ລອງແທ່ງ ມອບເງິນເຂົ້າກອງທຶນພັດທະນາເສດຖະກິດນັກຮົບເກົ່າ

11:14 | 21/04/2019

ອາທິດແລ້ວພິ­ທີ​ມອບ​ເງິນ​ສະ­ໜັບ­ສະ­ໜູນ 450.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 3,82 ຕື້​ກີບ ເຂົ້າ​ກອງ​ທຶນ​ພັດ­ທະ­ນາ​ເສດ­ຖະ­ກິດ​ນັກ­ຮົບ​ເກົ່າ​ແຫ່ງ​ຊາດ ຈັດ​ຂຶ້ນ​ຢູ່​ສະ­ຫະ­ພັນ​ນັກ­ຮົບ​ເກົ່າ​ແຫ່ງ​ຊາດ.

ລອງແທ່ງ ມອບເງິນເຂົ້າກອງທຶນພັດທະນາເສດຖະກິດນັກຮົບເກົ່າ

ລອງແທ່ງ ມອບເງິນເຂົ້າກອງທຶນພັດທະນາເສດຖະກິດນັກຮົບເກົ່າ

ອາທິດແລ້ວພິ­ທີ​ມອບ​ເງິນ​ສະ­ໜັບ­ສະ­ໜູນ 450.000 ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 3,82 ຕື້​ກີບ ເຂົ້າ​ກອງ​ທຶນ​ພັດ­ທະ­ນາ​ເສດ­ຖະ­ກິດ​ນັກ­ຮົບ​ເກົ່າ​ແຫ່ງ​ຊາດ ຈັດ​ຂຶ້ນ​ຢູ່​ສະ­ຫະ­ພັນ​ນັກ­ຮົບ​ເກົ່າ​ແຫ່ງ​ຊາດ ກ່າວ​ມອບ​ໂດຍ​ທ່ານ ເລ ຮຸຍ ກວ່າງ ຮອງ​ປະ­ທານ​ສະ­ພາ​ບໍ­ລິ­ຫານ​ບໍລິ­ສັດ​ຫຸ້ນ​ສ່ວນ​ລົງ­ທຶນ ແລະ ທຸ­ລະ​ກິດ​ກ໊ອ​ຟລອງ​ແທ່ງ ທັງ​ເປັນ​ອຳ­ນວຍ​ການ​ບໍ­ລິ­ສັດ KN ກຣຸບ ແລະ ກ່າວ​ຮັບ​ໂດຍ​ທ່ານ ພົ​ຈວ ສົມ​ພອນ ແກ້ວ​ມີ​ໄຊ ປະທານ​ສະ­ຫະ­ພັນ​ນັກ­ຮົບ​ເກົ່າ​ແຫ່ງ​ຊາດ ມີ​ພະ­ນັກ­ງານ​ທີ່​ກ່ຽວ­ຂ້ອງ​ທັງ​ສອງ​ຝ່າຍ​ເຂົ້າ​ຮ່ວມ.

ທ່ານ ເລ ຮຸຍ ກວ່າງ ກ່າວ​ວ່າ: ເພື່ອ​ເປັນ​ການ​ລະ­ນຶກ​ເຖິງ ແລະ ການ­ສະ­ແດງ​ຄວາມ​ຮູ້​ບຸນ­ຄຸນ ເຖິງ​ບັນ­ດາ​ມິດ​ສະ­ຫາຍ​ຮ່ວມ​ຕໍ່­ສູ້​ໃນ​ກອງ­ທັບ​ປະ­ຊາ­ຊົນ​ລາວ ແລະ ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ທີ່​ຍາມ​ໃດ​ກໍ​ໃຫ້​ຄວາມ​ຊ່ວຍ­ເຫຼືອ​ປົກ​ປ້ອງ ອູ້ມ­ຊູ​ຄອບ­ຄົວ​ຂ້າ­ພະ­ເຈົ້າ​ໃນ​ໄລ­ຍະ​ການ​ປະ­ຕິ­ວັດ ແລະ ຕໍ່­ສູ້​ກູ້​ຊາດ​ເລື້ອຍ​ມາ ເຊິ່ງ​ເປົ້າ​ໝາຍ​ຂອງ​ກອງ​ທຶນ​ແມ່ນ​ເພື່ອ​ຊ່ວຍ­ເຫຼືອ​ບັນ­ດາ​ຄອບ­ຄົວ​ນັກ­ຮົບ​ເກົ່າ ຄອບ­ຄົວ​ທະ­ຫານ​ເສຍ​ອົງ­ຄະ ຄອບ­ຄົວ​ທະ­ຫານ​ຜູ້​ເສຍ­ສະ­ຫຼະ ແລະ ບຸກ­ຄົນ​ທີ່​ມີ​ຄຸນ­ງາມ­ຄວາມ­ດີ​ຕໍ່​ປະ­ເທດ​ຊາດ ເຊິ່ງ​ຍັງ​ພົບ​ສະ­ພາບ​ຄວາມ​ຫຍຸ້ງ­ຍາກ ຊ່ວຍ​ປະ­ກອບ­ສ່ວນ​ຫຼຸດ­ຜ່ອນ​ຄວາມ​ຫຍຸ້ງ­ຍາກ​ທາງ​ດ້ານ​ການ​ດຳ­ລົງ​ຊີ­ວິດ ສຳ­ລັບ​ພະ­ນັກ­ງານ ທະ­ຫານ ນັກ­ຮົບ​ເກົ່າ​ໃນ​ກຳ­ລັງ​ຂອງ​ກອງ­ທັບ​ປະ­ຊາ­ຊົນ​ລາວ.

