ລ້ານຊ້າງປະກັນໄພມອບໂຮງຮຽນໃຫ້ບ້ານຫ້ວຍຕົມມູນຄ່າ 370 ລ້ານກີບ

00:54 | 15/05/2019

ບໍລິສັດລ້ານຊ້າງປະກັນໄພມະຫາຊົນຮ່ວມກັບກອງທຶນມູນນິທິ ວັດທະນະທຳ ດີບີ ຄິມ ຈຸນກິ (DB Kim Jun Ki Cultural Foundation) ຈາກ ສ.ເກົາຫຼີ ໄດ້ມອບໂຮງຮຽນອະນຸບານ ພ້ອມອຸປະກອນຄົບຊຸດ, ສະໜາມເດັກຫຼິ້ນ ແລະ ສ້ອມແປງໂຮງຮຽນປະຖົມຫ້ວຍຕົມຄືນໃໝ່ທັງໝົດລວມມີການປ່ຽນຖ່າຍຫຼັງຄາໂຮງຮຽນ, ປ່ຽນເພດານພ້ອມພັດລົມ, ເທພື້ນໃໝ່, ແລະ ຕິດຕັ້ງໄຟຟ້າເຂົ້າອາຄານຮຽນທີ່ມີຢູ່ແລ້ວ ພ້ອມມອບອຸປະກອນການສຶກສາລວມມູນຄ່າ 370 ລ້ານກີບ.

ລ້ານຊ້າງປະກັນໄພມອບໂຮງຮຽນໃຫ້ບ້ານຫ້ວຍຕົມມູນຄ່າ 370 ລ້ານກີບ

ລ້ານຊ້າງປະກັນໄພມອບໂຮງຮຽນໃຫ້ບ້ານຫ້ວຍຕົມມູນຄ່າ 370 ລ້ານກີບ

ເມື່ອບໍ່ດົນຜ່ານມາ, ທີ່ບ້ານຫ້ວຍຕົມ ເມືອງສັງທອງ, ເພື່ອເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາພາຍໃນເມືອງດັ່ງກ່າວ, ໃຫ້ມີຄຸນນະພາບດີຂຶ້ນ. ໂດຍການກ່າວມອບຂອງທ່ານ ໂດ໋ ດັງ ຄ່າງ ຜູ້ອໍານວຍການໃຫຍ່ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ ແລະ ກ່າວຮັບໂດຍທ່ານ ນາງ ແກ້ວ ພົມມະລາດ ຮອງເຈົ້າເມືອງສັງທອງ, ໂດຍມີ ທ່ານ ແສງອາລຸນ ວົງພູທອນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫຼວງວຽງຈັນ; ມີຜູ້ຕາງໜ້າຈາກສະຖານທູດຫວຽດນາມປະຈໍາ ສປປ ລາວ, ກອງທຶນມູນນິທິວັດທະນະທໍາ ດີບີ ຄິມ ຈຸນ ກິ ,ພ້ອມດ້ວຍພະນັກງານ ຄູອາຈານ ນັກຮຽນ, ພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ. ໂຄງການສ້ອມແປງໂຮງຮຽນປະຖົມຫ້ວຍຕົມຄືນໃໝ່ ແລະ ກໍ່ສ້າງໂຮງຮຽນ ອະນຸບານ ບ້ານຫ້ວຍຕົມ ໄດ້ເລີ່ມປະຕິບັດມາແຕ່ວັນທີ 27 ທັນວາ 2018 ເປັນຕົ້ນມາ ແລະ ໄດ້ສໍາເລັດໃນວັນທີ 27 ກຸມພາ 2019; ຊຶ່ງມີຂະໜາດອາຄານໂຮງຮຽນ 8x42 ແມັດ ມີ 6 ຫ້ອງຮຽນ ແລະ ໂຄງການກໍ່ສ້າງໂຮງຮຽນອະນຸບານແມ່ນມີຂະໜາດ 8x15 ແມັດ ມີ 2 ຫ້ອງຮຽນ ໃນນັ້ນປະກອບອຸປະກອນຄົບຊຸດ.

