ຫວຽດນາມ-ລາວ ຮັກສາ ແລະ ເສີມສ້າງ ສາຍພົວພັນພິເສດ ສອງຊາດ

08:48 | 31/08/2018

ຍສໝ - ອີງຕາມສຳນັກຂ່າວຫວຽດນາມປະຈຳ ສປປ ລາວ ວັນທີ 30 ສິງຫາ ເອກອັກຄະ ລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ ສະຫາຍ ຫງວຽນບ໋າ ຮຸ່ງ ໄດ້ໃຫ້ສຳພາດແກ່ນັກຂ່າວ ລາວ ແລະ ໜັງສືພິມຫວຽດນາມ ກ່ຽວກັບ ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ເນື່ອງໂອກາດ ຄົບຮອບ 73 ປີ ວັນຊາດ ສສ ຫວຽດນາມ (02/9/1945-02/9/2018)

ຫວຽດນາມ-ລາວ ຮັກສາ ແລະ ເສີມສ້າງ ສາຍພົວພັນພິເສດ ສອງຊາດ

ສະຫາຍ ຫງວຽນບ໋າ ຮຸ່ງ ເອກອັກຄະ ລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ (ຊ້າຍ).

ກ່ອນ​ໜ້າ​ນີ້ 73 ປີ, ປະ​ຊາ​ຊົນ​ຫວຽດ​ນາມ​ພາຍ​ໃຕ້​ການ​ນຳ​ພາ​ ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ໄດ້​ດຳ​ເນີນ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ ຢ່າງ​ມີ​ໄຊ, ວັນ​ທີ 02 ກັນ​ຍາ 1945, ປະ​ທານໂຮ່ຈິມິນ, ຜູ້​ນຳທີ່​​ແສນ​​ເຄົ​າ​ລົບ​ຮັ​ກ ​ຂອງ​ປະ​ຊາ​ຊົ​ນ​ຫວຽດ​ນາມ, ຕາງ​ໜ້າ​ລັດ​ຖະ​ບານ​ຊົ່ວ​ຄາວ ​ໄດ້​ອ່ານ​ບົດ​ຖະ​ແຫລງປະກາດ​ເອ​ກະ​ລາດ, ຊຶ່ງ​ໄດ້​ປະກາດ​​ໃຫ້​ພໍ່​ແມ່ປະຊາຊົນ​ທັງ​ຊາດ ​ແລະ ທົ່ວໂລກ​ຊາບ​ກ່ຽວ​ກັບ ຄວາມ​ເປັນ​ເອກະລາດ​ຂອງ​ປະ​ເທດ​ຊາດ ​ແລະ ການ​ສະຖາປະນາ​ປະ​ເທດ ສາທາລະນະ​ລັດປະຊາທິປະ​ໄຕ​ຫວຽດນາມ, ປະຈຸ​ບັນ​ແມ່ນ​ປະ​ເທດ​ ສາທາລະນະ​ລັດ ສັງຄົມ​ນິຍົມ​ຫວຽດນາມ. ນີ້​ແມ່ນ​ນິມິດ​ໝາຍ​ທີ່​ຮຸ່ງເຮືອງ​ເຫຼືອງ​ເຫຼື້ອມ ​ໃນ​ປະຫວັດສາດ​ແຫ່ງ​ຊາດ​ຫວຽດນາມ ​ ໄດ້​ນຳ​ເອົາ​ປະ​ເທດ ​ແລະ​ ຊາດ​ຫວຽດນາມ​ກ້າວ​ເຂົ້າ​ສູ່ສັງກາດ​ໃໝ່ ຊຶ່ງ​ແມ່ນ​ສັງກາດ​ແຫ່ງ​ເອກະລາດ, ອິດສະຫລະພາບ ແລະ ສັງຄົມ​ນິຍົມ.

