ລັດຖະບານລາວມອບຫລຽນໄຊອິດສະຫລະຊັ້ນ I ໃຫ້ຂ່າວສານຫວຽດນາມ

00:54 | 13/05/2019

ລັດຖະບານແຫ່ງ ສປປ ລາວ ປະດັບຫລຽນໄຊໃຫ້ບຸກຄົນ ແລະ ກົມ​ກອງ​ລວມໝູ່​ຂອງ​ສຳນັກ​ຂ່າວສານ​ຫວຽດນາມໃນໂອກາດສະເຫລີມສະຫລອງຂ່າວສານປະເທດລາວຄົບຮອບ 50 ປີ (06/01/1968-06/01/2018).

ລັດຖະບານລາວມອບຫລຽນໄຊອິດສະຫລະຊັ້ນ I ໃຫ້ຂ່າວສານຫວຽດນາມ

ສະຫາຍ ບໍ່ແສງຄຳ ວົງດາລາ ມອບຫລຽນໄຊອິດສະຫລະຊັ້ນ II ໃຫ້ສະຫາຍ ຫງວຽນ ດຶກ ເລີ້ຍ

ລັດຖະບານແຫ່ງ ສປປ ລາວ ປະດັບຫລຽນໄຊໃຫ້ບຸກຄົນ ແລະ ກົມ​ກອງ​ລວມໝູ່​ຂອງ​ສຳນັກ​ຂ່າວສານ​ຫວຽດນາມໃນໂອກາດສະເຫລີມສະຫລອງ ຂ່າວສານປະເທດລາວຄົບຮອບ 50 ປີ (06/01/1968-06/01/2018) ທີ່ໄດ້ທຸ້ມ​ເທ​ທາງ​ດ້ານ​ເຫື່ອ​ແຮງສະຕິ​ປັນຍາ​ຂອງ​ຕົນປະກອບສ່ວນ​ເຂົ້າ​ໃນ​ ການ​ພັດທະນາ​ຂ່າວສານ​ປະ​ເທດ​ລາວ​ດ້ວຍ​ການ​ໃຫ້​ຄວາມຮ່ວມມື ແລະ ຊ່ວຍເຫລືອທາງດ້ານວິຊາການດ້ານຂ່າວ, ເຕັກນິກ ແລະ ວັດຖຸອຸປະກອນ ຮັບໃຊ້ລະບົບສື່ສານ, ຂໍ້ມູນຂ່າວສານ ແລະ ອື່ນໆ ໃຫ້ສຳນັກຂ່າວສານປະເທດລາວຕະຫລອດມາ. ພິທີມອບ-ຮັບຫລຽນດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2019 ນີ້ທີ່ ສສ.ຫວຽດນາມ ໂດຍຕາງໜ້າພັກ-ລັດຖະບານແຫ່ງ ສປປ ລາວ, ສະຫາຍ ບໍ່ແສງຄຳ ວົງດາລາ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດມອບຫລຽນໄຊອິດສະຫລະຊັ້ນ II ໃຫ້ ສະຫາຍ ຫງວຽນ ດຶກ ເລີ້ຍ ກຳມະການສູນກາງພັກກອມມູນິດ ຫວຽດນາມ, ຜູ້ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ, ກົມກອງລວມໝູ່ 