ແຂວງອຽນບ໋າຍ ສສ ຫວຽດນາມ ກັບ ແຂວງໄຊຍະບູລີ ເພີ່ມທະວີການຮວ່ມມື ໃນຫຼາຍຂົງເຂດ

15:36 | 13/11/2018

ຍສໝ - ໃນຂອບເຂດການພົບປະຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງອຽນບ໋າຍ ສສ ຫວຽດນາມ ຂອງ ຄະນະຜູ້ແທນແຂວງໄຊຍະບູລີ ສປປ ລາວ, ຕອນເຊົ້ນວັນທີ 13 ພະຈິກ, ທີ່ຫ້ອງວ່າການປົກຄອງ ແຂວງອຽນບ໋າຍ ໄດ້ມີການພົບປະເຈລະຈາ ລະຫວ່າງ ຄະນະຜູ້ແທນ ຂອງສອງ ແຂວງ ອຽນບ໋າຍ - ໄຊຍະບູລີ ແນ່ໃສ່ແລກປ່ຽນສົນທະນາ ບັນດາການເຄື່ອນໄຫວຮ່ວມມື ລະຫວ່າງ ສອງແຂວງ ປີ 2019 ແລະ ໃນປີຕໍ່ໆໄປ.

ແຂວງອຽນບ໋າຍ ສສ ຫວຽດນາມ ກັບ ແຂວງໄຊຍະບູລີ ເພີ່ມທະວີການຮວ່ມມື ໃນຫຼາຍຂົງເຂດ

ຄະນະຜູ້ແທນຂອງແຂວງ ໄຊຍະບູລີ.

ໃນການເຈລະຈາ, ທ່ານ ໂດ້ ດຶກຢຸຍ - ປະທານ ຄະນະກຳມະການປົກຄອງ ແຂວງອຽນບ໋າຍໄດ້ລາຍງານໂດຍສັງເຂບ ກ່ຽວກັບ ສະພາບການພັດທະນາ ເສດຖະກິດ - ສັງຄົມ ຂອງ ແຂວງອຽນບ໋າຍ ໃນ 10 ເດືອນ ຕົ້ນປີ 2018.

ແຂວງອຽນບ໋າຍ ສສ ຫວຽດນາມ ກັບ ແຂວງໄຊຍະບູລີ ເພີ່ມທະວີການຮວ່ມມື ໃນຫຼາຍຂົງເຂດ

ຄະນະຜູ້ແທນ ຂອງແຂວງ ອຽນບ໋າຍ.

ກ່ຽວກັບສາຍພົວພັນຮ່ວມມື ລະຫວ່າງ ແຂວງອຽນບ໋າຍ ແລະ ແຂວງໄຊຍະບູລີ, ທ່ານ ໂດ໋ ດຶກຢຸຍ ປະທານ ກຳມະການປົກຄອງແຂວງອຽນບ໋າຍ ໄດ້ເນັ້ນໜັກວ່າ: ວຽກງານການສ້າງຕັ້ງ ແລະ ຜັນຂະຫຍາຍ ສາຍພົວພັນຮ່ວມມື ລະຫວ່າງ ແຂວງອຽນບ໋າຍ - ໄຊຍະບູລີ ຕັ້ງແຕ່ປີ 2012 ແມ່ນໜຶ່ງໃນບັນດາວຽກງານ ທີ່ແທດເໝາະກັບຕົວຈິງ, ມີຄວາມໝາຍປະກອບສ່ວນຕັ້ງໜ້າ, ເຮັດໃຫ້ມູນເຊື້ອສາຍພົວພັນ, ຄວາມສາມັກຄີພິເສດ ແລະ ຮ່ວມມື ຮອບດ້ານ ລະຫວ່າງ ສອງລັດ, ສອງປະເທດ ແລະ ສອງຊາດ ຫວຽດນາມ - ລາວ ມີຄວາມເລິກເຊິ່ງ ແລະ ສະໜິດແໜ້ນຂື້ນກວ່າເກົ່າ.

ໃນ 6 ປີທີ່ຜ່ານມາ, ສອງແຂວງໄດ້ຜັນຂະຫຍາຍການເຄື່ອນໄຫວ ຮ່ວມມືແທດເໝາະກັບສະພາບຕົວຈິງຫຼາຍອັນຢ່າງມີປະສິດທິຜົນໃນຂົງເຂດຕ່າງໆເຊັ່ນ: ແລກປ່ຽນຄະນະ, ບໍາລຸງສ້າງ, ພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ກະສິກຳ ແລະ ການພັດທະນາຊົນນະບົດ, ເທັກໂນໂລຊີຂໍ້ມູນຂ່າວສານ ແລະ ການທະຫານ. ບັນດາໝາກຜົນຂອງການຮ່ວມມື ລະຫວ່າງ ສອງແຂວງໄດ້ປະກອບສ່ວນໃນການພັດທະນາ ເສດຖະກິດລວມຂອງສອງແຂວງ, ເພີ່ມພູນຄູນສ້າງໃຫ້ສາຍສຳພັນມິດຕະພາບການຮ່ວມມືພິເສດ ຫວຽດນາມ - ລາວ. ນີ້ແມ່ນປະຖົມປັດໄຈສຳຄັນ ເພື່ອໃຫ້ສອງແຂວງສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວ ຮ່ວມມືເລິກເຊິ່ງແລະກວ້າງຂວາງ, ແທດເໝາະ ກັບສະພາບຕົວຈິງຢ່າງມີປະສິດທິຜົນຍິ່ງຂຶ້ນໃນອະນາຄົດ

ທ່ານ ໂດ໋ ດຶກຢຸຍ ຢັ້ງຢືນວ່າ: ແຂວງອຽນບ໋າຍ ໃຫ້ຄວາມສຳຄັນຢ່າງສະໝໍ່າສະເໜີ, ຍາດເອົາບູລິມະສິດໃນວຽກງານການພັດທະນາ ສາຍສຳພັນຮ່ວມມື ກັບບັນດາທ້ອງຖິ່ນຂອງ ສປປ ລາວ ເວົ້າລວມ ແລະ ເວົ້າສະເພາະ ກໍ່ຄືແຂວງໄຊຍະບູລີ ເພື່ອການປັບປຸງພັດທະນາຢ່າງບໍ່ຢຸດຢັ້ງ, ເພີ່ມທະວີສາຍສຳພັນມິດຕະພາບອັນດັ່ງເດີມ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານນີ້.

