ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວໃຫ້ໝັ້ນຄົງທະນົງແກ່ນ

13:05 | 23/10/2019

ຍສໝ - ກ່ວາ 2/3 ສັດຕະວັດຜ່ານມາ, ການພົວພັນແລະການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, 2 ແຂວງ ແທັງຫວ໋າ ແລະ ຫົວພັນ ຍາມໃດກໍ່ມີຄວາມແໜ້ນແຟ້ນ. ສາຍພົວພັນດັ່ງກ່າວໄດ້ຮັບການຢັ້ງຢືນຈາກພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ລາວ ວ່າເປັນ“ ຊັບສົມບັດອັນລ້ຳຄ່າ, ແມ່ນ ກຳລັງແຮງ ແລະ ແມ່ນປັດໃຈເພື່ອຮັບປະກັນໄຊຊະນະຂອງການປະຕິວັດຂອງແຕ່ລະປະເທດ”.

ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວໃຫ້ໝັ້ນຄົງທະນົງແກ່ນ

ຄະນະຜູ້ແທນທະຫານອາສາສະໝັກ ແລະ ຊ່ຽວຊານດ້ານການທະຫານຫວຽດນາມຊ່ວຍເຫຼືອລາວ ແຂວງແທັງຫວ໋າ ຢ້ຽມຢາມແຂວງຫຼວງພະບາງ (ສປປ ລາວ). (ຮູບພາບ: ເລ Reo)

ປີ 1930, ພັກກອມມູນິດອິນດູຈີນ ໄດ້ກຳເນີດເກີດຂື້ນ, ນຳພາຊົນຊັ້ນ ກຳມະກອນ ແລະ ປະຊາຊົນຜູ້ອອກແຮງງານຂອງສາມປະເທດອິນດູຈີນຕ້ານສັດຕູຮ່ວມກັນແມ່ນຈັກກະພັດລ່າເມືອງຂຶ້ນຝຣັ່ງ. ໃນໄລຍະຕົ້ນໆພາຍໃຕ້ການນຳພາຂອງອຳນາດການປົກຄອງອ້າຍລາວ ຂື້ນກັບ ພັກກອມມູນິດອິນດູຈີນ, ຄົນຫວຽດກ່ຽວ ຢູ່ ປະເທດລາວຫຼາຍຄົນ ໄດ້ເຂົ້າຮ່ວມຂະບວນການປະຕິວັດລາວຢ່າງຕັ້ງໜ້າ. ຕໍ່ກັບ ການພັດທະນາຢ່າງແຮງຂອງການປະຕິວັດຫວຽດນາມ - ລາວ ແລະ ຜົນງານທີ່ດີເລີດຂອງທະຫານຫວຽດນາມໃນການຊ່ວຍເຫຼືອລາວ, ວັນທີ 30 ຕຸລາ 1949, ຄະນະປະຈຳ ກຳມະການສູນກາງພັກກອມມູນິດອິນດູຈີນໄດ້ກຳນົດ : "ກອງກຳລັງທະຫານຂອງຫວຽດນາມຖືກສົ່ງໄປສູ້ຮົບເພື່ອຊ່ວຍເຫຼືອປະເທດລາວໃນການຈັດຕັ້ງລະບົບຂອງຕົນເອງ ແລະ ໃນນາມຂອງທະຫານອາສາສະໝັກ." ປີ 1950, ຢູ່ສະໜາມຮົບພາກກາງລາວ, ປະຕິບັດຕາມນະໂຍບາຍຂອງຄະນະກຳມະການສູນກາງພັກກອມມູນິດອິນດູຈີນ, ທ່ານ ຄຳໄຕ ສີພັນດອນ ແລະ ທ່ານ ຟ້າມ ວັນ ດົງ ໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ເປັນເອກະພາບກັນຈັດຕັ້ງ, ບັນດາມາດຕະການຊ່ວຍເຫຼືອເຊິ່ງກັນແລະກັນ ແລະ ກ້າວໄປເຖິງການຕໍ່ຕ້ານ-ຕ້ານພວກລ່າເມືອງຂຶ້ນຝຣັ່ງ. ຢູ່ພາກກາງຂອງປະເທດລາວ, ທະຫານເຂດ 4 ໄດ້ອອກຂໍ້ຕົກລົງສະເພາະກ່ຽວກັບວຽກງານການຊ່ວຍເຫຼືອປະເທດລາວ, ສົ່ງເສີມການກໍ່ສ້າງ ກຳລັງປະກອບອາວຸດທ້ອງຖິ່ນ, ເຕົ້າໂຮມ ແລະ ຂະຫຍາຍເຂດປົດປ່ອຍ. ຢູ່ພາກເໜືອ ລາວ, ບັນດາຮູບແບບການຊ່ວຍເຫຼືອແກ່ລາວແມ່ນ “ສົ່ງເສີມການສູ້ຮົບແບບກອງຫຼອນ, ສຸມໃສ່ຊ່ວຍເຫຼືອປະເທດລາວໃນການສ້າງກຳລັງປະກອບອາວຸດ ແລະ ສ້າງຖານທີ່ໝັ້ນ”. ໃນໄລຍະນີ້, ຫວຽດນາມໄດ້ສົ່ງ ທະຫານອາສາສະໝັກ ຫຼາຍກວ່າ 15,000 ມາ ລາວ.

ບັນດາການປະກອບສ່ວນສຳຄັນຂອງ ທະຫານອາສາສະໝັກ ແລະ ບັນດານັກຊ່ຽວຊານດ້ານການທະຫານຫວຽດນາມ ຢືນຄຽງຂ້າງກອງທັບ ແລະ ປະຊາຊົນບັນດາເຜົ່າລາວ ເພື່ອເອົາຊະນະສັດຕູຜູ້ຮຸກຮານ, ສ້າງບັນດາຜົນງານທີ່ດີເລີດ ໄດ້ຮັບການຍອມຮັບ ແລະ ມອບການຍ້ອງຍໍຈາກ ພັກ, ລັດ ແລະທະຫານປະຊາຊົນລາວ.

