ການພົບປະສັງສັນ 25 ປີ ແຫ່ງວັນສ້າງຕັ້ງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

08:50 | 19/06/2019

ຕອນເຊົ້າວັນທີ 17 ມິຖຸນາ, ທີ່ບ້ານໜອງແມງດາ, ເມືອງໄຊ, ແຂວງອຸດົມໄຊ, ສປປ ລາວ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (ພະແນກການເມືອງທະຫານເຂດ 2) ຈັດຕັ້ງການພົບປະສັງສັນ 25 ປີ ແຫ່ງວັນສ້າງຕັ້ງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ (17-6-1994 / 17-6-2019).

ການພົບປະສັງສັນ 25 ປີ ແຫ່ງວັນສ້າງຕັ້ງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

ການນຳກອງບັນຊາການທະຫານເຂດ 2 ມອບດອກໄມ້ອວຍພອນ. (ພາບ: ຈູງຫ໊ຽວ)

ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ໄດ້ຮັບການສ້າງຕັ້ງຕາມຄຳສັ່ງຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະບົດບັນທຶກໄດ້ຮັບການລົງນາມລະຫວ່າງຄະນະກຳມະການລະຫວ່າງລັດຖະບານແຫ່ງ ສສ ຫວຽດນາມ ກັບ ສປປ ລາວ ກ່ຽວກັບການຊອກຫາ, ຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ ລາວ ກັບຄືນປະເທດ.

ການພົບປະສັງສັນ 25 ປີ ແຫ່ງວັນສ້າງຕັ້ງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

ການນຳພະແນກການເມືອງທະຫານເຂດ 2 ມອບຂອງຂວັນໃຫ້ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ. (ພາບ: ຈູງຫ໊ຽວ)

ເພື່ອເປັນການຮັບຮູ້ບັນດາຜົນງານທີ່ບັນລຸໄດ້, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ ເປັນກຽດໄດ້ຮັບລາງວັນອັນສູງສົ່ງຫຼາຍຢ່າງຈາກພັກ, ລັດ ຫວຽດນາມ ມອບໃຫ້ນັ້ນແມ່ນ: ຫຼຽນໄຊວິລະກຳຊັ້ນ I, ຫຼຽນໄຊວິລະກຳຊັ້ນ II, ຫຼຽນໄຊວິລະກຳຊັ້ນ III, ພັກ, ລັດ ລາວ ມອບລາງວັນ: ຫຼຽນໄຊແຮງງານຊັ້ນ III, ຫຼຽນໄຊມິດຕະພາບລາວ - ຫວຽດນາມ...

ການພົບປະສັງສັນ 25 ປີ ແຫ່ງວັນສ້າງຕັ້ງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

ທ່ານພົນຈັດຕະວາ ຫງວຽນຖັ໊ງຊວນ, ຫົວໜ້າພະແນກການເມືອງທະຫານເຂດ 2 ກ່າວຄຳເຫັນທີ່ການພົບປະສັງສັນ. (ພາບ: ຈູງຫ໊ຽວ)

ການພົບປະສັງສັນ 25 ປີ ແຫ່ງວັນສ້າງຕັ້ງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

ບັນດາຜູ້ແທນເຂົ້າຮ່ວມການພົບປະສັງສັນ. (ພາບ: ຈູງຫ໊ຽວ)

ການພົບປະສັງສັນ 25 ປີ ແຫ່ງວັນສ້າງຕັ້ງກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ

ການນຳແຂວງອຸດົມໄຊ ມອບໃບຍ້ອງຍໍໃຫ້ໝູ່ຄະນະ ແລະບຸກຄົນທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່. (ພາບ: ຈູງຫ໊ຽວ)

ເນື່ອງໃນໂອກາດນີ້, ເຈົ້າແຂວງໆ ອຸດົມໄຊ ໄດ້ມອບໃບຍ້ອງຍໍໃຫ້ແກ່ໝູ່ຄະນະກອງທ້ອນໂຮມ ແລະບຸກຄົນ 6 ສະຫາຍ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ຊອກຫາ, ຂຸດຄົ້ນ ແລະທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນປະເທດ.

(ແຫຼ່ງ​ຂໍ້​ມູນ​: ແສງເດືອນ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.