ຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ.

17:01 | 30/09/2019

ຍສໝ - ໃນຂອບເຂດການຢ້ຽມຢາມແຫ່ງ ສປປ. ລາວ, ຕອນເຊົາວັນທີ 29 ເດືອນກັນຍາ, ປະທານສະພາແຫ່ງຊາດ ຫວຽດນາມ ທ່ານນາງ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດ ຫວຽດນາມ ໄດ້ມີການຢ້ຽມຢາມ ແລະ ກວດກາໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ທີ່ກຳລັງໄດ້ສ້າງຢູ່ສະໜາມຫຼວງທາດຫຼວງ, ສູນກາງຂອງນະຄອນຫຼວງວຽງຈັນ.

ລາຍງານກັບປະທານສະພາແຫ່ງຊາດ ກ່ຽວກັບຕົວຈິງການຜັນຂະຫຍາຍໂຄງການ, ທ່ານ ເລກ່ວາງຫູ່ງ ຮອງລັດຖະມົນຕີ ກະຊວງກໍ່ສ້າງ ໃຫ້ຮູ້ວ່າ ພາຍຫຼັງໜຶ່ງປີຂອງການດຳເນີນການກໍ່ສ້າງ, ສ່ວນພື້ນຖານຂອງສຳນັກງານໄດ້ຮັບການສຳເລັດ ແລະ ບັນດາລາຍການຕ່າງໆກຳລັງເຂົ້າສູ່ໄລຍະທີ່ຍອດຍິ່ງ ແລະ ໄດ້ບັນດາຫົວໜ່ວຍຕິດຕາມກວດກາຂອງຫວຽດນາມ ແລະ ຍີ່ປູ່ນຕີລາຄາວ, ຮັບປະກັນຄຸນນະພາບຕາມມາດຕະຖານເຕັກນິກ. ປັດຈຸບັນ,​ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຂອງສອງປະເທດໄດ້ປະສານສົມທົບຢ່າງແໜ້ນແຟ້ນ, ຕັ້ງເປົ້າໝາຍຈະສຳເລັດ ແລະ ນຳໃຊ້ຫໍສະພາແຫ່ງຊາດໃໝ່ຂອງລາວ ໃນທ້າຍປີ 2020.

ຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ກວດກາບັນດາສິ່ງກໍ່ສ້າງຂອງສະພາແຫ່ງຊາດລາວ. (ພາບ: quochoi.vn)

ຜູ້ບັນຊາການທະຫານເຂດ 11, ກະຊວງປ້ອງກັນປະເທດ, ທ່ານພົນຈັດຕະວາ ຫງວຽນກ໋ວກຢູ໋ງ ໃຫ້ຮູ້ວ່າ, ກອງພົນທີ 11 ໄດ້ຜັນຂະຫຍາຍການກໍ່ສ້າງສະພາແຫ່ງຊາດລາວ ດ້ວຍຄວາມຕັດສິນໃຈດ້ານການເມືອງສູງສຸດ, ຖັນແຖວກຳມະກອນທີ່ມີຄວາມຊຳນານງານເກັ່ງທີ່ສຸດ ແລະ ອຸປະກອນກໍ່ສ້າງ, ເຕັກໂນໂລຢີທີ່ທັນສະໄໝ, ຂະບວນການຄວບຄຸມຄຸນນະພາບຢ່າງເຄັ່ງຄັດ.

ກ່າວຄຳປາໄສຫຼັງຈາກການຢ້ຽມຢາມ, ປະທານສະພາແຫ່ງຊາດຫວຽດນາມ ທ່ານນາງ ຫງວຽນທິກິມເງິນ ໄດ້ແຈ້ງວ່າ ຫວຽດນາມ ແລະ ລາວ ເປັນໝູ່ເພື່ອນທີ່ສັດຊື່, ເປັນສະຫາຍອ້າຍນ້ອງຢ່າງສະໜິດສະໜົມ ໃນຂະບວນຕໍ່ສູ້ຍາດເອກະລາດຊົນເຜົ່າ, ໃນຂະບວນສ້າງສາ ແລະ ປົກປັກຮັກສາປະເທດຊາດປະຈຸບັນ. ສາຍພົວພັນລະຫວ່າງຫວຽດນາມ ແລະ ລາວ ແມ່ນສາຍພົວພັນທີ່ເປັນແບບຢ່າງ, ເປັນຊັບສິນທີ່ລ້ຳຄ່າທີ່ທຸກຄົນຕ້ອງນັບຖື ແລະ ຮັກສາໄວ້. ປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກິມເງິນ ສະເໜີ ໃຫ້ບັນດາຫົວໜ່ວຍ ທີ່ກ່ຽວຂ້ອງບັນດາຫົວໜ່ວຍບາງເນື້ອໃນທີ່ດີໃນບົດບັນທຶກລົງນາມຢ່າງໃຫ້ດີ ເພື່ອໂຄງການໄດ້ສຳເລັດຕາມຄວາມຄືບໜ້າ, ຮັບປະກັນຄຸນນະພາບ, ມີປະສິດທິຜົນ, ສົມເປັນໂຄງການສັນຍະລັກແທນສາຍພົວພັນສອງປະເທດ. ນີ້ແມ່ນຂອງຂວັນຂອງພັກ,​ລັດ ແລະ ປະຊາຊົນຫວຽດນາມ ມອບໃຫ້ພັກ, ລັດ ແລະ ປະຊາຊົນລາວ, ສະນັ້ນຈຶ່ງຕ້ອງໄດ້ສຳເລັດຢ່າງໄວທີສຸດ, ເປັນສັນຍະລັກຢ່າງຍິ່ງໃຫຍ່, ສາມັກຄີພິເສດ ແລະ ຮ່ວມມືທຸກດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.

ຮັບປະກັນຄວາມຄືບໜ້າ, ຄຸນນະພາບຂອງໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກັບຄະນະບໍລິຫານ, ພະນັກງານ ແລະ ກຳມະກອນທີ່ ກຳລັງສ້າງໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ. (ພາບ: TTXVN)

ປະທານສະພາແຫ່ງຊາດ ທ່ານນາງ ຫງວຽນທິກິມເງິນ ກໍ່ໄດ້ສະເໜີວ່າ ໃນໄລຍະກໍ່ສ້າງໂຄງການ, ການນຳຂອງກອງພົນທີ 11 ຄວນເຊື່ອມຊຶມຢ່າງເລິກເຊິ່ງເຖິງພະນັກງານ, ກຳມະກອນທຸກຄົນຕ້ອງປະຕິບັດຕາມກົດໝາຍ, ຮີດຄອງປະເພນີ, ການປະຕິບັດວັດທະນະທຳ ຂອງ ປະເທດລາວ.

(ຄໍາຮຸ່ງ)

302 Found

Found

The document has moved here.