ພີ່ມທະວີການພົບປະແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ຄະນະຊາວໜຸ່ມ ແຂວງ ຮ່າຕີ້ງ ແລະ ຄໍາມ່ວນ

10:13 | 17/07/2019

ຍສໝ - ຫວ່າງແລ້ວນີ້, ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ນໍາໜ້າ ໂດຍ ທ່ານນາງ ວົງພະຈັນ ສີບຸນເຮືອງ ເລຂາຄະນະຊາວໜຸ່ມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່າຕີ້ງ.


ພີ່ມທະວີການພົບປະແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ຄະນະຊາວໜຸ່ມ ແຂວງ ຮ່າຕີ້ງ ແລະ ຄໍາມ່ວນ

ຄະນະຜູ້ແທນບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ໄດ້ໄປຖະຫວາຍທູບທຽນໄວ້ອາໄລຢູ່ເຂດປູຊະນີຍະສະຖານສາມແຍກດົ່ງລົກ, ເມືອງການລົກ. (ພາບ: Baohatinh.vn)

ພີ່ມທະວີການພົບປະແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ຄະນະຊາວໜຸ່ມ ແຂວງ ຮ່າຕີ້ງ ແລະ ຄໍາມ່ວນ

ຄະນະຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຖະຫວາຍທູບທຽນ, ດອກໄມ້ໄວ້ອາໄລບັນດາວິລະຊົນທີ່ໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານຢູ່ທາງສາມແຍກດົ່ງລົກ, ພິເສດແມ່ນຊາວໜຸ່ມຕະລຸມບອນຍິງ 10 ຄົນຢູ່ທາງສາມແຍກ. (ພາບ: Baohatinh.vn)


ພີ່ມທະວີການພົບປະແລກປ່ຽນ ແລະ ການຮ່ວມມື ລະຫວ່າງ ຄະນະຊາວໜຸ່ມ ແຂວງ ຮ່າຕີ້ງ ແລະ ຄໍາມ່ວນ

ຄະນະບໍລິຫານງານຊາວໜຸ່ມແຂວງຮ່າຕີ້ງ ແລະ ແຂວງຄໍາມ່ວນ ຖ່າຍຮູບເປັນທີ່ລະນຶກ. (ພາບ: Baohatinh.vn)

ຕາມແຜນການແລ້ວ, ຄະນະບໍລິຫານງານຊາວໜຸ່ມແຂວງຮ່າຕີ້ງ ຈະຈັດຕັ້ງບັນດາການເຄື່ອນໄຫວອາສາສະໝັກຢູ່ແຂວງຄໍາມ່ວນ, ລວມມີ: ສ້າງຮ່າງບົດບັນທຶກການຮ່ວມມືລະຫວ່າງຄະນະຊາວໜຸ່ມແຂວງຮ່າຕີ້ງ ແລະ ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ໃນຕົ້ນເດືອນສິງຫາ ປີ 2019; ກວດ ແລະ ໃຫ້ຄໍາປຶກສາສຸຂະພາບ, ແຈກຢາໂດຍບໍ່ເສຍຄ່າ; ໂອ້ລົມສົນທະນາ, ແລກປ່ຽນບົດຮຽນ.

(ຄຳຮຸ່ງ)

(ແຫຼ່ງ​ຂໍ້​ມູນ​: baohatinh.vn)

ເຫດການ
302 Found

Found

The document has moved here.