ສະເຫລີມສະຫລອງວັນຊາດ ສສ ຫວຽດນາມ ຄົບຮອບ 73 ປີ (02/9/1945-02/9/2018)

08:18 | 31/08/2018

ຍສໝ - ໃນວັນທີ 30 ສິງຫາ, ຢູ່ ນະຄອນຫຼວງ ວຽງຈັນ ເນື່ອງໃນໂອກາດສະເຫລີມສະຫລອງວັນຊາດ ແຫ່ງ ສ.ສ ຫວຽດນາມ ຄົບຮອບ 73 ປີ (02/9/1945-02/9/2018), ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະ ລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ກ່າວວ່າ ຈະສືບຕໍ່ປົກປັກຮັກສາ, ເພີ່ມພູນຄູນສ້າງ ສາຍພົວພັນແບບພິເສດຫວຽດນາມ ລາວ.

ສະເຫລີມສະຫລອງວັນຊາດ ສສ ຫວຽດນາມ ຄົບຮອບ 73 ປີ (02/9/1945-02/9/2018)

ສະຫາຍ ຫງວຽນ ບ໋າ ຮຸ່ງ, ເອກອັກຄະ ລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.

ກ່ອນ​ໜ້າ​ນີ້ 73 ປີ, ປະ​ຊາ​ຊົນ​ຫວຽດ​ນາມ​ພາຍ​ໃຕ້​ການ​ນຳ​ພາ​ ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ໄດ້​ດຳ​ເນີນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ ຢ່າງ​ມີ​ໄຊ, ວັນ​ທີ 02 ກັນ​ຍາ 1945, ປະ​ທານໂຮ່ຈິມິນ, ຜູ້​ນຳທີ່​​ແສນ​​ເຄົ​າ​ລົບ​ຮັ​ກ ​ຂອງ​ປະ​ຊາ​ຊົ​ນ​ຫວຽດ​ນາມ, ຕາງ​ໜ້າ​ລັດ​ຖະ​ບານ​ຊົ່ວ​ຄາວ ​ໄດ້​ອ່ານ​ບົດ​ຖະ​ແຫລງປະກາດ​ເອ​ກະ​ລາດ, ຊຶ່ງ​ໄດ້​ປະກາດ​​ໃຫ້​ພໍ່​ແມ່ປະຊາຊົນ​ທັງ​ຊາດ

​ແລະ ທົ່ວໂລກ​ຊາບ​ກ່ຽວ​ກັບ ຄວາມ​ເປັນ​ເອກະລາດ​ຂອງ​ປະ​ເທດ​ຊາດ ​ແລະ ການ​ສະຖາປະນາ​ປະ​ເທດ ສາທາລະນະ​ລັດປະຊາທິປະ​ໄຕ​ຫວຽດນາມ, ປະຈຸ​ບັນ​ແມ່ນ​ປະ​ເທດ​ ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ. ນີ້​ແມ່ນ​ນິມິດ​ໝາຍ​ທີ່​ຮຸ່ງເຮືອງ​ເຫຼືອງ​ເຫຼື້ອມ ​ໃນ​ປະຫວັດສາດ​ແຫ່ງ​ຊາດ​ຫວຽດນາມ ​ ໄດ້​ນຳ​ເອົາ​ປະ​ເທດ ​ແລະ​ ຊາດ​ຫວຽດນາມ​ກ້າວ​ເຂົ້າ​ສູ່ສັງກາດ​ໃໝ່ ຊຶ່ງ​ແມ່ນ​ສັງກາດ​ແຫ່ງ​ເອກະລາດ, ອິດສະຫລະພາບ ແລະ ສັງຄົມ​ນິຍົມ.

