ວັນບຸນນັກຮົບດອກຝາງແດງປີ 2022

19:27 | 21/08/2022

ຍສໝ-ວັນທີ 21 ສິງຫາ, ທີ່ຮ່າໂນ້ຍ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ໄດ້ຈັດຕັ້ງວັນ​ບຸນນັກຮົບດອກຝາງແດງປີ 2022.

ສະມາຄົມຊາວ​ຍີ່ປຸ່ນ​ຮັກ​ຫວຽດນາມ ມອບ​ຂອງຂວັນ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ແຂວງ ນິງບິ່ງ ສະມາຄົມຊາວ​ຍີ່ປຸ່ນ​ຮັກ​ຫວຽດນາມ ມອບ​ຂອງຂວັນ​ໃຫ້​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຢູ່​ແຂວງ ນິງບິ່ງ
EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022 EuroCham ຫວຽດນາມ ຈັດ “ເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022” ໃນທ້າຍເດືອນ ພະຈິກ 2022
ວັນບຸນນັກຮົບດອກຝາງແດງປີ 2022
ວັນ​ບຸນນັກຮົບດອກຝາງແດງ

ວັນ​ບຸນ “ນັກຮົບດອກຝາງແດງ” ປີ 2022 ຂັ້ນ​ສູນ​ກາງ​ ໄດ້​ຈັດ​ຂຶ້ນ​ຢູ່ ​ຮ່າ​ໂນ້ຍ, ​ເກີນເທີ, ຝູ້​ອ່ຽນ. ຄຽງຂ້າງນັ້ນ, ແຕ່ລະແຂວງ, ຄະນະຊາວໜຸ່ມນະຄອນ ຕ້ອງຄັດເລືອກຫົວໜ່ວຍຈັດຕັ້ງຈຸດຂັ້ນແຂວງຢ່າງໜ້ອຍແມ່ນ 01 ຫົວໜ່ວຍ ເພື່ອໂຄສະນາເຜີຍແຜ່ຄວາມໝາຍຂອງວັນ​ບຸນ.

ວັນ​​ບຸນ​ເພື່ອ​ແນ​ໃສ່​ເສີມຂະຫຍາຍ​ຈິດ​ໃຈ​ປະຈັນບານ, ອາສາ​ສະໝັກ​ຂອງ​ບັນດາ​ສະມາຊິກ​ ເຊິ່ງ​ແມ່ນ​ຄູ​ສອນ​ໜຸ່ມ, ນັກຮຽນຂອງບັນດາໂຮງຮຽນມັດທະຍົມ, ສູນ​ວິຊາອາຊີບ - ສູນການສຶກສາຕໍ່ເນື່ອງໃນການເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ​ແກ້​ໄຂ​ບັນດາ​ບັນຫາ​ທີ່​ສັງຄົມພວມມີຄວາມສົນໃຈ; ສ້າງ​ຊົນນະບົດ​ໃໝ່, ​ຕົວເມືອງສີວິໄລ; ຮັບປະກັນຄວາມສະຫງົບປອດໄພສັງຄົມ.

ພ້ອມ​ກັນ​ນັ້ນ, ກໍສ້າງ​ສະພາບ​ແວດ​ລ້ອມ​ໃຫ້ແກ່​ສະມາຊິກ​, ​ໄວ​ໜຸ່ມ​ໄດ້ຝຶກຝົນຫຼໍ່ຫຼອມ, ອຸທິດ​ຕົນ ​ແລະ ​ເຕີບ​ໃຫຍ່; ສຶກສາ​ຄຸນສົມບັດ​, ວິຖີ​ຊີວິດ​ດ້ານ​ວັດທະນະທຳ, ປະກອບສ່ວນ​ເຂົ້າໃນການສ້າງໃຫ້ລຸ້ນ​​ໜຸ່ມ​ດຳລົງ​ຊີວິດ​ເປັນຢ່າງດີ, ມີ​ຈັນຍາບັນ, ມີສະຕິ​ປັນຍາ, ສຸຂະພາບ​ດີ, ມີທັກສະປະຕິບັດຕໍ່​ສັງຄົມ, ປະກອບສ່ວນ​ເຂົ້າໃນພາລະກິດສ້າງສາ ​ແລະ ປົກປັກຮັກສາ​ປະ​ເທດ​ຊາດ.

