ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ​ເຄື່ອນ​ໄຫວຢ້ຽມ​ຢາມ ແຂວງ ວຽງ​ຈັນ ສປປ ລາວ

05:23 | 29/09/2019

ຍສໝ - ໃນຕອນເຊົ້າຂອງວັນທີ 28 ກັນຍາ 2019, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມແຂວງ ວຽງຈັນ, ສປປ ລາວ.

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ​ເຄື່ອນ​ໄຫວຢ້ຽມ​ຢາມ ແຂວງ ວຽງ​ຈັນ ສປປ ລາວ

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ​ເຄື່ອນ​ໄຫວຢ້ຽມ​ຢາມ ແຂວງ ວຽງ​ຈັນ ສປປ ລາວ.(ພາບ:nhandan.com.vn)

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ສະແດງຄວາມພາກພູມໃຈເມື່ອໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ລາວ, ແຂວງ ວຽງຈັນ ແລະ ບາງທ້ອງຖິ່ນ ທີ່ມີທີ່ຕັ້ງຍຸດທະສາດສຳຄັນເຊື່ອມຕໍ່ລະຫວ່າງນະຄອນຫຼວງ ວຽງຈັນ ກັບບັນດາແຂວງທາງພາກເໜືອ ແລະ ພາກກາງລາວ, ພ້ອມທັງຕີລາຄາສູງຜົນງານຂອງການຮ່ວມມື, ໜູນຊ່ວຍເຊິ່ງກັນແລະ ກັນລະຫວ່າງແຂວງວຽງຈັນກັບ ບັນດາທ້ອງຖິ່ນ ຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຫວັງວ່າໃນໄລຍະຈະມາເຖິງ, ແຂວງວຽງຈັນຈະສືບຕໍ່ເປີດກ້ວາງ ແລະ ຍົກສູງປະສິດທິຜົນໃນການຮ່ວມມືກັບບັນດາແຂວງ, ນະຄອນ ຂອງ ຫວຽດນາມ, ເປັນຕົ້ນແມ່ນການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນ ບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ຄຸ້ມຄອງເສດຖະກິດ, ເພີ່ມທະວີການຮ່ວມມືລົງທຶນ, ການຄ້າ, ການທ່ອງທ່ຽວ, ກະສິກຳ, ກໍ່ສ້າງຊົນນະບົດໃໝ່, ຊ່ວຍກັນລົບລ້າງຄວາມທຸກຍາກ ແລະ ອື່ນໆ.

(ໄຊພອນ)

ເຫດການ
302 Found

Found

The document has moved here.