ພັກ, ລັດ ແລະ ​ປະ​ຊາ​ຊົ​ນ​ຫວ​ຽດ​ນາມ​ຍາມ​ໃດ​ ກໍ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ, ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ​ປົກ​ ປັ​ກ​ຮ​ັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ, ຄຽງ​ຄູ່​ຄວາມມານະ​ພະຍາຍາມ​ຂອງ​ຕົນ​ເອງ, ພວກ​ຂ້າ​ພະ​ເຈົ້​າ​ຍາມ​ໃດ ​ກໍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​, ການ​ຊ່ວຍ​ເຫລືອ​ອັນ​ລ້ຳ​ຄ່າ ຂອງເພື່ອນມິດ​ສາ​ກົນ, ໂດຍ​ສະ​ເພາະ ​ແມ່ນ​ຄວາ​ມ​ສາ​ມັກ​ຄີ ແລະ​ ການ​ຊ່ວຍ​ເຫລືອອັນ​ໃຫ​ຍ່ຫລວງ, ໝົດ​ຈິດ​ໝົດ​ໃຈ​ຈາກ​ພັກ​, ລັດ ແລະ​ ປະ​ຊາ​ຊົ​ນ​ລາວອ້າຍ​ນ້ອງ. ​ໃນ​ໂອ​ກາດ​ການສະ​ເຫລີມ​ສະຫລອງ ອັນ​ສຳ​ຄັນນີ້​ຂອງ​ປະ​ເທດ​ຊາດ​ຫວຽດ​ນາມ, ຕາງ​ໜ້າ​​ພັກ, ລັດ ແລະ ​ປະ​ຊາ​ຊົ​ນ​ຫວຽດ​ນາມ, ຂ້າ​ພະ​ເຈົ້​າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ ຢ່າງ​ເລິກ​ເຊິ່ງ​ມາ​ຍັງ​ພັກ, ລັດ ແລະ​ ປະ​ຊາ​ຊົນ​ລາວ​ອ້າຍ​ນ້ອງ ທີ່​ຍາມ​ໃດ​ກ​ໍ​ໃຫ້​ຄວາມ​ສາ​ມັກ​ຄີ, ສະ​ໜັບ​ສະ​ໜູນ ແລະ​ ຊ່ວຍ​ເຫລືອ​ແກ່​ຫວຽດ​ນາມ. ຂ້າ​ພະ​ເຈົ້​າ​ກໍ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ຢ່າງ​ຈິງ​ໃຈ​ມາ​ຍັງ​ອົງ​ຄະ​ນະ​ພັກ​ແຕ່​ລະ​ຂັ້ນ, ອຳ​ນາດ​ການ​ປົກ​ຄອງ ແລະ ​ປະ​ຊາ​ຊົນ​ລາວ​ ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ອຳ​ນວຍ​ຄວາມ​ສະ​ດ​ວກ​ ໃຫ້​ແກ່​ວົງ​ຄະ​ນະ​ຍາດ​ຊາ​ວ​ຫວຽນາມ​ ອາ​ໄສ​ຢູ່​ລາວ​ມີ​ການ​ດຳ​ລົງ​ຊີ​ວິດ​ຖາວອນ, ປະ​ກອບ​ສ່ວນ​ ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດລາວ​ ໃຫ້​ວັດ​ທະ​ນະ​ຖາ​ວອນ ແລະ ​ເປັນ​ຂົວ​ຕໍ່​ຢ່າງ​ໜັກແໜ້ນ​​ ໃຫ້​​ແກ່ສາຍ​ພົວ​ພັນ​ແບບ​ພິ​ເສດ​ ລະ​ຫວ່າງ​ສອງ​ປະ​ເທດ.

