ການນຳລາວ ຕີລາຄາສູງປະສິດທິຜົນການຮ່ວມມືກັບກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ

00:54 | 15/05/2019

ວັນທີ 12 ມີນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ, ໂດຍທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ເປັນຫົວໜ້າຄະນະ ໄດ້ພົບປະເຈລະຈາກັບຄະນະຜູ້ແທນກະຊວງໄປສະນີ, ໂທລະຄົມມະນາຄົມ ແລະສື່ສານລາວ, ໂດຍທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະສື່ສານລາວ ເປັນຫົວໜ້າຄະນະ.

ການນຳລາວ ຕີລາຄາສູງປະສິດທິຜົນການຮ່ວມມືກັບກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ

ທ່ານ ຫງວຽນແມ້ງຮຸ່ງ ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ແລະທ່ານທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະສື່ສານລາວ ເຊັນບົດບັນທຶກການຮ່ວມມື. (ພາບ: ສຳນັກຂ່າວສານຫວຽດນາມ)


ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານ ທັນສະໄໝ ກົມມະສິດ ຖືວ່າສຳລັບປະເທດລາວ, ເລື່ອງພັດທະນາຂະແໜງໄປສະນີ - ໂທລະຄົມມະນາຄົມ ແລະເຕັກໂນໂລຢີ - ຂໍ້ມູນຂ່າວສານຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ, ລາວ ປາດຖະໜາຢາກໄດ້ແລກປ່ຽນ, ຮ່ວມມືກັບບັນດາປະເທດໃນພາກພື້ນ ແລະສາກົນ ເພື່ອພັດທະນາຂະແໜງໄປສະນີ - ໂທລະຄົມມະນາຄົມ ແລະເຕັກໂນໂລຢີ - ຂໍ້ມູນຂ່າວສານ, ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ສ້າງເງື່ອນໄຂສະດວກ ເພື່ອໃຫ້ປະເທດລາວ ເຊ່ືອມໂຍງເຂົ້າກັບພາກພື້ນ ແລະສາກົນ.

ທ່ານ ທັນສະໄໝ ກົມມະສິດ ກໍປາດຖະໜາວ່າ ລັດຖະບານຫວຽດນາມ ແລະກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ສືບຕໍ່ຊ່ວຍເຫຼືອ ລາວ ໃນການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດໄປສະນີ - ໂທລະຄົມມະນາຄົມ ແລະເຕັກໂນໂລຢີ - ຂໍ້ມູນຂ່າວສານ.

ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານ ຫງວຽນແມ້ງຮຸ່ງ ໃຫ້ຮູ້ວ່າກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ຈະສືບຕໍ່ຮ່ວມມືກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະສື່ສານລາວ ໃນທຸກຂົງເຂດຢ່າງແໜ້ນແຟ້ນ, ໃນນັ້ນບຸລິທະສິດການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີລະດັບສູງໃຫ້ແກ່ ລາວ, ພ້ອມທັງເນັ້ນໜັກວ່າກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະສື່ສານລາວ ກ່ຽວກັບບົດຮຽນໃນການພັດທະນາຂະແໜງໄປສະນີ - ໂທລະຄົມມະນາຄົມ ແລະເຕັກໂນໂລຢີ - ຂໍ້ມູນຂ່າວສານໃນຍຸກສະໄໝເຕັກໂນໂລຢີດີຈີຕອນ.

(ແຫຼ່ງ​ຂໍ້​ມູນ​: ແສງເດືອນ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.