ແຂວງແທັງຮວ໋າ: ຈັດຕັ້ງການປະເມີນຜົນວຽກງານທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ

09:58 | 16/06/2019

ຍສໝ - ເມື່ອມໍ່ໆມານີ້, ຄະນະຊີ້ນໍາ 515 ແຂວງແທັງຮວ໋າ ໄດ້ຈັດຕັ້ງການປະເມີນຜົນວຽກງານທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

ແຂວງແທັງຮວ໋າ: ຈັດຕັ້ງການປະເມີນຜົນວຽກງານທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ ລາວ

ບັນຍາກາດທີ່ກອງປະຊຸມ.(ພາບ:baothanhhoa.vn)

ຄະນະຊີ້ນໍາ 515 ແຂວງແທັງຮວ໋າ ໄດ້ຈັດຕັ້ງການປະເມີນຜົນວຽກງານທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ, ຕາມນັ້ນແລ້ວໃນລະດູແລ້ງ ປີ 2018-2019, ຄະນະຊີ້ນໍາ 515 ແຂວງແທັງຮວ໋າ ໄດ້ສ້າງແຜນການ, ຈັດຕັ້ງກໍາລັງ, ພາຫະນະ, ສໍາຫຼວດ, ກໍາແໜ້ນຂໍ້ມູນຂ່າວສານ, ໝາກຜົນທີ່ບັນລຸໄດ້ແມ່ນສໍາຫຼວດໄດ້ 18 ຂໍ້ມູນຂ່າວສານຢູ່ລາວ.

ໃນວິວັດການປະຕິບັດໜ້າທີ່, ກອງທ້ອນໂຮມອັດຖິ ໄດ້ຊອກຫາ, ຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວໄດ້ 18 ຊຸດ (ບັນລຸໄດ້ 107% ເມື່ອທຽບໃສ່ຄາດໝາຍທີ່ວາງອອກ) ຈັດສົ່ງກັບເມືອປະເທດ ເພື່ອປົງອັດຖິຢ່າງຮອບຄອບຖີ່ຖ້ວນ, ເຄັ່ງຂຶມ, ຖືກຕາມການກໍານົດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.