ນັບ​ແຕ່​ນັ້ນເປັນ​ຕົ້ນ​ມາ, ພາຍ​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງ ​ແລະ ສະຫລາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ປະຊາຊົນ​ຫວຽດນາມ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ການ​ທົດ​ສອບ​ນາໆປະການ ຍາດ​ໄດ້​ບັນດາໄຊຊະນະ​ອັນ​ໃຫຍ່​ຫລວງ ຊຶ່ງມີ​ຄວາມ​ໝາຍ​ປະຫວັດສາ​ດ​ເຊັ່ນ: ດຳ​ເ​ນີນການ​ຕໍ່ຕ້ານ​ຕີ​ເອົາຊະນະ​ສັດຕູ​ ຕ່າງ​ດ້າວ​ຜູ້​ຮຸກ​ຮານ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​ ເຮັດ​ລ້ອນ​ພັນທະ​ສາກົນ, ​ປະຕິບັດ​ຢ່າງສຳ​ເລັດ​ຜົນ​ພາລະກິດ​ປ່ຽນ​ແປງ​ໃໝ່, ບັນ​ລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ​ສຳຄັນທີ່​ສຸດ.

ພັກ, ລັດ ແລະ ​ປະ​ຊາ​ຊົ​ນ​ຫວ​ຽດ​ນາມ​ຍາມ​ໃດ​ ກໍ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງວ່າ, ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ​ປົກ​ ປັ​ກ​ຮ​ັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ, ຄຽງ​ຄູ່​ຄວາມມານະ​ພະຍາຍາມ​ຂອງ​ຕົນ​ເອງ, ພວກ​ຂ້າ​ພະ​ເຈົ້​າ​ຍາມ​ໃດ ​ກໍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​, ການ​ຊ່ວຍ​ເຫລືອ​ອັນ​ລ້ຳ​ຄ່າ ຂອງເພື່ອນມິດ​ສາ​ກົນ, ໂດຍ​ສະ​ເພາະ ​ແມ່ນ​ຄວາ​ມ​ສາ​ມັກ​ຄີ ແລະ​ ການ​ຊ່ວຍ​ເຫລືອອັນ​ໃຫ​ຍ່ຫລວງ, ໝົດ​ຈິດ​ໝົດ​ໃຈ​ຈາກ​ພັກ​, ລັດ ແລະ​ ປະ​ຊາ​ຊົ​ນ​ລາວອ້າຍ​ນ້ອງ. ​ໃນ​ໂອ​ກາດ​ການສະ​ເຫລີມ​ສະຫລອງ ອັນ​ສຳ​ຄັນນີ້​ຂອງ​ປະ​ເທດ​ຊາດ​ຫວຽດ​ນາມ, ຕາງ​ໜ້າ​​ພັກ, ລັດ ແລະ ​ປະ​ຊາ​ຊົ​ນ​ຫວຽດ​ນາມ, ຂ້າ​ພະ​ເຈົ້​າ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ ຢ່າງ​ເລິກ​ເຊິ່ງ​ມາ​ຍັງ​ພັກ, ລັດ ແລະ​ ປະ​ຊາ​ຊົນ​ລາວ​ອ້າຍ​ນ້ອງ ທີ່​ຍາມ​ໃດ​ກ​ໍ​ໃຫ້​ຄວາມ​ສາ​ມັກ​ຄີ, ສະ​ໜັບ​ສະ​ໜູນ ແລະ​ ຊ່ວຍ​ເຫລືອ​ແກ່​ຫວຽດ​ນາມ. ຂ້າ​ພະ​ເຈົ້​າ​ກໍ​ຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ຢ່າງ​ຈິງ​ໃຈ​ມາ​ຍັງ​ອົງ​ຄະ​ນະ​ພັກ​ແຕ່​ລະ​ຂັ້ນ, ອຳ​ນາດ​ການ​ປົກ​ຄອງ ແລະ ​ປະ​ຊາ​ຊົນ​ລາວ​ ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ອຳ​ນວຍ​ຄວາມ​ສະ​ດ​ວກ​ ໃຫ້​ແກ່​ວົງ​ຄະ​ນະ​ຍາດ​ຊາ​ວ​ຫວຽນາມ​ ອາ​ໄສ​ຢູ່​ລາວ​ມີ​ການ​ດຳ​ລົງ​ຊີ​ວິດ​ຖາວອນ, ປະ​ກອບ​ສ່ວນ​ ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ປະ​ເທດລາວ​ ໃຫ້​ວັດ​ທະ​ນະ​ຖາ​ວອນ ແລະ ​ເປັນ​ຂົວ​ຕໍ່​ຢ່າງ​ໜັກແໜ້ນ​​ ໃຫ້​​ແກ່ສາຍ​ພົວ​ພັນ​ແບບ​ພິ​ເສດ​ ລະ​ຫວ່າງ​ສອງ​ປະ​ເທດ.

