ຫົວໜ້າກຳມະການ ເສດຖະກິດ ສູນກາງຫວຽດນາມ ຕ້ອນຮັບ ຄະນະປະຕິບັດວຽກງານ ສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດລາວ.

00:54 | 15/05/2019

ຍສໝ - ຕອນແລງວັນທີ່ 20/3, ໃນສໍານັກງານສູນກາງພັກ, ສະຫາຍ ຫງວ໋ຽນ ວັນ ບິ່ງ, ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າກຳມະການ ເສດຖະກິດສູນກາງ ໄດ້ໃຫ້ການຕ້ອນຮັບ ຄະນະປະຕິບັດງານ ສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດລາວ.

ຄະນະປະຕິບັດງານນຳໂດຍ ສະຫາຍ ບົວສອນ ບົວຜາວັນ, ອາດີດກໍາມະການກົມການເມືອງ, ອາດີດນາຍົກລັດຖະມົນຕີ, ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ເປັນຫົວໜ້າຄະນະ.

ຫົວໜ້າກຳມະການ ເສດຖະກິດ ສູນກາງຫວຽດນາມ ຕ້ອນຮັບ ຄະນະປະຕິບັດວຽກງານ ສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດລາວ.

ສະຫາຍ ຫງວ໋ຽນ ວັນ ບີງ, ສະຫາຍ ຫງວ໋ຽນ ວັນ ບິ່ງ, ກໍາມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າກຳມະການ ເສດຖະກິດສູນກາງ ຕ້ອນຮັບ ສະຫາຍ ບົວສອນ ບົວຜາວັນ, ຫົວໜ້າສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ ສປປ ລາວ.((ພາບ:ສຳນັກຂ່າວຫວຽດນາມ)

ທີ່ການຕ້ອນຮັບ, ຫົວໜ້າກຳມະການ ເສດຖະກິດສູນກາງ ສະຫາຍ ຫງວ໋ຽນ ວັນ ບີງ ສະແດງຄວາມຊົມເຊີຍຢ່າງສຸດອົດສຸດໃຈທີ່ ສະຫາຍ ບົວສອນ ບົວຜາວັນ ພ້ອມຄະນະປະຕິບັດງານສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດລາວ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ; ສະແດງຄວາມຍິນດີຕໍ່ກັບຜົນສຳເລັດກໍ່ຄືໝາກຜົນທີ່ພັກ ແລະ ປະຊາຊົນລາວຍາດມາໄດ້ ພາຍຫຼັງ 3ປີ ຈັດຕັ້ງປະຕິບັດມະຕິກອງປະຊູມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ.

ຫົວໜ້າກຳມະການ ເສດຖະກິດສູນກາງ ສະຫາຍ ຫງວ໋ຽນ ວັນ ບີງ ຢັ້ງຢືນວ່າ: ນະໂຍບາຍເອກກະພາບຂອງຫວຽດນາມຍາມໃດກໍ່ໃຫ້ຄວາມສຳຄັນພິເສດ ແລະ ໃຫ້ບູລິມະສິດສູງ ໃນການເສີມສ້າງ, ພັດທະນາ ສາຍພົວພັນພິເສດ ຫວຽດນາມ-ລາວ. ນີ້ແມ່ນການພົວພັນມິດຕະພາບ, ສາມັກຄີ ແລະ ການຮ່ວມມືຮອບດ້ານ, ໄດ້ຮັບການກໍ່ສ້າງ ແລະ ຖ່າຍທອດຜ່ານ ບັນດາລູ້ນນໍາພາຂອງສອງປະເທດ ຈົນມາຮອດປັດຈຸບັນ, ໄດ້ເພີ່ມພູນຄູນສ້າງ ແລະ ກໍ່ສ້າງດ້ວຍເລືອດເນື້ອ, ເຫື່ອແຮງ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນສອງປະເທດຫຼາຍລູ້ນ. ຫົວໜ້າກຳມະການ ເສດຖະກິດສູນກາງ ສະຫາຍ ຫງວ໋ຽນ ວັນ ບີງ ເນັ້ນນັກວ່າ: ຄວາມສາມາດບົ່ມຊ້ອນຂອງການຮ່ວມມື ລະຫວ່າງ ສອງປະເທດຍັງມີຫຼາຍ, ພິເສດແມ່ນໃນຂົງເຂດເສດຖະກິດ.

ສະຫາຍ ບົວສອນ ບົວຜາວັນ ສະແດງຄວາມຂອບອົກຂອບໃຈ ສາຫາຍ ສະຫາຍ ຫງວ໋ຽນ ວັນ ບີງ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບຄະນະ; ສະຫາຍໄດ້ຕີລາຄາສູງເຖິງບັນດາຜົນສຳເລັດ ຂອງການພັດທະນາເສດຖະກິດ-ສັງຄົມ ຂອງ ຫວຽດນາມໃນໄລຍະຜ່ານມາ. ສະຫາຍ ບົວສອນ ບົວຜາວັນ ຫວັງເປັນຢ່າງຍິ່ງວ່າ: ສາຍພົວພັນ-ຮ່ວມມື ລະຫວ່າງ ສະຖາບັນຄົ້ນຄວ້າເສດຖະກິດລາວ ແລະ ອົງການຕ່າງໆ ຂອງຫວຽດນາມ ຈະໄດ້ຮັບໝາກຜົນກໍ່ຄືຜົນສໍາເລັດອັນຕັ້ງໜ້າໃນອານາຄົດ.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.