ນັກສຶກສາລາວ ຢູ່ສສ ຫວຽດນາມ ສະຫລຸບ​ສົກຮຽນ 2017-2018

00:54 | 14/05/2019

ໃນວັນທີ 22 ກຸມພາ 2019, ສະຖານທູດລາວ ປະຈຳ ສສ ຫວຽດນາມ ຮ່ວມກັບມະຫາ ວິທະຍາໄລ ສ້າງຄູເຕັກນິກວິງ ໄດ້ຈັດກອງປະຊຸມ ສະຫລຸບ​ສົກຮຽນ 2017-2018 ແລະ ແຜນການປີ 2018-2019 ຂອງ ນັກສຶກສາລາວ ທີ່ ສສ ຫວຽດນາມ, ພ້ອມມອບໃບຍ້ອງຍໍ ຜູ້ທີ່ມີຜົນງານດີເດັ່ນໃນການຮຽນ ແລະ ເຄື່ອນໄຫວນອກຫລັກສູດ.

ນັກສຶກສາລາວ ຢູ່ສສ ຫວຽດນາມ ສະຫລຸບ​ສົກຮຽນ 2017-2018

ກອງປະຊຸມສະຫລຸບ​ສົກຮຽນ 2017-2018 ແລະ ແຜນການປີ 2018-2019 ຂອງນັກສຶກສາລາວ ທີ່ ສສ ຫວຽດນາມ

ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວຽງໄຊ ດາລາແສນ ອັກຄະລັດຖະທູດທີ່ປຶກສາ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ, ທ່ານ ກອງສີ ແສງມະນີ ຮອງ​ລັດຖະມົນຕີ ​ກະຊວງ​ສຶກສາ ​ແລະ ກິລາ​ລາວ, ທ່ານ ຫງວຽນ ຮາຍແທ໋ງ ຮອງກົມພົວພັນຮ່ວມມືສາກົນ ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ, ພ້ອມ​​ການ​ນຳ ຈາກ​ບັນດາ​ມະຫາວິທະຍາ​ໄລ, ສະ​ຖາ​ບັນ ​ແລະ ນັກ​ສຶກສາລາ​ວ ເຂົ້າຮ່ວມ.​

ກອງ​ປະຊຸມ​ຄັ້ງ​ນີ້, ​ເພື່ອ​ແນ​ໃສ່​ຕີ​ລາຄາການ​ຮໍ່າຮຽນ​ຂອງ​ນັກ​ສຶກສາລາ​ວ ຢູ່​ຫວຽດນາມ ​ໃນ​ສົກຮຽນ 2017-2018 ​ເຊິ່ງປະຕິບັດ​ຕາມ​ແຜນ​ຮ່າງ “ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື​ລະຫວ່າງ​ ຫວຽດນາມ-ລາວ ​ໃນ​ຂົງ​ເຂດ​ສຶກສາ ​ແລະ ພັດທະນາ​ແຫລ່ງຊັບພະຍາກອນ​ມະນຸດ” ​ທີ່ສອງ ລັດຖະບານ​ ໄດ້​ລົງ​ນາມ ​ແລະ ປະຕິບັດ ​ໃນ​ໄລຍະ 2011–2020.

ໃນ​​ໄລ​ຍະ​ຜ່ານ​ມາ, ​ນັກ​ສຶກສາລາ​ວ 16.400 ກວ່າຄົນ ທີ່​ພວມ​ຮໍ່າຮຽນ​ຢູ່ບັນດາ​ໂຮງຮຽນ​ໃນ​ທົ່ວ​ປະ​ເທດ​​ຫວຽດນາມໄດ້ເອົາໃຈໃສ່ໃນການສຶກສາຄົ້ນຄວ້າຮ່ຳຮຽນ ແລະ ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ການ​ຊ່ວຍ​ເຫລືອ​ຂອງ​ພັກ, ລັດ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​ໃນ​ວຽກ​ງານຄົ້ນຄວ້າ, ​ຮໍ່າຮຽນຂອງ​ນັກ​ສຶກສາລາ​ວ. ກອງ​ປະຊຸມ​ສະຫລຸບ​ສົກຮຽນຄັ້ງ​ນີ້, ສະຖານທູດ​ລາວ ປະຈຳ​ຫວຽດນາມ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ນັກຮຽນ, ນັກສຶກສາລາວ ທີ່​ດີ​ເດັ່ນດ້ານການຮຽນ, ຫ້າວຫັນປະກອບສ່ວນເຂົ້າໃນການເຄື່ອນໄຫວນອກຫລັກສູດປະຈຳສົກຮຽນ 2017-2018 ມີທັງໝົດ 1.300 ກວ່າຄົນ, ໃນນີ້ຢູ່ແຂວງ ເຫງະອານ ມີ 85 ​ຄົນ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