ຈຸດປະສົງຫຼັກບໍລິສັດລ້ານຊ້າງປະກັນໄພ ແລະ ກອງທຶນມູນນິທິວັດທະນະທໍາ ດີບີ ຄິມ ຈຸນ ກິ ແມ່ນເພື່ອຕ້ອງການນໍາເອົາຄວາມຮັກ ແລະ ຄວາມເຫັນໃຈມາສູ່ພີ່ນ້ອງປະຊາຊົນ ແລະ ນັກຮຽນ, ນັກສຶກສາໃນທຸກພື້ນທີ່ ທີ່ທຸກຍາກຢູ່ໃນປະເທດລາວ. ທ່ານ ໂດ໋ ດັງ ຄ່າງ ກ່າວວ່າ: ພວກເຮົາໄດ້ມີຫຼາຍໂຄງການອາສາສະໝັກໃນໄລຍະຜ່ານ ມາ, ກັບແນວທາງທຸລະກິດປະກັນໄພເພື່ອປະຊາຊົນ, ຊຶ່ງເທື່ອນີ້ແມ່ນໄດ້ເລືອກເອົາໂຮງຮຽນປະຖົມຫ້ວຍຕົມເປັນສະຖານທີ່ ທີ່ມີພື້ນຖານໂຄງລ່າງຍັງພົບຄວາມຫຍຸ້ງຍາກຫຼາຍບັນຫາ ເພື່ອເປັນ ການແບ່ງເບົາຊ່ວຍເຫຼືອພໍ່ແມ່ປະຊາຊົນ ແລະ ນັກຮຽນ ແລະ ພິເສດຄັ້ງນີ້, ມີນັກສຶກສາຈາກ ສ. ເກົາຫຼີ ຈໍານວນ 20 ຄົນ ແລະ ຈາກມະຫາວິທະຍາໄລແຫ່ງຊາດ 10 ຄົນ ເຂົ້າຮ່ວມເຮັດກິດຈະກຳທີ່ໂຮງຮຽນປະຖົມຫ້ວຍຕົມ ເພື່ອທາສີ ປູກຕົ້ນໄມ້ ໃຫ້ກັບອາຄານໂຮງຮຽນອານຸບານ ສອງຫ້ອງ ຮຽນທີ່ ຫາກໍສໍາເລັດການກໍ່ສ້າງເພື່ອເພີ່ມຄວາມສົດໃສ ງາມຕາ ແລະ ເພີ່ມທັກສະ ກໍຄືໄດ້ ຈັດກິດຈະກໍາ ຮ່ວມກັບນັກຮຽນ, ຜ່ານການເຄື່ອນໄຫວດ່ັງກ່າວ ນັກສຶກສາ 2 ປະເທດ ໄດ້ມີໂອກາດເກັບ ກ່ຽວປະສົບການດໍາລົງຊີວິດ ສົນທະນາແລກປ່ຽນ ຄວາມຮູ້ຊຶ່ງກັນ ແລະ ກັນຕື່ມອີກ.

ທ່ານ ບຸນຮຽງ ສຸລິນທາ ອໍານວຍການໂຮງຮຽນປະຖົມຫ້ວຍຕົມກ່າວວ່າ: ໂຮງຮຽນປະຖົມຫ້ວຍຕົມເປັນກຽດຮັບເອົານຳ້ໃຈຊ່ວຍເຫຼືອຈາກບໍລິສັດລ້ານຊ້າງປະກັນໄພ ແລະ ກອງທຶນມູນນິທິວັດທະນະທໍາ ດີບີ ຄິມ ຈຸນ ກິ, ນັ້ນແມ່ນໂຮງຮຽນອະນຸບານຈໍານວນໜຶ່ງຫຼັງ ຊຶ່ງຂອງຂັວນອັນລໍ້າຄ່ານີ້ບໍ່ພຽງແຕ່ຊ່ວຍໃຫ້ຄູອາຈານຫຼຸດຜ່ອນຄວາມຫຍຸ້ງຍາກມີກໍາລັງໃຈສິດສອນ ແລະ ຊ່ວຍດຶງດູດໃຫ້ນັກຮຽນເອົາໃຈໃສ່ຕໍ່ການຮໍ່າຮຽນ, ສໍາລັບສົກຮຽນ 2018 - 2019 ໂຮງຮຽນປະຖົມຫ້ວຍຕົມມີ 6 ຫ້ອງ ມີນັກຮຽນ 102 ຄົນ ນັກຮຽນສ່ວນຫຼາຍມາຈາກຄອບຄົວທຸກຍາກ ມີສະພາບແວດລ້ອມທີ່ພົບຄວາມຫຍຸ້ງຍາກ ພື້ນຖານໂຄງລ່າງ ອຸປະກອນການສຶກສາຂອງນັກຮຽນຍັງຂາດເຂີນຫຼາຍຢ່າງ ບໍ່ມີໄຟຟ້າ ເຮັດໃຫ້ໂຮງຮຽນພົບກັບຫຼາຍຂໍ້ຫຍຸ້ງຍາກໃນການສິດສອນ ແລະ ຕາງໜ້າໃຫ້ນັກຮຽນຂໍສະແດງຄວາມຂອບໃຈເປັນຢ່າງສູງຕໍ່ກັບການມາຊ່ວຍເຫຼືອໃນຄັ້ງນີ້ ແລະ ຈະນຳໃຊ້ໂຮງຮຽນແຫ່ງນີ້ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ຫວັງຢ່າງຍິ່ງວ່າໃນອະນາຄົດຂ້າງໜ້າຈະໄດ້ຮັບການຊ່ວຍເຫຼືອຕື່ມອີກ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

302 Found

Found

The document has moved here.