາວ ແມ່ນກຳລັງຈັດຕັ້ງປະຕິບັດຢ່າງຕັ້ງ ໜ້າ ແລະ ຮັບປະກັນລະດັບຄວາມຄືບໜ້າ ຂອງການກໍ່ສ້າງ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.