ປະຊາຊົນຊາວຫວຽດນາມທີ່ ອາໄສ ຢູ່ລາວ ໄດ້ສະໜັບສະໜູນ ປະຊາຊົນທີ່ຖືກນໍ້າຖ້ວມ ໃນແຂວງຫຼວງພະບາງ (ລາວ)

12:50 | 23/08/2019

ຍສໝ - ວັນທີ 22 ສິງຫາ, ຊຸມຊົນຊາວຫວຽດນາມທີ່ ອາໄສຢູ່ ນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ, ປະເທດລາວ ໄດ້ດຳເນີນການຢ້ຽມຢາມ ແລະ ມອບຂອງຂວັນໃຫ້ປະຊາຊົນຢູ່ບັນດາເຂດທີ່ຖືກນ້ຳ ຖ້ວມຢູ່ເມືອງນານ, ແຂວງຫຼວງພະບາງ.

ຈຳນວນເງິນທັງໝົດ ແລະ ຂອງຂວັນ 200 ສ່ວນ ເພື່ອສະໜັບສະໜູນ ປະຊາຊົນຢູ່ເຂດທີ່ຖືກນ້ຳ ຖ້ວມເມືອງນານ ແມ່ນມີມູນຄ່າ 70 ລ້ານກີບ (ເທົ່າກັບ 200 ລ້ານດົ່ງ), ໂດຍວັດເຝື້ດຕິກ - ນະຄອນຫຼວງວຽງຈັນຮຽກຮ້ອງໃຫ້ຍາດຕິພີ່ນ້ອງຂອງຊາວຫວຽດນາມ, ບັນດາວິສາຫະກິດຫວຽດນາມມາລົງທືນ ທຸລະກິດຢູ່ວຽງຈັນ, ແຂວງຫຼວງພະບາງ ໄດ້ປະກອບສ່ວນຕັ້ງແຕ່ຕົ້ນເດືອນສິງຫາຈົນເຖິງປະຈຸບັນ.

ປະຊາຊົນຊາວຫວຽດນາມທີ່ ອາໄສ ຢູ່ລາວ ໄດ້ສະໜັບສະໜູນ ປະຊາຊົນທີ່ຖືກນໍ້າຖ້ວມ ໃນແຂວງຫຼວງພະບາງ (ລາວ)

ເຈົ້າອະທິການ ວັດເຝື້ດຕິກ ແລະ ຜູ້ຕາງໜ້າ ສະມາຄົມຊາວຫວຽດນາມຢູ່ ວຽງຈັນ ໄດ້ມອບຂອງຂວັນຫາປະຊາຊົນເຂດທີ່ຖືກນ້ຳ ຖ້ວມຂອງລາວ. (ພາບ: vov.vn)

ທ່ານຮອງເຈົ້າແຂວງຫຼວງພະບາງ ວົງສະຫວັນ ເທບພະຈັນ ໄດ້ຂອບໃຈການແບ່ງປັນ ແລະ ການສະໜັບສະໜູນ ຢ່າງທັນເວລາ ຂອງບັນດາວິສາຫະກິດ ແລະ ຊຸມຊົນຊາວຫວຽດນາມທີ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ທ່ານຮອງເຈົ້າແຂວງຫຼວງພະບາງ ວົງສະຫວັນ ເທບພະຈັນ ໃຫ້ຄຳໝັ້ນ ສັນຍາວ່າ ຈະແບ່ງປັນ ການສະໜັບສະໜູນນີ້ ໂດຍ ໄວວາ ໃຫ້ປະຊາຊົນຖືກປະສົບກັບໄພນ້ຳຖ້ວມຮ້າຍແຮງທີ່ເກີດຈາກ ໃນຕົ້ນເດືອນສິງຫາ ເພື່ອຊ່ວຍໃຫ້ປະຊາຊົນເອົາຊະນະຄວາມຫຍຸ້ງຍາກ ແລະ ຊີວິດການເປັນຢູ່ໝັ້ນຄົງ.

