ລາວ-ຫວຽດນາມລົງນາມ ເອກະສານການຮ່ວມມື 9 ສະບັບ

00:54 | 14/05/2019

ເນື່ອງໃນໂອກາດການເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 24-25 ກຸມພາ 2019 ຂອງສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ຕາມຄຳເຊີນຂອງສະຫາຍບຸນຍັງວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ພາຍຫຼັງພິທີພົບປະເປັນທາງການ ປະທານປະເທດທັງສອງຝ່າຍໄດ້ເຂົ້າຮ່ວມເຊັນເອກະສານການຮ່ວມມືຂອງລັດຖະບານສອງປະເທດ ຈຳນວນ 9 ສະບັບ.


ລາວ-ຫວຽດນາມລົງນາມ ເອກະສານການຮ່ວມມື 9 ສະບັບ

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫງວ໋ຽນ ຟູ໋ຈ້ອງ ເລຂາທິການໃຫຍ່ແຫ່ງ ສສ ຫວຽດນາມ ຮ່່ວມເປັນສັກຂີພະຍານໃນການເຊັນສັນຍາຮ່ວມມື.


ໃນນັ້ນປະກອບມີສັນຍາວ່າດ້ວຍການຮ່ວມມືດ້ານການເງິນໄລຍະປີ 2019-2020; ສັນຍາວ່າດ້ວຍການພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່; ຂໍ້ຕົກລົງ ສອງລັດຖະບານລາວ ແລະ ຫວຽດນາມ ວ່າດ້ວຍການຂຸດຄົ້ນທ່າແຮງບົ່ມຊ້ອນໃນການກໍ່ສ້າງເສັ້ນທາງລົດໄຟ ວຽງຈັນ-ຫວຸ້ງອ້າງ; ບົດບັນທຶກການຮ່ວມມື ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ໃນຂົງເຂດຕ້ານການປ່ຽນແປງສະພາບດິນໄຟຟ້າອາກາດ ແລະ ອະນຸລັກຊີວະນາໆພັນ ; ບົດບັນທຶກການມອບ-ຮັບໂຄງການສ້າງຖານຂໍ້ມູນຂ່າວສານພູມສັນຖານ ຮັບໃຊ້ການວາງແຜນພັດທະນາເສດຖະກິດ-ສັງຄົມ ແລະ ຕິດຕາມຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ ສປປ ລາວ ລະຫວ່າງກະຊວງພາຍໃນ ສປປ ລາວ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສສ ຫວຽດນາມ.


ລາວ-ຫວຽດນາມລົງນາມ ເອກະສານການຮ່ວມມື 9 ສະບັບ

ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຫງວ໋ຽນ ຟູ໋ຈ້ອງ ເລຂາທິການໃຫຍ່ແຫ່ງ ສສ ຫວຽດນາມ ຮ່່ວມເປັນສັກຂີພະຍານໃນການເຊັນສັນຍາຮ່ວມມື.


ບົດບັນທຶກການຮ່ວມມື ວ່າດ້ວຍຈັດຕັ້ງຜັນຂະຫຍາຍໂຄງການ “ປ່ຽນຖ່າຍອຸປະກອນ ໃຫ້ແກ່ສະຖານີວິທະຍຸກະຈາຍສຽງແຫ່ງຊາດລາວ” ລະຫວ່າງກະຊວງຖະແຫຼ່ງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສປປ ລາວ ແລະ ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ; ບົດບັນທຶກການມອບ-ຮັບ ໂຄງການກໍ່ສ້າງສູນສູນບໍລິການຕິກນິກກະສິກຳແຂວງຫົວພັນ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ; ຂໍ້ຕົກລົງລະຫວ່າງ ຄະນະຮັບຜິດຊອບພິພິຕະພັນໄກສອນ ພົມວິຫານ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ວ່າດ້ວຍການປະຕິບັດສ້ອມແປງ, ຍົກລະດັບ ເຂດອະນຸສອນສະຖານ ປະທານໂຮ່ ຈິ ມິນ ຢູ່ບ້ານຊຽງຫວາງ, ເມືອງໜອງບົກ, ແຂວງຄຳມ່ວນ ສປປ ລາວ ; ແລະ ບົດບັນທຶກການມອບ-ຮັບໂຄງການເພີ່ມທະວີຄວາມອາດສາມາດໃນການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ ໃຫ້ແກ່ສະພາວິທະຍາສາດແຫ່ງຊາດລາວ ລະຫວ່າງ ສະພາວິທະຍາສາດແຫ່ງຊາດລາວ ແລະ ສະພາບັນດິດວິທະຍາສາດ-ເຕັກໂນໂລຊີ ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: laoedaily.com.la)

ເຫດການ