ແຂວງຮ່າຕິ້ງ ຈັດຕັ້ງພິທີສູດໄຊຍະມຸງຄຸນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນິ່ມ

10:30 | 13/05/2019

ຍສໝ - ຫວ່າງແລ້ວນີ້, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນິ່ມ, ຄະນະກໍາມະການປະຊາຊົນເມືອງເຮືອງເຊີນ, ຄະນະບໍລິຫານງານຊາວໜຸ່ມແຂວງ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາແຂວງຮ່າຕິ້ງ ໄດ້ຈັດຕັ້ງພິທີສູດໄຊຍະມຸງຄຸນຕໍ່ດວງວິນຍານຂອງທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວເຊິ່ງຫາກໍ່ໄດ້ທ້ອນໂຮມກັບຄືນປະເທດ.

ແຂວງຮ່າຕິ້ງ ຈັດຕັ້ງພິທີສູດໄຊຍະມຸງຄຸນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນິ່ມ

ພິທີສູດໄຊຍະມຸງຄຸນຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດເນິ່ມ. ພາບ: baohatinh.vn

ເຂົ້າຮ່ວມພິທີສູດໄຊຍະມຸງຄຸນມີທ່ານ ຮວ່າງຈູງຢູງ ຮອງເລຂາຜູ້ປະຈໍາການພັກແຂວງ; ທ່ານ ຟານກາວແທງ ຫົວໜ້າຄະນະຂົນຂວາຍປະຊາຊົນແຂວງ; ທ່ານ ເຢືອງເຕິດຖັ໋ງ ຮອງປະທານຄະນະກໍາມະການປະຊາຊົນແຂວງ; ການນໍາບັນດາຄະນະ, ຂະແໜງການຂັ້ນແຂວງ ແລະພະນັກງານ ແລະ ປະຊາຊົນເປັນຈໍານວນຫຼວງຫຼາຍ.

ພິທີສູດໄຊຍະມຸງຄຸນແມ່ນການເຄື່ອນໄຫວເພື່ອແນໃສ່ຕອບບຸນແທນຄຸນບັນດານັກຮົບທີ່ໄດ້ເສຍສະຫຼະຊີວິດໃຫ້ແກ່ພາລະກິດປະຕິວັດອັງສູງສົ່ງຂອງສອງຊາດ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພັບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ.

(ໄຊພອນ)

ເຫດການ
302 Found

Found

The document has moved here.