ແຂວງອຽນບ໋າຍ ສສ ຫວຽດນາມ ກັບ ແຂວງໄຊຍະບູລີ ເພີ່ມທະວີການຮວ່ມມື ໃນຫຼາຍຂົງເຂດ

ການນຳແຂວງ ອຽນບ໋າຍ ມອບພາບທຳມະຊາດ ນາຂັ້ນໄດ ມູ່ກາງຈ໋າວ ໃຫ້ການນຳແຂວງ ໄຊຍະບູລີ.

ປະທານ ຄະນະກຳມະການປົກຄອງແຂວງອຽນບ໋າຍ ໄດ້ສະເໜີວ່າ: ໃນອານາຄົດ ທັງສອງແຂວງ ຈະສືບຕໍ່ໃຫ້ບູລິມະສິດ, ຊຸກຍູ້ ແລະ ພັດທະນາຍິ່ງຂຶ້ນ ບັນດາການເຄື່ອນໄຫວໃນຂົງເຂດການສຶກສາ - ອົບຮົມກໍ່ສ້າງ, ສາທາລະນະສຸກ, ກະສິກຳ ແລະ ການທະຫານ. ພ້ອມກັນນັ້ນ ເພີ່ມທະວີແລກປ່ຽນຄະນະແນ່ໃສ່ຮັດແໜ້ນສາຍສຳພັນອັນສະໜິດສະໜົມແໜ້ນແຟ້ນ ລະຫວ່າ ສອງທ້ອງຖິ່ນກໍ່ຄືສອງແຂວງ.

ກ່າວຄຳປາໄສໃນການເຈລະຈາ ທ່ານ ພົງສະຫວັນ ສິດທະວົງ - ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ ສະແດງຄວາມຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດ ຂອງການນຳ ແຂວງ ອຽນບ໋າຍ ທີ່ມອບໃຫ້ແກ່ ຄະນະການນຳຂອງແຂວງໄຊຍະບູລີ.

ກ່ຽວກັບທິດທາງຮ່ວມມື ຕໍ່ໜ້າ, ທ່ານ ພົງສະຫວັນ ສິດທະວົງ - ກຳມະການສູນກາງພັກປະຊາຊົນປະຕິວັດບາວ, ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ ໄດ້ສະເໜີ ການຊ່ວຍເຫຼືອ ດ້ານງົບປະມານ ຈາກແຂວງອຽນບ໋າຍ ໃນປີ 2019, ທີ່ແຂວງໄຊຍະບູລີ ຈະນຳໃຊ້ໃນການ ຊື້ເຄື່ອງຟອກໄຕ ແລະ ປະສານສົມທົບ ເພື່ອກໍ່ສ້າງ ສຳນັກງານຂອງພະແນກ ການພົວພັນຕ່າງປະເທດ ແຂວງໄຊຍະບູລີ; ພ້ອມກັນນັ້ນກໍ່ຫວັງວ່າ ແຂວງອຽນບ໋າຍ ຈະສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ບັນດາພະແນກການ, ອົງການຈັດຕັ້ງ ແລະ ຂະແໜງການຕ່າງໆຂອງແຂວງໄດ້ແລກປ່ຽນຄະນະ ເພື່ອຖອດຖອນບົດຮຽນ ແລກປ່ຽນປະສົບການ, ຊຸກຍູ້ບັນດາວິສາຫະກິດ ອຽນບ໋າຍ ມາສຳຫຼວດ ແລະ ລົງທຶນ ຢູ່ແຂວງໄຊຍະບູລີ.

ແຂວງອຽນບ໋າຍ ສສ ຫວຽດນາມ ກັບ ແຂວງໄຊຍະບູລີ ເພີ່ມທະວີການຮວ່ມມື ໃນຫຼາຍຂົງເຂດ

ການນຳຂອງສອງແຂວງ ຮ່ວມເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງສອງແຂວງ.

ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້ໃນສາຍສຳພັນຮ່ວມມື ລະຫວ່າງ ສອງແຂວງໃນ 6 ເດືອນຜ່ານມາ, ໃນຕໍ່ໜ້າ ສອງແຂວງ ຈະສືບຕໍ່ເຊັນສັນຍາ ຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືກັນໃນຂົງເຂດຕ່າງໆຄື: ແລກປ່ຽນຄະນະ, ການທະຫານ, ການສຶກສາ ແລະ ບໍາລຸງສ້າງ, ເທັກໂນໂລຊີຂໍ້ມູນຂ່າວສານ, ກໍ່ສ້າງພື້ນຖານໂຄງລ່າງ ແລະ ການເຄື່ອນໄຫວອື່ນໆຕາກເນື້ອໃນລະອຽດ.

ແຂວງອຽນບ໋າຍ ສສ ຫວຽດນາມ ກັບ ແຂວງໄຊຍະບູລີ ເພີ່ມທະວີການຮວ່ມມື ໃນຫຼາຍຂົງເຂດ

ຄະນະການນຳທັງສອງແຂວງ ຮ່ວມຖ່າຍຮູບເປັນທີ່ລະນຶກ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.