ມອບເຮືອນເອື້ອອາທອນ ໃຫ້ແກ່ ແມ່ເຖົ້າ ກັນເຈຍ

09:54 | 03/06/2019

ຍສໝ - ການມອບເຮືອນເອື້ອອາທອນໃຫ້ແກ່ ແມ່ເຖົ້າ ກັນເຈຍ ແມ່ນສັນຍາລັກແຫ່ງຄວາມຮັກແພງແບບພິເສດ, ມຸນເຊື້້ອການປະຕິວັດ ແລະ ນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ.

ມອບເຮືອນເອື້ອອາທອນ ໃຫ້ແກ່ ແມ່ເຖົ້າ ກັນເຈຍ

ພິທີມອບເຮືອນເອື້ອອາທອນ ໃຫ້ແກ່ ແມ່ເຖົ້າ ກັນເຈຍ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ແຕ່ວັນທີ 30 ພຶດສະພາ ຫາວັນທີ 3 ມິຖຸນາ 2019, ຄະນະຜູ້ແທນສູນກາງສະມາຄົມມິດຕະພາບຫວຽດນາມ - ລາວ ນໍາໂດຍທ່ານ ເຈິ່ນ ວັນ ຕຸ໋ຍ, ປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ເຂົ້າຮ່ວມພິທີມອບຮັບເຮືອນເອື້ອອາທອນຫວຽດນາມ - ລາວ ໃຫ້ແກ່ ແມ່ເຖົ້າ ກັນເຈຍ ຢູ່ ແຂວງເຊກອງ, ລາວ.

ນີ້ແມ່ນໂຄງການຮ່ວມມືລະຫວ່າງສຸນກາງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ສຸນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ. ທີ່ພິທີດັ່ງກ່າວ, ທ່ານ ເຈິ່ນ ວັນ ຕຸ໋ຍ ໄດ້ຢັ້ງຢືນວ່າ: ເລື່ອງລາວກ່ຽວກັບ ແມ່ເຖົ້າ ກັນເຈຍ ເຊິ່ງເປັນຜູ້ທີ່ໄດ້ມອບນໍ້ານົມອັນມີຄຸນຄ່າຂອງຕົນເພື່ອກູ້ຊີວິດສະຫາຍທະຫານອາສາສະໝັກຫວຽດນາມຖືກຮັບບາດເຈັບໜັກໃນປາງສົງຄາມຕໍ່ຕ້ານອາເມລິການັ້ນເຊິ່ງໄດ້ຖືວ່າເປັນແບບຢ່າງແຫ່ງຄວາມຮັກແພງກັນດີ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງປະເທດ ຫວຽດນາມ - ລາວ.

ທ່ານ ວິໄລວົງ ບຸດດາຄໍາ, ປະທານສຸນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ ຢັ້ງຢືນວ່າ: ໂຄງການນີ້ແມ່ນສັນຍາລັກແຫ່ງການຮ່ວມມືຢ່າງແໜ້ນແຟ້ນ, ນັບມື້ນັບເຂົ້າໃນທາງເລີກ ລະຫວ່າງ ສະມາຄົມມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ທີ່ພິທີດັ່ງກ່າວ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ກໍ່ໄດ້ ມອບປຶ້ມຝາກເງິນປະຢັດ ແລະ ໂທລະທັດ ໜ່ວຍໜຶ່ງ ລວມມຸນຄ່າທັງໝົດ ແມ່ນ 100 ລ້ານດົ່ງ ໃຫ້ແກ່ ແມ່ເຖົ້າ ກັນເຈຍ.

(ໄຊພອນ)

ເຫດການ
302 Found

Found

The document has moved here.