ປະຊາຊົນຊາວຫວຽດນາມທີ່ ອາໄສ ຢູ່ລາວ ໄດ້ສະໜັບສະໜູນ ປະຊາຊົນທີ່ຖືກນໍ້າຖ້ວມ ໃນແຂວງຫຼວງພະບາງ (ລາວ)

ສະມາຄົມຊາວຫວຽດນາມ ມອບຂອງຂວັນໃຫ້ແກ່ປະຊາຊົນໃນເຂດທີ່ຖືກນໍ້າຖ້ວມເມືອງນານ, ແຂວງຫຼວງພະບາງ, ປະເທດລາວ. (ພາບ: vov.vn)

ການແບ່ງປັນ ແລະ ຊ່ວຍເຫຼືອຄົນລາວໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ປະສົບກັບໄພທຳມະຊາດ ແມ່ນໜຶ່ງໃນກິດຈະກຳ ເປັນປະຈຳ ແລະ ມີຄວາມໝາຍສຳຄັນ ຂອງຊຸມຊົນຊາວຫວຽດນາມອາໄສຢູ່ລາວ, ປະກອບສ່ວນຮັດແໜ້ນ ຄວາມສາມັກຄີລະຫວ່າງ ປະຊາຊົນສອງປະເທດຫວຽດນາມ - ລາວ.

ອີງຕາມຂໍ້ມູນກ່ອນໜ້ານີ້, ໃນວັນທີ 29 ກໍລະກົດນີ້, ແມ່ນ້ຳນານ ໄດ້ພັດສູງ ເຮັດໃຫ້ 372 ຫຼັງຄາເຮືອນຖືກນ້ຳຖ້ວມ ໃນ 7 ບ້ານທີ່ຖືກຜົນກະທົບ ຢ່າງໜັກຄື: ບ້ານນາຝາຍ, ບ້ານ ປ່າໄຜ່, ບ້ານສີມຸງຄຸນ, ບ້ານສີບຸນ ເຮືອງ, ບ້ານນາເລົາ, ບ້ານໂພນ ຫີນ ແລະ ບ້ານນາເຄີນຖືກຜົນ ກະທົບໜັກປະຊາຊົນບາງຄອບ ຄົວໄດ້ພຽງເຄື່ອງນຸ່ງຄາຄີງ ແລະ ຍັງມີບາງຄົນຍັງຄ້າງຢູ່ໃນເຮືອນ ຕາມການເກັບກໍາຂໍ້ມູນເບື້ອງຕົ້ນ ມີພຽງຜູ້ໄດ້ຮັບບາດເຈັບ, ໂຊກດີທີ່ບໍ່ມີຄົນ ເສຍຊີວິດ ສ່ວນຄວາມເສຍຫາຍ ຍັງຢູ່ໃນຂັ້ນຕອນການເກັບກຳຂໍ້ມູນ. ທ່ານແສງເພັດ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທຽ່ວ ເມືອງນານ ຍັງໄດ້ກ່າວວ່າ ນ້ຳຖ້ວມກະທັນຫັນໃນຄັ້ງນີ້ແມ່ນນ້ຳ ຖ້ວມແບບໄຫຼຊຸ ສະນັ້ນພຽງແຕ່ສອງສາມຊົ່ວໂມງກໍບົກແຫ້ງລົງ ແລະ ເຂົ້າສູ່ສະພາບປົກກະຕິ.

ປະຊາຊົນຊາວຫວຽດນາມທີ່ ອາໄສ ຢູ່ລາວ ໄດ້ສະໜັບສະໜູນ ປະຊາຊົນທີ່ຖືກນໍ້າຖ້ວມ ໃນແຂວງຫຼວງພະບາງ (ລາວ)

ແມ່ນ້ຳນານ ໄດ້ພັດສູງ ເຮັດໃຫ້ 372 ຫຼັງຄາເຮືອນຖືກນ້ຳຖ້ວມ ໃນວັນທີ 29 ກໍລະກົດ. (ພາບ: vientianemai)

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.