ການພົບປະແລກປ່ຽນມິດຕະພາບຫວຽດນາມ - ລາວ ຢູ່ແຂວງບັກນີງ

00:54 | 15/05/2019

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 70 ປີ ວັນມູນເຊື້ອທະຫານອາສາສະໝັກຫວຽດນາມ - ລາວ (30/10/1949-30/10/2019) ແລະ ປີໃໝ່ຫວຽດນາມ, ໃນວັນທີ 15 ມີນາ, ສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ຄະນະປະສານງານອາດີດທະຫານອາສາສະໝັກ ແລະ ອາດີດຊ່ຽວຊານທະຫານຫວຽດນາມ ທີ່ໄດ້ມີການສົມທົບໃນການຈັດງານພົບປະແລກປ່ຽນກັບສະຖານທູດ ສປປ ລາວ ປະຈໍາ ຫວຽດນາມ ທີ່ ແຂວງບັກນີງ ສສ ຫວຽດນາມ.

ການພົບປະແລກປ່ຽນມິດຕະພາບຫວຽດນາມ - ລາວ ຢູ່ແຂວງບັກນີງ

ທ່ານ ເຈີ່ນ ວັນ ຕີວ

ທີ່ງານພົບປະ, ທ່ານ ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ເຈີ່ນ ວັນ ຕີວ ໄດ້ສະຫຼຸບຜົນສໍາເລັດໃນການເຄື່ອງໄຫວວຽກງານຂອງສະມາຄົມມິດຕະພາບຫວຽດນາມ - ລາວໃນປີ 2018, ໂດຍສະເພາະແມ່ນການບໍລິຈາກຊ່ວຍເຫຼືອປະຊາຊົນລາວໃນເຫດການເຂື່ອນໄຟຟ້າແຕກຢູ່ແຂວງອັດຕະປື. ປີ 2019, ສະມາຄົມມິດຕະພາບຫວຽດນາມ - ລາວ ຈະສືບຕໍ່ໃນການຈັດຕັ້ງປະຕິບັດກິດຈະກໍາຕ່າງໆທີ່ມີຄວາມໝາຍ, ໂດຍສະເພາະແມ່ນການສະເຫຼີມສະຫຼອງຄົບຮອບ 70 ປີ ວັນມູນເຊື້ອທະຫານອາສາສະໝັກຫວຽດນາມ - ລາວ.

ທ່ານ ເຈີ່ນ ວັນ ຕີວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ສະຖານທູດ ສປປ ລາວ ປະຈໍາ ສສ ຫວຽດນາມ ແລະ ອາດີດຊ່ຽວຊານທະຫານຫວຽດນາມ, ອາດີດທະຫານອາສາສະໝັກ, ບັນດາອົງການ, ອົງການການຈັດຕັ້ງ, ວິສາຫະກິດ ທີ່ໄດ້ມີການປະສານສົມທົບຢ່າງໃກ້ຊິດໃນບັນດາເຄື່ອນໄຫວວຽກງານຂອງສະມາຄົມມິດຕະພາບຫວຽດນາມ - ລາວ, ທ່ານ ເຈີ່ນ ວັນ ຕີວ ມີຄວາມມຸ່ງຫວັງປາດຖະໜາວ່າສະມາຄົມມິດຕະພາບຫວຽດນາມ - ລາວ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ສະໜັບສະໜຸນໃນການຈັດຕັ້ງປະຕິບັດວຽກງານດ້ານມິດຕະພາບປະຊາຊົນຫວຽດນາມ - ລາວ ໃນເວລາຕໍ່ໜ້າ.

ການພົບປະແລກປ່ຽນມິດຕະພາບຫວຽດນາມ - ລາວ ຢູ່ແຂວງບັກນີງ

ທ່ານ ເອກອັກຄະລັດຖະທູດ ທອງສະຫວັນ ພົມວິຫານ ແລະ ທ່ານ ພົນຈັດຕະວາ ຮວີ່ງ ດັກ ເຮືອງ

ທີ່ງານພົບປະ, ທ່ານ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ສສ ຫວຽດນາມ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ພັກ, ລັດ ແລະ ປະຊາຊົນ ສສ ຫວຽດນາມ ໃນການສະຫນັບສະຫນູນ, ຊ່ວຍເຫຼືອ ສປປ ລາວ ໃນຕະຫຼອດເວລາຜ່ານມາ. ທ່ານ ທອງສະຫວັນ ພົມວິຫານ ຍັງເນັ້ນໜັກວ່າ ສປປ ລາວ ຈະສືບຕໍ່ປົກປັກຮັກສາສາຍພົວພັນມິດຕະພາບອັນເປັນພິເສດລະຫວ່າງ ລາວ ແລະ ຫວຽດນາມ.

ທ່ານ ທອງສະຫວັນ ພົມວິຫານ ກໍ່ໄດ້ຢືນຢັນວ່າ ສະຖານທູດ ສປປ ລາວ ປະຈໍາ ສສ ຫວຽດນາມ ຈະເປັນຂົວຕໍ່ລະຫວ່າງສະມາຄົມມິດຕະພາບຫວຽດນາມ - ລາວ, ຄະນະປະສານງານອາດີດທະຫານອາສາສະໝັກ, ອາດີດຊ່ຽວຊານທະຫານຫວຽດນາມ ແລະ ອົງການທີ່ກ່ຽວຂ້ອງຂອງ ສປປ ລາວ ໃນການຮັດແໜ້ນການພົວພັນມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.