ພວກ​ເຮົ​າ​ສຸດ​ທີ່​ດີ​ອົກ​ດີ​ໃຈ ແລະ ​ເອກ​ອ້າງ​ທະ​ນົງໃຈ​ທີ່​ເຫັນ​ວ່າ​ ໃນຫລາ​ຍ​ປີ​ຜ່ານ​ມາ, ສາຍ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ​ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ຫວຽດ​ນາມ -ລາວ​ໄດ້​ມີ​ການ​ຂະຫຍາຍຕົວ ຢ່າງ​ຕໍ່​ເນື່ອງ, ນັບ​ມື້ກວ້້າງຂວາງ ​ແລະ ​ເລິກ​ເຊິ່ງ, ແທດ​ກັບ​ຕົວ​ຈິງ ແລະ​ ມີ​ປະ​ສິດ​ທິ​ຜົນ, ນຳ​​ເອົາຜົນ​ປະ​ໂຫຍດ​ທີ່ແທ້​ຈິງ ແລະ​ ໃຫຍ່ຫລວງ​ມາສູ່​ສອງ​ປະ​ເທ​ດ. ໂດຍ​ສະ​ເພາະ, ໃນ​ປີ 2017, ສອງ​ຝ່າ​ຍ ​ໄດ້​ປະ​ສານ​ສົມ​ທົບ​ການຈັດ​ຕັ້ງ ​ສຳ​ເລັດ​ຜົນ​ເປັນ​ຢ່າງ​ດີ​ທີ່​ສຸດ ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ​ ເພື່ອ​ສະ​ເຫລີມ​ສະຫລອງ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ຄົບ​ຮອບ 55 ປີ ແລະ ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ​ການ​ຮ່​ວມ​ມື​ຄົບ​ຮອບ 40 ປີ​ ​ໂດຍມີຫລາຍ​ຮ້ອຍ​ກິດ​ຈະ​ກຳ​ສະ​ເຫລີ​ມ​ສະຫລອງ ດ້ວຍຫລາຍ​ຮູບ​ການ, ສະ​ຫງ່າ​ຜ່າ​ເຜີຍ, ແທດ​ເໝາະ​ກັບ​ຕົວ​ຈິງ ຊຶ່ງ​ບໍ່​ພຽງ​ແຕ່​ໄດ້​ຈັດຢູ່​ແຕ່​ລະ​ປະ​ເທດ​​ເທົ່າ​ນັ້ນ ຫາກຍັງ​​ໄດ້​ຈັດການ​ສະ​ເຫລີມສະຫລອງ ຢູ່​ບັນ​ດາ​ອົງ​ການຜູ້​ຕາງ​ໜ້າ​ຂອງ​ຫວຽດ​ນາມ ແລະ​ ລາວ​ ຢູ່​ຕ່າງ​ປະ​ເທດອີກ​ດ້ວຍ. ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ ມີບາດກ້າວ​ບຸກ​ທະ​ລຸ, ຫວຽດ​ນາມ​ສືບ​ຕໍ່​ເປັນ​ໜື່ງ​ໃນ​ບັນ​ດາ​ປະ​ເທດ​ນຳ​ໜ້າ​ ກ່ຽວ​ກັບ​ການ​ລົງ​ທຶ​ນ ແລະ​​ ຄູ່ຄ້າ​ລາຍໃຫ​ຍ່​ຂອງ​ລາວ. ການ​ເຊື່ອມ​ຈອດ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ, ເປັນ​ຕົ້​ນ​ແມ່ນການເຊື່ອມ​ຈອດ​ ທາງ​ດ້ານພື້ນ​ຖານ​ໂຄງ​ຮ່າງ, ​ຄົມ​ມະ​ນາ​ຄົມ ​ແລະ ​ຂົນ​ສົ່ງກຳລັງ​ໄດ້ຮັບ​ການ​ຊຸກຍູ້​ຢ່າງ​ແຂງແຮງ. ຂ້າ​ພະ​ເຈົ້​າ​ເຊື່ອ​ໝັ້ນ​ວ່າ ​ ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້, ປະ​ເທດ​ລາວ​ຈະ​ກາຍ​ເປັນ​ສູນ​ການ​ເຊື່ອມ​ຈອດ ​ແລະ​ ຜ່ານ​ແດນທີ່​ສໍາຄັນຢູ່ ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ດ້ວຍ ​ການ​ຮ່ວມ​ມື​ຂອງ​ຫວຽດ​ນາມ ແລະ ​ບັນ​ດາ​ປະ​ເທດ​ຕ່າງໆ​ໃນພາກ​ພື້​ນ. ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຕ່າງໆ​ ກໍ່​ໄດ້ຮັບ​ການ​ເພີ່ມ​ທະ​ວີ​ແທດ​ກັບ​ຕົວ​ຈິງ ແລະ ເລິກ​ເຊິ່ງ​ກວ່າເກົ່າ.

ປັດ​ຈຸ​ບັນ, ສອງ​ປະ​ເທດ​ພວກ​ເຮົ​າກໍາລັງ ຢູ່​ຕໍ່ໜ້າ​ຫຼາຍກາລະ​ໂອກາດ​ ໃນ​ການ​ພັດທະນາ ​ແຕ່​ກໍ​ຕ້ອງ​ປະ​ເຊີນ​ໜ້າກັບ​ຄວາມ​ຫຍຸ້ງຍາກ, ການທະ​ທາຍບໍ່​ແມ່ນ​ໜ້ອຍ, ຍິ່ງ​ກວ່າ​ເວລາ​ໃດ​ໝົດ ພວກ​ເຮົາຈຳ​ເປັນ​ຕ້ອງ​ເພີ່​ມ​ທະ​ວີ ແລະ ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ ຄວາມສາ​ມັກ​ຄີ​ພິ​ເສດ​ຫວ​ຽດ​ນາມ-ລາວ​ ໃຫ້​ຍິ່ງໆ​ຂຶ້ນ. ປະ​ຫວັດ​ສາດ​ແຫ່ງ​ການ​ພັດ​ທະ​ນາ ​ຢູ່​ສອງ​ປະ​ເທດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່​າ, ຖ້າ​ບໍ່​ມີ​ສາຍ​ພ​ົວ​ພັ​ນ​​ພິ​ເສດ​ດັ່ງ​ກ່າວນັ້ນ​ ​ ເຊີ່​ງພາ​ລ​ະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​​ຊາດ ​ໃນ​ເມື່ອ​ກ່ອນກໍ​ຄື​ພາ​ລະ​ກິດ​ສ້າງ​ສາ ແລະ​ ປົ​ກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ຂອງ​ສອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ ຈະບໍ່​ສາ​ມາດຍາດ​ມາ​ບັນ​ດາ​ຜົນ​ງານ​ອັນໃຫ​ຍ່ຫລ​ວງ​ໄດ້. ພັກ, ລັດ ແລະ​ ປະ​ຊາ​ຊົ​ນ​ຫວຽດ​ນາມ​ ສັນ​ຍາ​ວ່າ​ຈ​ະຮ່ວມ​ກັບພັກ, ລັດ ແລະ​ ປະ​ຊາ​ຊົ​ນ​​ລາວ​ອ້າຍ​ນ້ອງ​ ປົກ​ປັກຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ​ ການ​ຮ່ວມ​ມື​ຮອບ​ດ້ານ​ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ​ ປະ​ຊາ​ຊົນ​ສອງ​ປະ​ເທດ​ຫ​ວຽດ​ນາມ-ລາວ ​ໃຫ້ໝັ້ນຄົງ​ຕະຫລອດ​ການ ແລະ​ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ເກີດດອກ​ອອກ​ຜົນ ​ເພື່ອ​ນຳ​ສອງ​ປະ​ເທດ​ຂອງ​ພວກ​ເຮົ​າ​ ກ້າວຂື້ນ​ຢ່າງ​ໜັກ​ແໜ້ນ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ທັງ​ເປັນ​ການປະ​ກອບສຳຄັນ​ສ່ວນ ​ເຂົ້າ​ພາ​ລະ​ກິດ​​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ​ການຮ່ວມ​ມືເພື່ອການ​ພັດ​ທະ​ນາ ຢູ່​ໃນ​ພາກ​ພື້ນ ແລະ​ ໃນ​ໂລກ.