ພວກ​ເຮົ​າ​ສຸດ​ທີ່​ດີ​ອົກ​ດີ​ໃຈ ແລະ ​ເອກ​ອ້າງ​ທະ​ນົງໃຈ​ທີ່​ເຫັນ​ວ່າ​ ໃນຫລາ​ຍ​ປີ​ຜ່ານ​ມາ, ສາຍ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ​ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ຫວຽດ​ນາມ -ລາວ​ໄດ້​ມີ​ການ​ຂະຫຍາຍຕົວ ຢ່າງ​ຕໍ່​ເນື່ອງ, ນັບ​ມື້ກວ້້າງຂວາງ ​ແລະ ​ເລິກ​ເຊິ່ງ, ແທດ​ກັບ​ຕົວ​ຈິງ ແລະ​ ມີ​ປະ​ສິດ​ທິ​ຜົນ, ນຳ​​ເອົາຜົນ​ປະ​ໂຫຍດ​ທີ່ແທ້​ຈິງ ແລະ​ ໃຫຍ່ຫລວງ​ມາສູ່​ສອງ​ປະ​ເທ​ດ. ໂດຍ​ສະ​ເພາະ, ໃນ​ປີ 2017, ສອງ​ຝ່າ​ຍ ​ໄດ້​ປະ​ສານ​ສົມ​ທົບ​ການຈັດ​ຕັ້ງ ​ສຳ​ເລັດ​ຜົນ​ເປັນ​ຢ່າງ​ດີ​ທີ່​ສຸດ ປີ​ສາ​ມັກ​ຄີ​ມິດ​ຕະ​ພາບ​ ເພື່ອ​ສະ​ເຫລີມ​ສະຫລອງ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ການ​ທູດ​ຄົບ​ຮອບ 55 ປີ ແລະ ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ​ການ​ຮ່​ວມ​ມື​ຄົບ​ຮອບ 40 ປີ​ ​ໂດຍມີຫລາຍ​ຮ້ອຍ​ກິດ​ຈະ​ກຳ​ສະ​ເຫລີ​ມ​ສະຫລອງ ດ້ວຍຫລາຍ​ຮູບ​ການ, ສະ​ຫງ່າ​ຜ່າ​ເຜີຍ, ແທດ​ເໝາະ​ກັບ​ຕົວ​ຈິງ ຊຶ່ງ​ບໍ່​ພຽງ​ແຕ່​ໄດ້​ຈັດຢູ່​ແຕ່​ລະ​ປະ​ເທດ​​ເທົ່າ​ນັ້ນ ຫາກຍັງ​​ໄດ້​ຈັດການ​ສະ​ເຫລີມສະຫລອງ ຢູ່​ບັນ​ດາ​ອົງ​ການຜູ້​ຕາງ​ໜ້າ​ຂອງ​ຫວຽດ​ນາມ ແລະ​ ລາວ​ ຢູ່​ຕ່າງ​ປະ​ເທດອີກ​ດ້ວຍ. ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ ມີບາດກ້າວ​ບຸກ​ທະ​ລຸ, ຫວຽດ​ນາມ​ສືບ​ຕໍ່​ເປັນ​ໜື່ງ​ໃນ​ບັນ​ດາ​ປະ​ເທດ​ນຳ​ໜ້າ​ ກ່ຽວ​ກັບ​ການ​ລົງ​ທຶ​ນ ແລະ​​ ຄູ່ຄ້າ​ລາຍໃຫ​ຍ່​ຂອງ​ລາວ. ການ​ເຊື່ອມ​ຈອດ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ, ເປັນ​ຕົ້​ນ​ແມ່ນການເຊື່ອມ​ຈອດ​ ທາງ​ດ້ານພື້ນ​ຖານ​ໂຄງ​ຮ່າງ, ​ຄົມ​ມະ​ນາ​ຄົມ ​ແລະ ​ຂົນ​ສົ່ງກຳລັງ​ໄດ້ຮັບ​ການ​ຊຸກຍູ້​ຢ່າງ​ແຂງແຮງ. ຂ້າ​ພະ​ເຈົ້​າ​ເຊື່ອ​ໝັ້ນ​ວ່າ ​ ໃນ​ອະ​ນາ​ຄົດ​ອັນ​ໃກ້ໆ​ນີ້, ປະ​ເທດ​ລາວ​ຈະ​ກາຍ​ເປັນ​ສູນ​ການ​ເຊື່ອມ​ຈອດ ​ແລະ​ ຜ່ານ​ແດນທີ່​ສໍາຄັນຢູ່ ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ດ້ວຍ ​ການ​ຮ່ວມ​ມື​ຂອງ​ຫວຽດ​ນາມ ແລະ ​ບັນ​ດາ​ປະ​ເທດ​ຕ່າງໆ​ໃນພາກ​ພື້​ນ. ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຕ່າງໆ​ ກໍ່​ໄດ້ຮັບ​ການ​ເພີ່ມ​ທະ​ວີ​ແທດ​ກັບ​ຕົວ​ຈິງ ແລະ ເລິກ​ເຊິ່ງ​ກວ່າເກົ່າ.

ຫວນ​ຄື​ນ​ເສັ້ນ​ທາງ​ປະ​ຫວັດ​ສາດ ທີ່​ສະ​ຫງ່າ​ອົງ​ອາດເຊິ່ງ​ສອງ​ຊາດ​ລາວ ແລະ ​ຫວ​ຽດ​ນ​າ​ມ​ໄດ້ຜ່ານ​ໄປ​ນັ້ນ, ພວກ​ເຮົາ​ສຸດ​ທີ​ມີ​ຄວາມເອກ​ອ້າງ​ທະ​ນົງ​ໃຈ​ ກ່ຽວ​ກັບຄວາມ​ເປັນ​ມາ ແລະ ການ​ເຕີບ​ໃຫຍ່ຂະຫຍາຍຕົວ ​ຂອງ​ສາຍ​ພົ​ວ​ພັນ​ພິ​ເສດ, ຫາ​ຍາກ​ລະ​ຫວ່າງ​ສອງ​ຊາດ. ນັ້ນ​ແມ່ນ​ສາຍ​ພົວ​ພັນທີ່​​ໄດ້ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ ຈາກສາຍ​ພົ​ວ​ພັນ​ອັນ​ເປັນ​ມູນ​ເຊື້ອ ​ສະ​ໜິດ​ສະ​ໜົມ​ກາຍ​ເປັນສາຍ​ພົ​ວ​ພັນ​​ພິ​ເສດ ໂດຍ​ປະ​ທານໂຮ່ຈິມີນຜູ້​ຍິ່ງ​ໃຫຍ່, ປະ​ທານ ໄກ​ສອນ ພົມ​ວິ​ຫານ ແລະ ປະ​ທານ​ສຸ​ພາ​ນຸ​ວົງ​ ທີ່​ແສນເຄົ​າ​ລົບ​ຮັກ ​ເປັນ​ຜູ້​ກໍ່​ຕັ້ງ​ໂດຍ​ກົງ, ​ ໄດ້​ການ​ນຳ​ຮຸ່ນ​ຕ່າງໆ ​ສືບ​ທອດ ​ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ​ເພີ່ມ​ພູນ​ ຄູ​ນ​ສ້າງ, ຜ່ານຜ່າ​ຄວາມ​ຫຍຸ້ງ​ຍາກ, ການ​ທ້າ​ທາຍ​ນາ​ໆ​ປະ​ການ, ສາຍ​ພົວ​ພັນ​ດັ່ງ​ກ່າວ​ ໄດ້ສະຫລຸບ​ສັງ​ລວມວ່າ ​ເປັນ​ສາຍ​ພົວ​ພັນ​ເປັນ​ຕາຍ, ເປັນ​ແບບ​ຢ່າງ, ສັດຊື່ບໍ​ລິ​ສຸດທີ່​ຫາ​ຍາກ​ ໃນ​ການ​ພົວ​ພັນ​ສາ​ກົນ, ເປັນ​ສາຍ​ພົ​ວ​ພັນທີ່​ມີ​ລັກ​ສະ​ນະ​ກົດ​ເກນ, ເປັນ​ປັດ​ໄຈ​ຮັບ​ປະ​ກັນ​ໄຊ​ຊະ​ນະ ​ໃຫ້​ແກ່​ພາ​ລະ​ກິດການ​ປະ​ຕ​ິ​ວັດ ຂອງ​ແຕ່​ລະ​ປະ​ເທດ ແລະ ​ເປັນ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່​າ​ຂອງ​ສອງ​ຊາ​ດ ແລະ ​ເປັນ​ແຫລ່ງກຳລັງ​ແຮງ​ອັນ​ໃຫຍ່​ຫລວງ​ ໃຫ້​ແກ່​ພາ​ລະ​ກ​ິດ​ສ້າງ​ສາ ແລະ​ ປົກ​ປັ​ກ​ຮັກ​ສາ​ປະ​ເທດ​ຊາດ​ ຂອງ​ແຕ່​ລະ​ປະ​ເທດ​ຂອງ​ພ​ວກ​ເຮົ​າ.

ພິ​ເສດ, ໃນ​ໄລ​ຍະ​ຜ່ານ​ມາ, ສາຍ​ໃຈ​ຫວຽດ​-ລາວ ຍັງ​ໄດ້​ສະ​ແດ​ງ​​ໃຫ້​ເຫັນຢ່າງ​ເລິກ​ເຊິ່ງ​ ເຂັ້ມ​ຂົ້​ນ ​ໃນຊວ່ງ​ເວ​ລາ ​ທີ່​ສອງ​ປະ​ເທດ ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ​ໂດຍ​ໄພ​ທຳ​ມະ​ຊາດ​ກໍ່​ຂຶ້ນ. ​ ໃນປີ 2017 ກໍ​ຄື​ໃນ 8 ເດືອນ​ຕົ້ນ​ປີ 2018, ພັກ, ລັດ​ລາວ​ໄດ້​ມີ​ການ​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫລືອດ້ວຍ​ຫລາຍ​ຮູບ​ການ, ໃນ​ນັ້ນ​ມີ​ການ​ລະ​ດົມ​ທົ່ວ​ສັງ​ຄົ​ມ​ບໍ​ລິ​ຈາກ​ເງິນ, ວັດ​ຖຸ​ຊ່ວຍ​ເຫລືອ​ຜູ້​ປະ​ສົບ​ໄພນ້ຳ​ຖ້ວມ​ ຢູ່​ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ສຸດ​ທີ​ຕື້ນ​ຕັນ​ໃຈ ​ເມື່ອ​ໄດ້​ຮັບ​ເຂົ້າ​ສານ​ແຕ່ລະ​ເມັດ ທີ່​ເຕັມ​ໄປ​ດ້​ວຍນໍ້າຈິດ​ນໍ້າໃຈ​ຂອງ​ການ​ນຳ ແລະ ​ປະ​ຊາ​ຊົ​ນ​ລາວ ເຖິງວ່າ​ຍັງ​ປະສົບ​ກັບຄວາ​ມ​ຫຍຸ້ງ​ຍາກຫລາຍກໍ​ຕາມ​ ແຕ່​ກໍຍັງ​ແບ່ງ​ປັນ, ​ ໃຫ້ການຊ່ວຍ​ເຫລືອ​​ແກ່ປະ​ຊາ​ຊົ​ນ​ຫວຽດ​ນາມ. ໃນ​ໂອ​ກາດນີ້, ພວກ​ຂ້າ​ພະ​ເຈົ້າ​ກໍ​ຂໍ​ສະ​ແດງ ​ຄວາມ​ຮູ້​ບຸນ​ຄຸນ​ຢ່າງ​ຈິງ​ໃຈ​ມາ​ຍັງ​ປະ​ຊາ​ຊົນ​ໂລກ, ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ວົງ​ຄະ​ນາ​ຍາດ​ສາ​ກົນ ໄດ້​ຊ່ວຍ​ເຫລືອ​ປະ​ຊາ​ຊົນຫວຽດ​ນາມ​ ຢ່າງ​ທັນ​ການ. ກົງ​ກັ​ນ​ຂ້າ​ມ, ເມື່ອ​ປະ​ຊາ​ຊົນ​ລາວຢູ່​ບັນ​ດາ​ເຂດ​ທີ່​ຖືກ​ໄພ​ທຳ​ມະ​ຊາດ ເຖິງວ່າຫາ​ກໍ​ຖືກ​ຜົນ​ກະທົບ​ອັນ​ໜັກ​ໜ່ວງ​ ຈ​າກ​ພະ​ຍຸ​ເຊ​ີນ​ຕີງກໍ່​ຂື້ນ, ແຕ່​ບັນ​ດາກະ​ຊວງ, ຂະ​ແໜງ​ການ, ອຳ​ນາດ​ການ​ປົກ​ຄອງ ແລະປະ​ຊາ​ຊົນ​​ໃນທົ່ວ​ປະ​ເທດຫວຽດນາມ, ຈົນ​ຮອດ​ບັນ​ດາ​ອົງ​ການຜູ້​ຕາງ​ໜ້າ​ຫວ​ຽດ​ນາມ ​ຢູ່​ຕ່າງ​ປະ​ເທດ​ລ້ວນ​ແຕ່​​ໄດ້​ອວ່າຍໜ້າ ມາ​​ສູ່​ປະ​ເທດ​ລາວອ້າຍ​ນ້ອງ, ປະກອບສ່ວນທັງດ້ານ​ກຳ​ລັງຄົນ, ທັງວັດ​ຖຸ ແລະ​ຈິດ​ໃຈ ​ ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົ​ນ​ລາວ ​ທີ່ຖືກ​ກະ​ທົບ​ຈ​າກ​ໄພ​ພິ​ບັດ​ດັ່ງ​ກ່າວ​​. ຕໍ່​ໜ້າ​ການ​ປ່ຽນ​ແປງ​​ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້ ຂອງ​ດິນ​ຟ້າ​ອາ​ກາດແລະ ​ສິ່ງ​ແວດ​ລ້ອມ ຍິ່ງກວ່າ​ເວ​ລາ​ໃດ​ໝົດ, ປະ​ຊາ​ຊົນ​ລາວ ແລະ ​ປະ​ຊາ​ຊົນ​ຫວຽດ​ນາມ ພ້ອມ​ກັບ​ວົງ​ຄະ​ນາ​ຍາດ​ສາດ​ກົນ ​ຈະ​ຈັບ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ​ ໃນ​ການ​ຕໍ່​ສູ້​ກັບ​ໄພ​ທຳ​ມະ​ຊາດ. ການ​ພົວ​ພັນ​ພິ​ເສດ​ຫວຽດ​ນາມ-ລາວ, ລາວ-ຫວຽດ​ນາມຈະ​ຖືກ​ທົດ​ສອບ, ຝຶກ​ຝ​ຜົນຫລໍ່ຫລອມ​ໃນ​ການ​ຕໍ່​ສູ້ລວມນີ້.

