ກວ໊າງຈິ້, ສາລະວັນ ແລະ ສະຫວັນນະເຂດ: ຈັດຕັ້ງກອງປະຊຸມແລກປ່ຽນວຽກງານ 6 ເດືອນຕົ້ນ ປີ 2019

08:52 | 13/06/2019

ຍວໝ - ໃນຕອນບ່າຍຂອງວັນທີ 10 ມິຖຸນາ 2019, ຢູ່ແຂວງກວ໊າງຈິ້ ສສ ຫວຽດນາມ, ຫ້ອງສືບສວນ-ສອບສວນ, ທະຫານຊາຍແດນແຂວງກວ໊າງຈິ້ ແລະ ຫ້ອງສັນຕິບານ, ຕໍາຫຼວດແຂວງສາລະວັນ, ສະຫວັນນະເຂດ ສປປ ລາວ ໄດ້ຈັດກອງປະຊຸມແລກປ່ຽນວຽກງານ 6 ເດືອນຕົ້ນ ປີ 2019.

ກວ໊າງຈິ້, ສາລະວັນ ແລະ ສະຫວັນນະເຂດ: ຈັດຕັ້ງກອງປະຊຸມແລກປ່ຽນວຽກງານ 6 ເດືອນຕົ້ນ ປີ 2019

ບັນຍາກາດທີ່ກອງປະຊຸມ.(ພາບ:bienphong.com.vn)

ທີ່ກອງປະຊຸມ, ສາມກົມກອງກໍ່ໄດ້ແລກປ່ຽນ, ເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນສົມທົບກັນໃນໄລຍະຈະມາເຖິງລວມມີ: ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ກໍາແໜ້ນສະພາບການເຄື່ອນໄຫວຂອງບັນດາອິດທິກໍາລັງປໍລະປັກທີ່ຫວັງຕ້ານ ແລະ ທໍາລາຍຄວາມໝັ້ນຄົງດ້ານການເມືອງຂອງແຕ່ລະປະເທດ ແລະ ນໍ້າໃຈສາມັກຄີມິດຕະພາບແບບພິເສດຫວຽດນາມ-ລາວ; ສະກັດກັ້ນສະພາບການອົບພະຍົບຢ່າງເສລີ, ປຸກລຸກການປູກພືດຢ່າງຜິດກົດໝາຍ.

ນອກຈາກນັ້ນ, ສາມກົມກອງກໍ່ໄດ້ຕີລາຄາບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານແລກປ່ຽນສະພາບການ, ການສົມທົບກັນແກ້ໄຂບັນດາກໍລະນີເກີດຂຶ້ນທີ່ກ່ຽວຂ້ອງເຖິງສອງຝາກຊາຍແດນ; ວຽກງານຕໍ່ສູ້ຕ້ານ, ສະກັດກັ້ນບັນດາການເຄື່ອນໄຫວອາດຊະຍາກໍາ, ຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ. ພ້ອມທັງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຕໍ່ສູ້ກັບອາດຊະຍາກໍາຢາເສບຕິດຂ້າມຊາດຢ່າງມີປະສິດທິຜົນ; ໂຄສະນາໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນປະຕິບັດສັນຍາ, ກົດລະບຽບກ່ຽວກັບຊາຍແດນຢ່າງເຂັ້ມງວດ ເພື່ອແນໃສ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ.

(ໄຊພອນ)

ເຫດການ
302 Found

Found

The document has moved here.