ຂ້າ­ພະ­ເຈົ້າ​ຄາດ​ວ່າ ຖ້າ​ການ​ສະ­ໜັບ­ສະ­ໜູນ​ທຶນ​ຄັ້ງ​ນີ້ ຈະ​ສາ­ມາດ​ດຶງ​ດູດ​ການ​ຊ່ວຍ​ອຸ­ປະ­ຖຳ​ຢ່າງ​ຫຼວງ­ຫຼາຍ​ຕື່ມ​ອີກ ຈາກ​ບັນ­ດາ​ພາກ­ສ່ວນ​ພາຍ​ໃນ​ສັງ­ຄົມ ເພື່ອ​ເຮັດ​ໃຫ້​ກອງ​ທຶນ​ນີ້​ນັບ​ມື້​ນັບ​ຂະ­ຫຍາຍ​ໃຫຍ່​ຂຶ້ນ​ເລື້ອຍໆ ສາ­ມາດ​ຊ່ວຍ­ເຫຼືອ​ບັນ­ດາ​ຄອບ­ຄົວ​ນັກ­ຮົບ​ເກົ່າ ແລະ ຄອບ­ຄົວ​ທີ່​ມີ​ສະ­ພາບ​ຫຍຸ້ງ­ຍາກ​ໄດ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ.

ໂອ­ກາດ​ນີ້ ທ່ານ ພົ​ຈວ ສົມ​ພອນ ແກ້ວ​ມີ​ໄຊ ກ່າວ​ສະ­ແດງ​ຄວາມ​ຂອບ­ໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່​ບໍ­ລິ­ສັດ​ຫຸ້ນ​ສ່ວນ​ລົງ­ທຶນ ແລະ ທຸ­ລະ​ກິດ​ກ໊ອ​ຟລອງ​ແທ່ງ ກໍ​ຄື ຄອບ­ຄົວ​ຂອງ​ທ່ານ ເລ ວັນ ກ໋ຽມ ຄະ­ນະ​ກຳ­ມະ­ການ​ປະ­ຈຳ​ສະ­ຫະ­ພັນ​ນັກ­ຮົບ​ເກົ່າ​ຫວຽດ­ນາມ ປະ­ທານ​ສະ­ພາ​ບໍ­ລິ­ຫານ​ບໍ­ລິ­ສັດ​ຫຸ້ນ​ສ່ວນ​ລົງ­ທຶນ ແລະ ທຸ­ລະ​ກິດ​ກ໊ອ​ຟລອງ​ແທ່ງ ປະ­ທານ​ສະ­ພາ​ບໍ­ລິ­ຫານ​ເຂດ​ເສດ­ຖະ­ກິດ​ສະ­ເພາະ​ລອງ​ແທ່ງ-ວຽງ​ຈັນ ທີ່​ຍາມ​ໃດ​ກໍ​ໃຫ້­ການ​ສະໜັບ­ສະ­ໜູນ​ອູ້ມ­ຊູ​ຕະ­ຫຼອດ​ມາ ແລະ ຂໍ​ໃຫ້​ເຊື່ອ​ໝັ້ນ​ວ່າ ພວກ​ຂ້າ­ພະ­ເຈົ້າ​ຈະ​ນຳ​ໃຊ້​ເງິນ​ຈຳ­ນວນ​ດັ່ງ­ກ່າວ ເຂົ້າ​ໃນ​ວຽກ​ງານ​ຢ່າງ​ມີ​ປະ​ສິດ­ທິ​ຜົນ ແລະ ເກີດ​ປະ­ໂຫຍດ​ສູງ​ສຸດ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.