ການນໍານະຄອນຮ່າໂນ້ຍ ຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມນະຄອນຫຼວງວຽງຈັນ

08:24 | 20/06/2019

ຕອນເຊົ້າວັນທີ 18 ມິຖຸນາ, ທ່ານ ດ່າວດຶກຕວ່ານ ຮອງເລຂາພັກ ນະຄອນຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມນະຄອນຫຼວງວຽງຈັນ, ນໍາໂດຍທ່ານນາງ ສຸມາລີ ທໍາມະວົງ, ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ນະຄອນຫຼວງວຽງຈັນ.

ການນໍານະຄອນຮ່າໂນ້ຍ ຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມນະຄອນຫຼວງວຽງຈັນ

ທ່ານ ດ່າວດຶກຕວ່ານ ຮອງເລຂາພັກນະຄອນຮ່າໂນ້ຍ ຕ້ອນຮັບຄະນະຜູ້ແທນຄະນະຊາວໜຸ່ມນະຄອນຫຼວງວຽງຈັນ. (ພາບ: kinhtedothi.vn)

ທີ່ການຕ້ອນຮັບ, ທ່ານນາງ ສຸມາລີ ທໍາມະວົງ ໄດ້ລາຍງານຕໍ່ທ່ານ ດ່າວດຶກຕວ່ານ ກ່ຽວກັບໝາກຜົນການພົບປະ, ເຈລະຈາລະຫວ່າງຄະນະຊາວໜຸ່ມນະຄອນຮ່າໂນ້ຍ ແລະຄະນະຊາວໜຸ່ມນະຄອນຫຼວງວຽງຈັນ ໃນວັນທີ 17 ມິຖຸນາ. ສອງຝ່າຍໄດ້ຮ່ວມມື, ແລກປ່ຽນບົດຮຽນ, ຜັນຂະຫຍາຍບັນດາຂໍ້ຕົກລົງ ແລະຍົກອອກທິດທາງ, ໜ້າທີ່ໃນໄລຍະຈະມາເຖິງ. ບົນພື້ນຖານນັ້ນ, ຄະນະຊາວໜຸ່ມສອງນະຄອນຫຼວງ ຈະຜັນຂະຫຍາຍຫຼາຍເນື້ອໃນຮ່ວມມືປະກອບສ່ວນເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງຫວຽດນາມ ແລະລາວ.

ຕ່າງໜ້າການນໍານະຄອນ, ທ່ານ ດ່າວດຶກຕວ່ານ ຢືນຢັນວ່າ, ໃນສາຍພົວພັນສະໜິດຕິດພັນລະຫວ່າງສອງປະເທດ ຫວຽດນາມ-ລາວ ມີການປະກອບສ່ວນບໍ່ໜ້ອຍຂອງໄວໜຸ່ມສອງນະຄອນຫຼວງ, ພ້ອມທັງຕີລາຄາສູງໝາກຜົນສາຍພົວພັນຮ່ວມມືລະຫວ່າງຄະນະຊາວໜຸ່ມສອງນະຄອນຫຼວງໃນໄລຍະຜ່ານມາ.

ຄຽງຂ້າງທ່າແຮງກ່ຽວກັບວຽກງານຊາວໝຸ່ມ, ທ່ານ ດ່າວດຶກຕວ່ານ ປາດຖະໜາວ່າ ວຽກງານສົມທົບກັນລະຫວ່າງໄວໜຸ່ມສອງນະຄອນຫຼວງນັບມື້ນັບໄດ້ຮັບການຍົກສູງ. ສອງຝ່າຍເພີ່ມທະວີການຮ່ວມມື, ຍົກສູງປະສິດທິຜົນວຽກງານກໍ່ສ້າງພະນັກງານ, ໜູນຊ່ວຍວິສາຫະກິດໜຸ່ມ, ເສີມຂະຫຍາຍສີສັນວັດທະນະທໍາຊົນເຜົ່າ, ມີການພົບປະແລກປ່ຽນ, ຖອດຖອນບົດຮຽນເປັນປະຈໍາ ເພື່ອພ້ອມກັນພັດທະນາ.

ໂອກາດນີ້, ຕາງໜ້າການນໍານະຄອນ, ທ່ານ ດ່າວດຶກຕວ່ານ ໄດ້ມອບຂອງຂວັນເປັນທີ່ລະນຶກໃຫ້ຄະນະຜູ້ແທນຄະນະຊາວໜຸ່ມນະຄອນຫຼວງວຽງຈັນ.

(ແຫຼ່ງ​ຂໍ້​ມູນ​: ເຈິ່ນຮວ່ຽນ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.