1 ໜ່ວຍ ແລະ ໄດ້ຍ້ອງຍໍ​ຂັ້ນ​ຫລຽ​ນ​ໄຊ​ແຮງ​ງານ​ຊັ້ນ III ​ຈຳນວນ 8 ໜ່ວຍ, ພ້ອມສະຫາຍ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວ ແລະ ຄະນະນໍາກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວນີ້, ສະຫາຍ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວກໍໄດ້ກ່າວສະແດງຄວາມຂອບໃຈ, ຊົມເຊີຍ ແລະ ຕີ​ລາຄາ​ສູງ​ຕໍໍ່ການ​ຮ່ວມ​ມື ລະຫວ່າງ ສຳ​ນັກ​ຂ່າວສານ​ປະ​ເທດ​ລາວ ​ແລະ ສຳນັກ​ຂ່າວສານ​ຫວຽດນາມຕະຫລອດ​ໄລຍະ 50 ປີ ຜ່ານ​ມາຖື​ວ່າສອງ​ສຳນັກ​ໄດ້​ໃຫ້ການ​ຮ່ວມ​ມືຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນຕະຫລອດ​ມາ, ໂດຍນັບ​ແຕ່ຊຸມ​ປີ 1960 ​​ສຳນັກ​ຂ່າວສານ​ຫວຽດນາມ​​ໄດ້​ສົ່ງ​ພະນັກງານນັກ​ຂ່າວ, ​ເຕັກນິກ ແລະ ວັດຖຸ​ອຸປະກອນຮັບໃຊ້ມາ​ຊ່ວຍ​ເຫລືອ​ວຽກ​ງານ ​ຂ່າວສານ​ຂອງ​ພວກ​ເຮົາ, ​ຊ່ວຍ​ສ້າງ​ບຸກຄະລາ​ກອນ ແລະ ​ເຮັດ​ໃຫ້​ສຳນັກ​ຂ່າວສານ​ປະ​ເທດ​ລາວຖືກສ້າງ​ຕັ້ງ​ຂຶ້ນ​​​ໃນ​ວັນ​ທີ 6 ມັງກອນ 1968, ​ໄດ້​ເປັນ​ບາດກ້າວ​ໃໝ່​ໃນ​ການ​ຮ່ວມ​ມື​ລະຫວ່າງສຳນັກ​ຂ່າວສາ​ນປະ​ເທດ​ລາວ​ ​ແລະ ສຳນັກ​ຂ່າວສານ​ຫວຽດນາມ​, ​ໂດຍ​ສະ​ເພາະ​​ແມ່ນການ​ນຳ​ເອົາ​ຂ່າວ, ໝາກຜົນ​ຂອງ​ການ​ຕໍ່ສູ້​ກູ້​ຊາດ, ການ​ເຄື່ອນ​ໄຫວ​ຂອງ​ຜູ້ນຳ, ກອງທັບ​ກໍຄື ພໍ່​ແມ່​ປະຊາຊົນລາວ​ເພື່ອ​ກະຈາຍ​ສູ່​​ໂລກ​ພາຍ​ນອກ​ໂດຍຜ່ານ​ສຳນັກ​ຂ່າວສານ​ຫວຽດນາມ, ນັ້ນ​ເປັນ​ຈຸດ​ເດັ່ນ​ທີ່​ພວກ​ເຮົາ​ບໍ່​ສາມາດ​ຫລົງ​ລືມ​ໄດ້.