ໂດຍກ່າວ​ຄຳ​ເຫັນ​ທີ່​ວັນ​​ບຸນ, ທ່ານ​ເລຂາ​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ, ປະທານ​ສະຫະພັນຊາວ​ໜຸ່ມ ​ຫວຽດນາມ ຫງວຽນ​ຫງອກ​ເລືອງ ​ໃຫ້​ຮູ້​ວ່າ ເຊິ່ງນອນໃນ​ບັ້ນຮົບ​​ຊາວ​ໜຸ່ມ​ອາສາ​ສະໝັກ​ລະດູ​ຮ້ອນ, ປີ 2022, ບັ້ນຮົບ​​ອາສາ​ສະໝັກດອກຝາງແດງ ຈະ​ສືບ​ຕໍ່ໄດ້​ຜັນ​ຂະຫຍາຍເຖິງ​ບັນດາ​ສະມາຊິກ​, ຊາວໜຸ່ມທີ່ເປັນຄູ​ສອນ​ໜຸ່ມ, ນັກຮຽນ​ຂອງບັນດາໂຮງຮຽນມັດທະຍົມ, ສູນ​ວິຊາອາຊີບ, ສູນການສຶກສາຕໍ່ເນື່ອງ, ເພື່ອແນໃສ່ເສີມຂະຫຍາຍ​ຈິດ​ໃຈ​ປະຈັນບານ, ອາສາ​ສະໝັກໃນການເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ - ສັງຄົມ; ສ້າງ​ຊົນນະບົດ​ໃໝ່, ​ຕົວເມືອງ​ສີວິໄລ; ຮັບປະກັນຄວາມສະຫງົບປອດໄພສັງຄົມ. ຄະນະ​ເລຂາ​ຄະນະ​ຊາວ​ໜຸ່ມ​ສູນ​ກາງ ​ເຊື່ອ​ໝັ້ນ​ວ່າ ແຕ່ລະນັກ​ຮົບດອກຝາງແດງ ຈະເສີມຂະຫຍາຍຈິດໃຈປະຈັນບານຢ່າງມີປະສິດທິຜົນ, ມີບັນຍາກາດ ແລະ ຈິດໃຈເມື່ອໃດກໍກຽມ​ພ້ອມ ​ແລະ ເຕັມໄປດ້ວນຄວາມຟົດຟື້ນ​ຂອງ​ໄວໜຸ່ມ​, ເຂົ້າ​ຮ່ວມ​​ປະຕິບັດ​ບັນດາ​ໂຄງການແທດຈິງ ​ແລະ ວຽກ​ງານ​ທີ່​ມີ​ຄວາມ​ໝາຍຢ່າງຕັ້ງໜ້າ, ສະ​ແດງ​ຄວາມ​ຮັບຜິດຊອບ​ຕໍ່​ຊຸມຊົນ - ສັງຄົມ.

ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງ​ວັນ​ບຸນ ​ລວມ​ມີ: ​ໂຄງການ “​ແນະນຳ​ເຄື່ອງ​ດົນຕີ​ຊົນ​ເຜົ່າ​ໃຫ້​ບັນດາ​ໂຮງຮຽນ​ມັດທະຍົມ”; ຮູບແບບ "ຫ້ອງຮຽນເປັນມິດ"; ສະຫນາມຫຼິ້ນທ້າຍອາທິດສໍາລັບເດັກນ້ອຍ "ພາສາອັງກິດແມ່ນອະນາຄົດ"; ວາລະພິພາກສາຂອງສານແບບສົມມຸດຖານ “ສ້າງຄວາມຮັກແບບໝູ່ເພື່ອນທີ່ດີງາມ – ເວົ້າ “ບໍ່”ກັບການໃຊ້ຄວາມຮຸນແຮງໃນໂຮງຮຽນ”…

ຫອມມາລາ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.