ເນື່ອງ​ໃນ​ໂອກ​າດນີ້, ຂ້າ​ພະ​ເຈົ້​າ​ຂໍ​ອວຍ​ພອນ​ຢ່າງ​ຈິງ​ໃຈ​ ມາ​ຍັງ​ປະ​ຊາ​ຊົ​ນ​ລາວ​ອ້າຍ​ນ້ອງ​ພາຍ ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົ​ນ​ ປະ​ຕິ​ວັດ​ລ​າວ​ ຈົ່ງສື​ບ​ຕໍ່​ຍາດ​ມາ​ໄດ້​ຜົນ​ງານ​ໃໝ່, ໃຫຍ່ຫລວງ​ກວ່າ​ເກົ່​າ ​ໃນ​ພາ​ລະ​ກິດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່, ຈັດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງທີ X ຂອ​ງພັກ​ຢ່າງ​ມີ​ໄຊ, ສ້າງ​ປະ​ເທດ​ລາວມັ່ງ​ຄັ່ງ​ເຂັ້ມ​ແຂງ, ປະ​ຊ​າ​ຊົນອີ່ມ​ໜຳ​ສຳ​ລ​ານ, ສັງ​ຄົ​ມ​ມີ​ຄວາມສາ​ມັ​ກ​ຄີ​ປ່ອງ​ດ່ອງ, ປະ​ຊາ​ທິ​ປະ​ໄຕ, ຍຸຕິ​ທຳ ແລະ ສີ​ວິ​ໄລ, ຖາ​ນະ​ບົດ​ບາດ ແລະ​ ອິດ​ທິ​ພົນ​ຂອງ ສ.ປ.ປ.ລາວ ນັບ​ມື້​ນັບ​ໄດ້​ຮັບຍົກ​ສູງ​ເດັ່ນ​ຂຶ້ນ ​ຢູ່ໃນ​ພາກ​ພື້ນ ແລະ ​ສາ​ກົນ. ພວກ​ຂ້າ​ພະ​ເຈົ້າ​ຂໍ​ຂອບ​ອົກ​ຂອບ​ໃຈ ​ບັນ​ດາ​ປະ​ເທດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ​ຍາມ​ໃດ​ກໍ​ໄດ້​ເອົາ​ໃຈ​ໃສ່ ແລະ​ ໃຫ້​ການ​ສະ​ໜັບ​ສະ​ໜູນ ​ແກ່​ສາຍ​ພົວ​ພັນ​ພິ​ເສດ​ ຫວຽດ​ນາມ-ລາວ​ ພັດ​ທະ​ນາ​ຢ່າງ​ບໍ່​ຢຸດຢັ້ງ. ຂອບ​ອົກ​ຂອບ​ໃຈ​ການ​ຊ່ວຍ​ເຫລືອ​ ຂອງ​ບັນ​ດາ​ທ່ານ, ສະ​ຫາຍ​ສອງ​ປະ​ເທດ​ຫວຽດ​ນາມແລະ​ ລາວ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.