ປັດ​ຈຸ​ບັນ, ສອງ​ປະ​ເທດ​ພວກ​ເຮົ​າກໍາລັງ ຢູ່​ຕໍ່ໜ້າ​ຫຼາຍກາລະ​ໂອກາດ​ ໃນ​ການ​ພັດທະນາ ​ແຕ່​ກໍ​ຕ້ອງ​ປະ​ເຊີນ​ໜ້າກັບ​ຄວາມ​ຫຍຸ້ງຍາກ, ການທະ​ທາຍບໍ່​ແມ່ນ​ໜ້ອຍ, ຍິ່ງ​ກວ່າ​ເວລາ​ໃດ​ໝົດ ພວກ​ເຮົາຈຳ​ເປັນ​ຕ້ອງ​ເພີ່​ມ​ທະ​ວີ ແລະ ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ ຄວາມສາ​ມັກ​ຄີ​ພິ​ເສດ​ຫວ​ຽດ​ນາມ-ລາວ​ ໃຫ້​ຍິ່ງໆ​ຂຶ້ນ. ປະ​ຫວັດ​ສາດ​ແຫ່ງ​ການ​ພັດ​ທະ​ນາ ​ຢູ່​ສອງ​ປະ​ເທດ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່​າ, ຖ້າ​ບໍ່​ມີ​ສາຍ​ພ​ົວ​ພັ​ນ​​ພິ​ເສດ​ດັ່ງ​ກ່າວນັ້ນ​ ​ ເຊີ່​ງພາ​ລ​ະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​​ຊາດ ​ໃນ​ເມື່ອ​ກ່ອນກໍ​ຄື​ພາ​ລະ​ກິດ​ສ້າງ​ສາ ແລະ​ ປົ​ກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ຂອງ​ສອງ​ປະ​ເທດ​ໃນ​ປັດ​ຈຸ​ບັນ ຈະບໍ່​ສາ​ມາດຍາດ​ມາ​ບັນ​ດາ​ຜົນ​ງານ​ອັນໃຫ​ຍ່ຫລ​ວງ​ໄດ້. ພັກ, ລັດ ແລະ​ ປະ​ຊາ​ຊົ​ນ​ຫວຽດ​ນາມ​ ສັນ​ຍາ​ວ່າ​ຈ​ະຮ່ວມ​ກັບພັກ, ລັດ ແລະ​ ປະ​ຊາ​ຊົ​ນ​​ລາວ​ອ້າຍ​ນ້ອງ​ ປົກ​ປັກຮັກ​ສາ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ​ ການ​ຮ່ວມ​ມື​ຮອບ​ດ້ານ​ ລະ​ຫວ່າງ​ສອງ​ພັກ, ສອງ​ລັດ ແລະ​ ປະ​ຊາ​ຊົນ​ສອງ​ປະ​ເທດ​ຫ​ວຽດ​ນາມ-ລາວ ​ໃຫ້ໝັ້ນຄົງ​ຕະຫລອດ​ການ ແລະ​ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ, ເກີດດອກ​ອອກ​ຜົນ ​ເພື່ອ​ນຳ​ສອງ​ປະ​ເທດ​ຂອງ​ພວກ​ເຮົ​າ​ ກ້າວຂື້ນ​ຢ່າງ​ໜັກ​ແໜ້ນ, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ທັງ​ເປັນ​ການປະ​ກອບສຳຄັນ​ສ່ວນ ​ເຂົ້າ​ພາ​ລະ​ກິດ​​ສັນ​ຕິ​ພາບ, ມິດ​ຕະ​ພາບ ແລະ ​ການຮ່ວມ​ມືເພື່ອການ​ພັດ​ທະ​ນາ ຢູ່​ໃນ​ພາກ​ພື້ນ ແລະ​ ໃນ​ໂລກ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.