ພິທີປະດັບຫຼຽນໄຊມິດຕະພາບໃຫ້ແກ່ແມ່ຍິງອາເມລິກາ

08:45 | 17/04/2019

ຍສໝ - ທ່ານນາງ Susan Hammod (ເປັນລູກສາວຂອງນັກຮົບເກົ່າອາເມລິກາ), ເປັນຜູ້ສ້າງຕັ້ງທັງເປັນ ຜູ້ອໍານວຍການຂອງອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ (WLP) ຢູ່ຫວຽດນາມ.

ພິທີປະດັບຫຼຽນໄຊມິດຕະພາບໃຫ້ແກ່ແມ່ຍິງອາເມລິກາ

ພິທີປະດັບຫຼຽນໄຊມິດຕະພາບໃຫ້ແກ່ແມ່ຍິງອາເມລິກາ. ພາບ: TTXVN

ວັນທີ 16 ເມສາ, ທີ່ຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານນາງ Susan Hammod (ສັນຊາດອາເມລິກາ) ທັງເປັນ ຜູ້ອໍານວຍການຂອງອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ War Legacies Project (WLP) ຢູ່ຫວຽດນາມ.

ກ່າວຄໍາເຫັນທີ່ພິທີ, ທ່ານນາງ ຫງວຽນເຟືອງງາ ຢືນຢັນວ່ານີ້ແມ່ນໜຶ່ງໃນລາງວັນທີ່ສູງສົ່ງທີ່ສຸດ ຂອງປະເທດ ສສຫວຽດນາມ ທີ່ສະຫງວນໃຫ້ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນມິດຕະພາບລະຫວ່າງຫວຽດນາມ ແລະ ບັນດາປະເທດໃນໂລກ.

ທີ່ພິທີດັ່ງກ່າວ, ທ່ານນາງ ຫງວຽນເຟືອງງາ ໄດ້ຕີລາຄາວ່າ “ໃນຕະຫຼອດໄລຍະເວລາກວ່າ 20 ປີ ຜ່ານມາ, ບັນດາໂຄງການໂດຍທ່ານນາງ Susan ແລະ ອົງການ WLP ສ້າງຂຶ້ນ ແລະ ຈັດຕັ້ງປະຕິບັດ, ບໍ່ພຽງແຕ່ນໍາມາເຊິ່ງບັນດາການຊ່ວຍໜູນອັນແທດຈິງໃຫ້ແກ່ຜູ້ຊົມໃຊ້ຜົນປະໂຫຍດເທົ່ານັ້ນ, ຫາກຍັງມີຄວາມໝາຍພິເສດໃນການຮໍາບາດແຜສົງຄາມອີກດ້ວຍ".

(ໄຊພອນ)

ເຫດການ
302 Found

Found

The document has moved here.