ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ພັກກອມມູນິດຫວຽດນາມ

08:26 | 26/07/2018

ມື້ວານນີ້, ທີ່​ສໍານັກງານ​ສູນ​ກາງ​ພັກ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະຊາຊົນ ປະຕິວັດ​ລາວ, ປະທານ​ປະ​ເທດ​ ແຫ່ງ ສປປ ລາວ ​ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽ​ມຂໍ່ານັບ​ ຂອງ ສະຫາຍ ​ຫວໍ ວັນ ເຖືອງ ກໍາມະການກົມການເມືອງສູນກາງພັກ, ກຳມະການສູນກາງພັກ, ຫົວໜ້າຄະນະໂຄສະນາ ສຶກສາສູນກາງພັກກອມ ມູນິດ ຫວຽດນາມ, ພ້ອມດ້ວຍຄະນະ.

ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ພັກກອມມູນິດຫວຽດນາມ

ທ່ານປະທານເທດ ບຸນ​ຍັງ ວໍລະ​ຈິດ ຕ້ອນຮັບການເຂົ້າພົບຂອງ ສະຫາຍ ຫວໍ ວັນ ​ເຖືອ​ງກໍາມະການກົມການເມືອງສູນກາງພັກ ຫວຽດນາມ. (ພາບ: ຂປລ)

​ໃນ​ການ​ພົບ​ປະຄັ້ງນີ້, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່ ສະຫາຍ ຫວໍ ວັນ ​ເຖືອ​ງ ພ້ອມ​ດ້ວຍ​ຄະນະ ທີ່​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສໍາ​ມະ​ນາ​ທິດ​ສະ​ດີ​ ລະຫວ່າງ​ ພັກ ປປ ລາວ ​ແລະ ພັກ​ກອມ​ມູນິດ​ຫວຽດນາມ ​ຄັ້ງ​ທີ 6, ​​ເຊິ່ງ​ເປັນ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ ​ຜົນ​ຂອງ​ການ​ພົບ​ປະ ລະ​ຫວ່າງ ການ​ນໍາ​ສູງ​ສຸດ​ຂອງສອງ​ພັກ ລາວ-ຫວຽດນາມ ທີ່​ໄດ້​ເປັນ​ເອກະ​ພາບ​ກັນ ​ໃນ​ໄລຍະ​ທີ່​ຜ່ານ​ມາ. ກ່ຽວ​ກັບ​ການ​ຮັກສາ​ການ​ພົບ​ປະ​ແລກປ່ຽນ​ ການ​ຢ້ຽມຢາມ​ ລະຫວ່າງ ​ການ​ນໍາ​ຂັ້ນ​ສູງ ຂອງ​ສອງ​ພັກ​ ຢ່າງ​ເປັນ​ປົກກະຕິ ​ແລະ ການ​ຜັດປ່ຽນ ​ກັນ​ເປັນ​ເຈົ້າພາບ​ ຈັດ​ກອງ​ປະຊຸມ ສໍາ​ມະ​ນາ​ທິດ​ສະ​ດີ ​ລະຫວ່າງ​ ສອງ​ພັກ​ໃນ​ທຸກໆ​ປີ. ການ​ມາ​ຢ້ຽມຢາມ ​ແລະ ​ເຂົ້າ​ຮ່ວມ ​ກອງ​ປະຊຸມ​ສໍາ​ມະ​ນາ​ທິດ​ສະ​ດີ​ ລະຫວ່າງ​ ສອງ​ພັກ ຂອງ​ ສະຫາຍ ຫວໍ ວັນ ​ເຖືອ​ງ ​ໃນ​ຄັ້ງ​ນີ້, ​ໄດ້​ປະກອບສ່ວນ​ອັນ​ສໍາຄັນ​​ ເຂົ້າ​ໃນ​ການ​ເພີ່ມ​ທະວີ​ສາຍ​ພົວພັນ​ ມິດຕະພາບ​ອັນຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ລະຫວ່າງ ລາວ-ຫວຽດນາມ ​ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ເລິກ​ເຊິ່ງ ​ແລະ ​ເກີດ​ດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນ.

ກອງ​ປະຊຸມ​ສໍາ​ມະ​ນາ​ທິດ​ສະ​ດີ ​ ລະຫວ່າງ 2 ພັກ ລາວ-ຫວຽດນາມ ​ ພາຍ​ໃຕ້​ຫົວ​ຂໍ້ “ວຽກ​ງານ​ແນວ​ຄິດ ​ໃນ​ເງື່ອນ​ໄຂ​ປັດຈຸບັນ, ສະພາບ​ຄວາມ​ເປັນ​ຈິງ, ບັນຫາ​ຕັ້ງ​ຂຶ້ນ ​ແລະ ວິທີ​ແກ້​ໄຂ” ​ເປັນ​ຫົວ​ຂໍ້​ທີ່​ສໍາຄັນ​ຫລາຍ ​ເຊິ່ງທັງ​ສອງ​ຝ່າຍ​ໄດ້​ພ້ອມ​ກັນ​ຄົ້ນຄວ້າ ​ແລະ ​ແລກປ່ຽນ​ບົນ​ຮຽນ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ຮັບ​ໃຊ້​ ໃຫ້​ແກ່​ວຽກ​ງານ​ກໍາ​ອໍານາດ ​ ຂອງ​ທັງ​ສອງ​ປະ​ເທດລາວ-ຫວຽດນາມ ບົນ​ເສັ້ນທາງ​ສ້າງ​ສາ​ພັດທະນາ​ປະ​ເທດ​ຊາດ​ ໄປສູ່ຈຸດໝາຍສັງຄົມ​ນິຍົມ, ພ້ອມ​ທັງ​ເປັນ​ການ​ປະກອບສ່ວນ ​ເຮັດ​ໃຫ້​ຄັງ​ສ້າງ​ທິດ​ສະ​ດີ ລະຫວ່າງ ​ສ​ອງພັກ ​ໃຫ້​ນັບ​ມື້​ມີ​ເນື້ອ​ໃນ​ ທີ່​ອຸດົມສົມບູນ​ຂຶ້ນ.

​​ໃນ​ໂອກາດ​ດຽວ​ກັນ, ສະຫາຍ ຫວໍ ວັນ ​ເຖືອ​ງ ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ການ​ຕ້ອນຮັບອັນ​ອົບ​ອຸ່ນ ຂອງ​ສະຫາຍ ບຸນ​ຍັງ ວໍ​ລະ​ຈິດ ພ້ອມ​ທັງ​ຕີ​ລາຄາ​ຜົນ​ສໍາ​ເລັດ ທີ່​ປະຊາຊົນ​ລາວ​ບັນດາ​ເຜົ່າ​ຍາດ​ມາ​ໄດ້​ ພາຍ​ໃຕ້​ການ​ນໍາພາ​ຂອງ​ພັກ ​ປະຊາຊົນ​ປະຕິວັດ​ລາວ, ຕີ​ລາຄາ​ສູງ​ຕໍ່​ຜົນ​ສໍາ​ເລັດ​ອັນ​ຈົບງາມ ​ ໃນ​ການ​ຢ້ຽມ ຢາມ ສສ.ຫວຽດນາມ ຂອງ​ສະຫາຍ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ບຸນ​ຍັງ ວໍລະ​ຈິດ ​ໃນ​ຕົ້ນ​ເດືອນ​ກໍລະກົດ​ ທີ່​ຜ່ານ​ມາ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.