ນອກ​ຈາກ​ນີ້, ຍັງ​ມີ​ຮູບ​ພາບ​ທີ່​​ໄດ້​ຖ່າຍ​ຈາກ​ເຫດການຕ່າງ​ໆໃນສະໜາມຮົບ ແລະ ການ​ເຄື່ອນ​ໄຫວຂອງ​ການ​ນຳ​ພັກ-ລັດກໍ​ຄື​ການ​ຕໍ່ສູ້​ຂອງ​ປະຊາຊົນໃນ​ແຕ່ລະບັ້ນ​ຮົບ ​ແລະ ​ໃນ​ແຕ່​ລະສະ​ໜາມຮົບທີ່ເປັນ​ມູນ​ມໍລະດົກ​ອັນ​ລ້ຳ​ຄ່າທີ່​ນັກ​ຂ່າວ​ຈາກສຳນັກຂ່າ​ວສານ​ຫວຽດນາມ​ໄດ້​​ໃຫ້ການຊ່ວຍ​ເຫລືອ ​ແລະ ​ໄດ້​ບັນທຶກ​ໄວ້, ຊຶ່ງ​ມາ​ຮອດ​ປັດຈຸ​ບັນ​ໄດ້​ມອບ​ໃຫ້​​ແກ່​ຂ່າວສານ​ປະ​ເທດ​ລາວ​ຈໍານວນ​ໜຶ່ງ ​ແລະ ພວກ​ເຮົາ​ກໍ່​ໄດ້​ນຳ​ໃຊ້​ ຢ່າງ​ມີ​ຄຸນ​ປະ​ໂຫຍ​ດ ​ໃນ​ການ​ໂຄສະນາ​ເຜີຍ​ແຜ່​ ຂໍ້​ມູນ​ຂ່າວສານ, ປະຫວັດ​ການ​ເຄື່ອນ​ໄຫວ​ຕ່າງ​ໆ ໃນ​ສ​ະ​ໄໜສົງຄາມໃຫ້​ແກ່​ຄົນ​ຮຸ່ນ​ຫລັງ​ໄດ້ສຶກສາ​ຮຽນ​ຮູ້. ໃນມື້ດຽວກັນນີ້, ກໍໄດ້ມີການພົບປະສອງຝ່າຍ ລະຫວ່າງ ສໍານັກຂ່າວສານປະເທດລາວ ແລະ ສໍານັກຂ່າວສານຫວຽດນາມເຊິ່ງທັງສອງຝ່າຍໄດ້ເຫັນດີ ເປັນເອກະພາບກັນ ຈະສືບຍົກສູງຄຸນນະພາບດ້ານແລກປ່ຽນຂໍ້ມູນຂ່າວສານ, ຊຸກຍູ້ບັນດາກິດຈະກໍາໂຄສະນາເຜີຍແຜ່ກ່ຽວກັບສາຍພົວພັນຮ່ວມມືແບບພິເສດ ລະຫວ່າງ ລາວ-ຫວຽດນາມ ກໍຄືປະເທດຊາດ ແລະ ປະຊາຊົນຂອງແຕ່ລະປະເທດໃຫ້ເຂັ້ມແຂງຂຶ້ນກວ່າເກົ່າ; ຂ່າວສານປະເທດລາວສືບຕໍ່ຊ່ວຍເຫລືອ ຂ່າວສານຫວຽດນາມຈໍາໜ່າຍໜັງສືພິມຮູບພາບຫວຽດນາມ (ເປັນພາສາລາວ) ຢູ່ລາວເພື່ອຍົກປະສິດທິຜົນໃນການໂຄສະນາການທູດ; ຂ່າວສານຫວຽດນາມໃຫ້ຄໍາໝັ້ນສັນຍາວ່າດ້ວຍຄວາມສາມາດຂອງຕົນເອງຈະສືບຕໍ່ຈັດຕັ້ງປະຕິບັດບັນດາໂຄງການກໍ່ສ້າງ, ຝຶກອົບຮົມແຕ່ລະໄລຍະໃຫ້ເໝາະສົມກັບສະພາບ. ການນໍາທັງສອງສໍານັກຂ່າວລາວ-ຫວຽດນາມມອບໃຫ້ພາກສ່ວນກ່ຽວຂ້ອງຂອງສອງສໍານັກຂ່າວສານສືບຕໍ່ປະສານສົບສົມທົບ ແລະ ເຮັດວຽກນໍາກັນເພື່ອເອກະພາບບັນດາເນື້ອໃນການຮ່ວມມືຢ່າງລະອຽດ ແລະ ອື່ນໆ.

ພາຍຫລັງສໍາເລັດການພົບປະສອງຝ່າຍ, ຄະນະນໍາສໍານັກຂ່າວສານປະເທດລາວນໍາໂດຍ ສະຫາຍ ສູນທອນ ຄັນທະວົງ ຜູ້ອໍານວຍການໃຫຍ່ສໍານັກຂ່າວສານປະເທດລາວໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຕອງ ທິ ຟອງ ກໍາມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

302 Found

Found

The document has moved here.