ແລກປ່ຽນປະສົບການເຄື່ອນໄຫວຄະນະກຳມະການປົກຄອງລະຫວ່າງ ແຂວງດ້ຽນບຽນ ແລະ ແຂວງຜົ່ງສາລີ (ລາວ).

07:53 | 28/09/2019

ຍສໝ - ໃນຕອນແລງວັນທີ 26 ເດືອນກັນຍາ, ພິທີພົບປະແລກປ່ຽນປະສົບການລະຫວ່າງສະພາປະຊາຊົນສອງແຂວງໄດ້ເກີດຂື້ນ ໃຕ້ການພ້ອມນຳຊີ້ ໂດຍ ສະຫາຍ ລໍ່ວັນມວນ, ຮອງເລຂາທິການປະຈຳຄະນະພັກແຂວງ, ປະທານສະພາຜູ້ແທນປະຊາຊົນແຂວງດ້ຽນບຽນ ແລະ ສະຫາຍ ຈັນສີ ແສງສົມພູ, ຮອງປະທານສະພາຜູ້ແທນປະຊາຊົນແຂວງຜົ່ງສາລີ. ຢູ່ສຳນັກງານຄະນະຜູ້ແທນສະພາແຫ່ງຊາດແຂວງດ້ຽນບຽນ, ບົນນໍ້າໃຈສັດຊື່, ມິດຕະພາບຮ່ວມມືພ້ອມພັດທະນາ.

ໃນພິທີພົບປະ, ສອງຝ່າຍໄດ້ສັງເຂບສະພາບການພັດທະນາເສດຖະກິດ-ສັງຄົມ, ປ້ອງກັນປະເທດຊາດ-ຄວາມສະຫງົບຂອງແຕ່ລະຝ່າຍ; ມີຫຼາຍເນື້ອໃນໄດ້ເຈລະຈາເພື່ອສອງຝ່າຍເຂົ້າໃຈກວ່າກ່ຽວກັບອົງປະກອບ, ບົດບາດ, ໜ້າທີ່ການງານ ແລະ ຂອບເຂດສິດອຳນາດຂອງສະພາຜູ້ແທນປະຊາຊົນຂັ້ນແຂວງຂອງແຕ່ລະຝ່າຍ.

ປະຈຳສະພາຜູ້ແທນປະຊາຊົນແຂວງ ແລະ ບັນດາຂະແໜງຂອງສະພາຜູ້ແທນປະຊາຊົນແຂວງດ້ຽນບຽນ ໄດ້ແບ່ງປັນ ແລະ ແລກປ່ຽນຫຼາຍບັນຫາທີ່ຝ່າຍເພື່ອນສົນໃຈ ຄື: ຂັ້ນຕອນ, ວິທີການປະຕິບັດການດັດແປງບັນດາຂໍ້ກຳນົດກົດໝາຍ ໂດຍສະພາຜູ້ແທນປະຊາຊົນປະກາດໃຊ້; ວິທີການ, ປະສິດທິຜົນຕິດຕາມກວດກາການຊຸກຍູ້ບັນດາໂຄງການໄດ້ຜັນຂະຫຍາຍໃນຂອບເຂດ; ທິດທາງແກ້ໄຂຊົດໃຊ້ໃຫ້ປະຊາຊົນສຳລບບັນດາໂຄງການຂອງແຂວງ, ປະເທດ; ການກວດຄືນງົບປະມານປະເທດຊາດ; ຂັ້ນຕອນແກ້ໄຂໜັງສືຮ້ອງທຸກ; ວຽກງານຕິດຕາມກວດກາຂອງບັນດາພະແນກທີ່ກ່ຽວຂ້ອງ...

ແລກປ່ຽນປະສົບການເຄື່ອນໄຫວຄະນະກຳມະການປົກຄອງລະຫວ່າງ ແຂວງດ້ຽນບຽນ ແລະ ແຂວງຜົ່ງສາລີ (ລາວ).

ບັນດາຜູ້ແທນເຂົ້າຮ່ວມການພົບປະເຈລະຈາ. (ພາບ: dienbienphu.info.vn)

ພ້ອມກັນນັ້ນ, ໃນກ່ອງປະຊຸມນີ້, ບັນຫາທີ່ທັງສອງຝ່າຍມີຄວາມສົນໃຈ, ປະສົບການຕົວຈິງໄດ້ແບ່ງປັນນໍາກັນໂດຍບັນດາຜູ້ແທນທັງສອງຝ່າຍ, ໂດຍສະເພາະແມ່ນປະສົບການກ່ຽວກັບການປະຕິບັດບົດບາດການຕັດສິນໃຈຂອງສະພາປະຊາຊົນ, ການເຄື່ອນໄຫວຕິດຕາມກວດກາ, ແກ້ໄຂການຮ້ອງທຸກແລະຄໍາກ່າວໂທດ... ຂອງສະພາປະຊາຊົນແຂວງດ້ຽນບຽນໄດ້ຮັບການຕີລາຄາສູງຈາກສະພາປພຊາຊົນແຂວງພົ້ງສລີ. ບົນພື້ນຖານການເຄື່ອນໄຫວແລກປ່ຽນແລະຮ່ວມມືກັນໃນເວລາຜ່ານມາ, ສະຫາຍ ຈັນສີ ສອງສົມພູ, ຮອງປະທານ ສະພາປະຊາຊົນແຂວງພົ້ງສາລີ ໄດ້ຮຽກຮ້ອງເຖິງ ສະພາປະຊາຊົນແຂວງດ້ຽນບຽນ ສືບຕໍ່ການສະຫນັບສະໜູນການຝຶກອົບຮົມວິຊາຊີບໃຫ້ແກ່ເລຂາ, ວິທີການປະກອບຄວາມຄິດເຫັນຂອງຜູ້ແທນສະພາປະຊາຊົນ, ຈາກນັ້ນຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາປະຊາຊົນຂວງຜົ້ງສາລີໃນໄລຍະຕໍ່ໄປ.

ຜ່ານການແບ່ງປັນຢ່າງກົງໄປກົງມາ, ຄວາມຮັບຜິດຊອບໃນກ່ອງປະຊຸມໄດ້ຊ່ວຍໃຫ້ ສະພາປະຊາຊົນທັງສອງຝ່າຍເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຫນ້າທີ່ແລະສິດອໍານາດຂອງສະພາປະຊາຊົນ ແລະ ປະສົບການທີ່ມີປະໂຫຍດເພື່ອຈັດຕັ້ງປະຕິບັດໜ້າທີ່ໃຫ້ດີຂຶ້ນ, ຍົກສູງຄຸນນະພາບປະສິດທິຜົນການເຄື່ອນໄຫວຂອງສະພະປະຊາຊົນທັງສອງແຂວງ. ພ້ອມກັນນັ້ນ, ເພິ່ມພູນຄູນສ້າງຄວາມສາມັກຄີລະຫວ່າງສອງປະເທດ, ສອງພັດແລະລັດທະບານ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.