ມາຮອດປະຈຸບັນ, ໃນຂອບເຂດທົ່ວປະເທດ, ຄະນະກຳມະການປະສານງານ ທະຫານອາສາສະໝັກ ປະຈຳ ຫວຽດນາມ ໄດ້ຖືກສ້າງຕັ້ງຂຶ້ນເພື່ອຊ່ວຍເຫຼືອປະເທດລາວປະຕິບັດ ຕາມລະບົບ 4ຂັ້ນ, ແຕ່ຄະນະ ກຳມະການປະສານງານລະດັບຊາດ ໄປເຖິງຄະນະກຳມະການປະສານງານຂັ້ນແຂວງ, ເທດສະບານໃນລະດັບສູນກາງ ແລະ ເມືອງ ແລະ ໜ່ວຍງານທຽບເທົ່າ. ຢູ່ແຂວງແທັງຫວ໋າ, ດ້ວຍຄວາມເອົາໃຈໃສ່ຂອງບັນດາຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ, ໃນວັນທີ 30 ຕຸລາ 2009, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນມູນເຊື້ອທະຫານອາສາສະໝັກຊ່ວຍລາວ ໄດ້ສ້າງຕັ້ງຄະນະກຳມະການພົວພັນທະຫານອາສາສະໝັກ ແລະ ຊ່ຽວຊານດ້ານການທະຫານຫວຽດນາມຊ່ວຍເຫຼືອລາວຢູ່ແຂວງແທັງຫວ໋າ. ພາຍຫຼັງ 10 ປີແຫ່ງການດຳເນີນງານແລະພັດທະນາ, ຄະນະກຳມະການປະສານງານ ທະຫານອາສາສະໝັກ ແລະ ບັນດາຊ່ຽວຊານດ້ານການທະຫານຫວຽດນາມ ຊ່ວຍເຫຼືອລາວຢູ່ແຂວງແທັງຫ໋ວາ ໄດ້ເຕົ້າໂຮມສະມາຊິກສະມາຄົມ ກ່ວາ 4.600 ຄົນເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວ.

ໃນຊຸມປີທີ່ຜ່ານມາ, ຄະນະພົວພັນທຸກຂັ້ນໄດ້ເອົາໃຈໃສ່ເບິ່ງແຍງທາງດ້ານວັດຖຸ, ຈິດໃຈ, ລະບອບ ແລະ ນະໂຍບາຍໃຫ້ແກ່ສະມາຊິກສະມາຄົມ. ແຂວງມີສະມາຊິກຫລາຍກວ່າ 3.500 ຄົນ ທີ່ໄດ້ຮັບ ຫຼຽນໄຊ , ຫຼຽນກາ ແລະ ຫຼຽນທີ່ລະນຶກ ທະຫານອາສາສະໝັກ (ໃນນັ້ນມີນັກຮົບວິລະຊົນ 100 ຄົນ). ຄະນະກຳມະການປະສານງານຂັ້ນແຂວງຈັດກອງປະຊຸມເພື່ອທົບທວນວັນຄົບຮອບວັນມູນເຊື້ອ (30 ຕຸລາ); ຈັດຕັ້ງການໄປຢ້ຽມຢາມສະໜາມຮົບເກົ່າໃນປະເທດລາວ; ເຂົ້າຮ່ວມການໂອ້ລົມສົນທະນາແບບດັ້ງເດີມ; ຄະນະພົວພັນຂັ້ນແຂວງກໍ່ໄດ້ລະດົມພະນັກງານ ແລະ ສະມາຊິກ ຮ່ວມບໍລິຈາກເງິນ ແລະ ສະໜັບສະໜູນໃນການກໍ່ສ້າງເຮືອນເອື້ອອາທອນ ແມ່ຂອງລາວທີ່ມີຄຸນງາມຄວາມດີໃນການຊ່ວຍຊີວິດທະຫານອາສາສະໝັກຫວຽດນາມ; ສະໜັບສະໜູນປະຊາຊົນແຂວງອັດຕະປື ທີ່ໄດ້ຮັບສະທ້ອນທັງຊີວິດ ແລະ ຊັບສິນໃນເຫດການນໍ້າຖ້ວມ, ເນື່ອງຈາກເຂື່ອນໄຟຟ້າເຊນຳ້ນ້ອຍແຕກໃນປີ 2018...

ຍົກສູງມູນເຊື້ອແຫ່ງ 70 ປີ ທະຫານອາສາສະໝັກຫວຽດນາມ ຊ່ວຍເຫຼືອລາວ, ພະນັກງານ, ສະມາຊິກທະຫານອາສາສະໝັກແຂວງແທັງຫວ໋າ ສືບຕໍ່ສ້າງອົງການຈັດຕັ້ງທີ່ເຂັ້ມແຂງ, ປະກອບສ່ວນກໍ່ສ້າງແທັງຫ໋ວາ ໃຫ້ມີຄວາມອຸດົມຮັ່ງມີ ແລະ ສີວິໄລ, ປະກອບສ່ວນ, ບຳລຸງຮັກສາ ຄວາມສາມັກຄີພິເສດລະຫວ່າງ ສອງປະເທດ ຫວຽດນາມ - ລາວ ແລະ ສອງແຂວງແທັງຫວ໋າ ແລະ ແຂວງຫົວພັນ ນັບມື້ນັບເຂັ້ມແຂງ ແລະ ແໜ້ນແຟ້ນຍິ່ງຂຶ້ນ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.