ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນ ຄະນະກຳມະການສູນກາງແນວລາວສ້າງຊາດ

14:56 | 04/09/2018

ຕອນເຊົ້າວັນທີ 4 ກັນຍາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ຄະນະກຳມະການສູນກາງແນວລາວສ້າງຊາດ ນຳໂດຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ກຳລັງຢ້ຽມຢາມ ສສ ຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນ ຄະນະກຳມະການສູນກາງແນວລາວສ້າງຊາດ

ທ່ານ ໄຊສົມພອນ ພົມວິຫານ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ປາຖະໜາໃຫ້ ຄະນະຂົນຂວາຍປະຊາຊົນສູນກາງ ຫວຽດນາມ ກັບ ແນວລາວສ້າງຊາດ ປະສານສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ໂດຍສະເພາະແມ່ນບັນດາປະສົບການກ່ຽວກັບວຽກງານການຂົນຂວາຍປະຊາຊົນຂອງແຕ່ລະພັກ, ບຳລຸງກໍ່ສ້າງພະນັກງານ, ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນນັ້ນມີການຂົນຂວາຍ, ໂຄສະນາສຶກສາອົບຮົມ ໃຫ້ແກ່ບັນດາປະຊາຊົນຊັ້ນຕ່າງໆຂອງສອງຊາດ ໂດຍສະເພາະແມ່ນຄົນລຸ້ນໜຸ່ມ ກ່ຽວກັບມູນເຊື້ອສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ.

ທ່ານ ໄຊສົມພອນ ພົມວິຫານ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນລາວຈະເຮັດສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບຫວຽດນາມ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນສາມັກຄີພິເສດລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາຂຶ້ນສູ່ບາດກ້າວໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ແນວລາວສ້າງຊາດຈະສົມທົບຢ່າງແໜ້ນແຟ້ນກັບ ຄະນະຂົນຂວາຍປະຊາຊົນສູນກາງ ແລະ ແນວໂຮມປະເທດຊາດຫວຽດນາມ ຜັນຂະຫຍາຍປະຕິບັດບັນດາການຕົກລົງຮ່ວມມືທີ່ໄດ້ລົງນາມໃຫ້ມີປະສິດທິຜົນ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.