ການເລືອກຕັ້ງສະມາຊິກສະພາແຫ່ງຊາດກຳປູເຈຍ ດືງດູດນັກສັງເກດການຫຼາຍຝ່າຍ

14:19 | 27/06/2018

ຍ​ສ​ໝ - ຕາມການລາຍງານຂອງສຳນັກຂ່າວຫວຽດນາມ ປະຈຳ ພະນົມເປນ, ນັກສັງເກດການປະມານ 45.000 ຄົນ ທີ່ຢູ່ພາຍໃນ ຈາກ 81 ພັກ, ອົງການຈັດຕັ້ງ ແລະ ຄະນະສະມາຄົມພາຍໃນປະເທດ ແລະ ນັກສັງເກດການຕ່າງປະເທດອີກ 17 ປະເທດຄື: ມຽນມາ, ສິງກາໂປ ແລະ ຈີນ ກໍ່ໄດ້ລົງທະບຽນເຂົ້າຮ່ວມໃນການສັງເກດການ-ການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຢູ່ ກຳປູເຈຍ ໃນວັນທີ 29 ກໍລະກົດນີ້.

ການເລືອກຕັ້ງສະມາຊິກສະພາແຫ່ງຊາດກຳປູເຈຍ ດືງດູດນັກສັງເກດການຫຼາຍຝ່າຍ

ຜູ້​ມີ​ສິດ​ເລືອກ​ຕັ້ງ​ກຳ​ປູ​ເຈຍ​ເຂົ້າ​ຮ່ວມ​ການ​ປ່ອນ​ບັດ ເລືອກ​ຕັ້ງ​ສະ​ພາ​ບ້ານ, ຕາ​ແສງ. (​ພາບ: ​ຟາມ​ມິງ​ຮຶງ/TTXVN)

ໂຄ​ສົກ​ ກຳ​ມາ​ທິ​ການ ການ​ເລືອກ​ຕັ້ງ ແຫ່ງ​ຊາດ ກຳ​ປູ​ເຈຍ (NEC), ທ່ານ Dim Sovannarom ໃຫ້​ຮູ້​ຕື່ມ​ອີກວ່າ: ໄດ້​ຮັບ​ການ​ລົງ​ທະ​ບຽນ​ເຂົ້າ​ສັງ​ເກດ​ການ ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ມີ​ເຖິງ 5.711 ຄົນ ທີ່​ມາ​ຈາກ​ອົງ​ການ​ທີ່​ບໍ່​ຂື້ນ​ກັບ​ລັດ​ຖະ​ບານ ແລະ ຄະ​ນະ​ສະ​ມາ​ຄົມ; ນັກ​ສັງ​ເກດ​ການ​ສາ​ກົນ​ຈຳ​ນວນ​ໜຶ່ງ​ຈາ​ກ ກອງ​ປະ​ຊຸມ​ສຸດຍອດ ສາ​ກົນ ຂອງ​ພັກ​ການ​ເມືອງ ອາ​ຊີ (ICAPP).

ທ່ານ Sovannarom ບໍ່​ໄດ້​ລາຍ​ງານ​ຫຼື​ບອກ​ຊື່​ຂອງ ອົງ​ການ​ຈັດ​ຕັ້ງ​ພາຍ​ໃນ​ທີ່​ເຂົ້າ​ຮ່ວມ​ສັງ​ເກດ​ການ, ແຕ່​ໃນ​ການ​ເລືອກ​ຕັ້ງ​ຜ່ານ​ມາ ນັກ​ສັງ​ເກດ​ການ​ສ່ວນ​ໃນ​ທີ່​ຢູ່​ພາຍ​ໃນ​ປ​ະ​ເທດ ແມ່ນ​ມາ​ຈາກ ສະ​ຫະ​ພັນ ຊາວ​ໜຸ່ມ ສາ​ມັກ​ຄີ ກຳ​ປູ​ເຈຍ(UYFC).

ການ​ລົງ​ທະ​ບຽນ​ເຂົ້າ​ຮ່ວມ​ສັງ​ເກດ​ການ ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ຈະ​ຊິ້ນ​ສຸດ​ໃນ​ວັນ​ທີ 18 ກໍ​ລະ​ກົດ, ແຕ່​ໃນ​ປະ​ຈຸ​ບັນ​ຈຳ​ນວນ​ຜູ້​ລົງ​ທະ​ບຽນ​ແມ່ນ​ມີ​ຫຼາຍກວ່າ​ການ​ເລືອກ​ຕັ້ງ​ປີ 2013 ຄື: 40.456 ຄົນ​.

ຂໍ້​ສັງ​ເກດ​ກ່ຽວ​ກັບ​ຕົວ​ເລກ​ຂອງ​ຜູ້​ສັງ​ເກດ​ການ ການ​ເລືອກ​ຕັ້ງ ທີ່​ມີ​ຈຳ​ນວນ​ພົນ​ຫຼາຍ​ເປັນ​ປະ​ວັດ​ຕິ​ການນີ້, ໂຄ​ສົກ ຫ້ອງ​ກາ​ນ​ສະ​ພາ​ກະ​ຊວງ, ກົມ ທ່ານ khanh Phay Siphan ເວົ້າ​ວ່າ: ອັນ​ນີ້​ຈະ​ລົບ​ລ້າງ​ການຄຳ​ກ່າວ​ຫາ ແລະ ຮັບ​ປະ​ກັນ​ວ່າ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ຈະ​ເປັນ​ໄປ​ຄວາມ​ຮັບ​ຜິດ​ຊອບ​ສູງ​ແລະ​ຂາວ​ສະ​ອາດ.

ສ່ວນ​ຕົວ​ແລ້ວ, ຜູ້​ຊ່ຽວ​ຊານ ການ​ເລືອກ​ຕັ້ງ Yoeurng Sotheara ສະ​ແດງ​ຄວາມ​ຊົມ​ເຊີຍ​ຈຳ​ນວນ​ພົນ​ທີ່​ລົງ​ທະ​ບຽນ​ເຂົ້າ​ຮ່ວມ​ສັງ​ເກດ​ການ ແລະ ເອົາ​ໃຈ​ໃສ່​ວ່າ ເຖິງວ່າ​ໃນ​ກົດ​ໝາຍ​ຈະ​ບໍ່​ໄດ້​ເວົ້າ​ເຖິງ​ການ​ເຂົ້າ​ຮ່ວມ​​ຂອງ​ນັກສັງ​ເກດ​ການ​ພາຍ​ໃນ ແລະ ສາ​ກົນ ກ່ຽວ​ກັບ​ການ​ເລຶອກ​ຕັ້ງ, ແຕ່​ສິ່ງ​ດັ່ງ​ກ່າວ​ມີ​ຄວາມ​ໝາ​ຍ​ສຳ​ຄັນ​ອັນ​ລ້ຳ​ຄ່າ​ທາງ​ດ້ານ​ການ​ເມືອງ ຄວາມ​ຊອບ​ທຳ​ຂອງ​ການ​ເລືອກ​ຕັ້ງໃນ​ສາຍ​ຕາ​ຂອງ​ສາ​ກົນ.

(ຫັດ​ທະ​ບູນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.