ການນໍາແຂວງເລິມດົ່ງ ຕ້ອນຮັບ ຄະນະຜູ້ແທນນະຄອນຫຼວງວຽງຈັນ

07:28 | 18/06/2019

ຍສໝ - ໃນຕອນເຊົ້າຂອງວັນທີ 16 ມິຖຸນາ 2019, ທີ່ນະຄອນດ່າລາດ, ທ່ານ ຫງວຽນ ຊວນ ຕ໋ຽນ, ເລຂາພັກແຂວງເລິມດົ່ງ ສສ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນນະຄອນຫຼວງວຽງຈັນ ໂດຍທ່ານ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ສປປ ລາວ ນໍາໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເລິມດົ່ງ.

ການນໍາແຂວງເລິມດົ່ງ ຕ້ອນຮັບ ຄະນະຜູ້ແທນນະຄອນຫຼວງວຽງຈັນ

ບັນຍາກາດທີ່ການຕ້ອນຮັບ.(ພາບ:lamdongtv.vn)

ທີ່ການຕ້ອນຮັບ, ທ່ານ ຫງວຽນ ຊວນ ຕ໋ຽນ ໄດ້ແຈ້ງໃຫ້ຄະນະປະຕິບັດງານຮັບຊາບກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ; ຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາການທ່ອງທ່ຽວ, ກະສິກໍາເຕັກໂນໂລຢີສູງ; ວຽກງານແຮກສ່ຽວກັບບັນດາແຂວງຂອງລາວ ໃນໄລຍະຜ່ານມາ; ພ້ອມທັງຢັ້ງຢືນວ່າ: ນັບແຕ່ປີ 2008 ມາຮອດປະຈຸບັນ, ແຂວງເລິມດົ່ງ ແລະ ແຂວງຈໍາປາສັກ, ແຂວງບໍລິຄໍາໄຊ ສປປ ລາວ ໄດ້ສົມທົບກັນປະຕິບັດການລົງທຶນພັດທະນາກະສິກໍາເຕັກໂນໂລຢີສູງ, ກໍ່ສ້າງໂຮງຮຽນຢ່າງມີປະສິດທິຜົນ ແລະ ອື່ນໆ.

ນອກຈາກນັ້ນ, ທ່ານ ຫງວຽນ ຊວນ ຕ໋ຽນ ກໍ່ມີຄວາມມຸ່ງຫວັງປາດຖະໜາວ່າ: ສອງຝ່າຍສືບຕໍ່ຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນໃນຫຼາຍຂົງເຂດ, ພ້ອມກັນຊຸກຍູ້ນໍ້າໃຈມິດຕະພາບລະຫວ່າງປະຊາຊົນບັນດາແຂວງຂອງລາວ ແລະ ແຂວງເລິມດົ່ງ ເວົ້າສະເພາະ, ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຢ່າງແຮງ ແລະ ຍືນຍົງເວົ້າລວມ.

ການນໍາແຂວງເລິມດົ່ງ ຕ້ອນຮັບ ຄະນະຜູ້ແທນນະຄອນຫຼວງວຽງຈັນ

ສ່ວນ ທ່ານ ສິນລະວົງ ຄຸດໄພທູນ ໄດ້ຖືວ່າ: ດ້ວຍຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງແຂວງເລິມດົ່ງ ຕໍ່ແຂວງຈໍາປາສັກ, ແຂວງບໍລິຄໍາໄຊ ຂອງລາວ, ໄດ້ຍົກສູງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນເທື່ອລະກ້າວ; ພ້ອມທັງປະກອບສ່ວນຊຸກຍູ້ສາຍພົວພັນອັນດີງາມລະຫວ່າງບັນດາແຂວງ ແລະ ສອງປະເທດໃຫ້ນັບມື້ນັບພັດທະນາແບບຍືນຍົງ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.